ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ຮຽກ​ຮ້ອງ ໃຫ້​ຈັດການ​ປະ​ທ້ວງ​ ຄັ້ງ​ໃໝ່


ຜູ້​ປະ​ກາດ​ຕົວ​ເປັນ​ຜູ້​ນຳ​ຊົ່ວ​ຄາວ​ຂອງ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກົວ​ອີ​ໂດ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ ໃນ​ໝູ່​ຊຸມ​ຊົນ ລາ​ສ ເມີ​ເຊ​ເດັ​ສ, ນະ​ຄອນຫຼວງ ຄາ​ຣາ​ກາ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. 26 ມັງ​ກອນ, 2019.
ຜູ້​ປະ​ກາດ​ຕົວ​ເປັນ​ຜູ້​ນຳ​ຊົ່ວ​ຄາວ​ຂອງ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກົວ​ອີ​ໂດ ກ່າວ​ຄຳ​ປາ​ໄສ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ ໃນ​ໝູ່​ຊຸມ​ຊົນ ລາ​ສ ເມີ​ເຊ​ເດັ​ສ, ນະ​ຄອນຫຼວງ ຄາ​ຣາ​ກາ​ສ, ປະ​ເທດ ເວ​ເນ​ຊູ​ເອ​ລາ. 26 ມັງ​ກອນ, 2019.

ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ
ທ່ານ ຮວນ ກົວອີໂດ ໄດ້ຮຽກຮ້ອງໃຫ້ຈັດການປະທ້ວງສອງມື້ໃນສັບປະດານີ້ ໃນ
ຄວາມພະຍາຍາມຄັ້ງຫຼ້າສຸດ ເພື່ອຈະຊັກຈູງໃຫ້ກອງທັບມາເຂົ້າຝ່າຍຂອງທ່ານ ແລະ
ໜີອອກຈາກຜູ້ນຳ ນິໂຄລັສ ມາດູໂຣ.

ທຳ​ອິດ, ທ່ານ ກົວ​ອີ​ໂດ ຢາກ​ໃຫ້​ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ຈັດ​ການ​ປະ​ທ້ວງ​ກາງ​ເວັນ​ທີ່​
ສະຫງົບສອງຊົ່ວໂມງໃນວັນພຸດທີ່ຈະມາເຖິງນີ້ “ເພື່ອຮຽກຮ້ອງໃຫ້ກອງກຳລັງຕິດອາວຸດ
ມາເຂົ້າຂ້າງກັບປະຊາຊົນ.”

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ທ່ານ ກົວ​ອີ​ໂດ ຢາກ​ໃຫ້​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ “ຢູ່​ທຸກໆ
ມຸມ” ຂອງປະເທດ ແລະ ທົ່ວໂລກອອກມາລວມຕົວກັນຢູ່ຖະໜົນຕ່າງໆ, ເປັນການ
ເຄື່ອນໄຫວທີ່ເກີດຂຶ້ນໃນເວລາດຽວກັບວັນຂີດເສັ້ນຕາຍຂອງ ສະຫະພາບ ຢູໂຣບ ສຳ
ລັບການປະກາດການເລືອກຕັ້ງໃໝ່.

ທ່ານ ກົວ​ອີ​ໂດ ໄດ້​ສະ​ເໜີ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ ສຳ​ລັບ​ບັນ​ດາ​ທະ​ຫານ​ທັງຫຼາຍ​ຜູ້​ທີ່​
ໜູນຫຼັງປະຊາທິປະໄຕ ແລະ ປະຕິເສດລັດຖະບານໃນປັດຈຸບັນຂອງທ່ານ ມາດູໂຣ.

ທ່ານ ກົວ​ອີ​ໂດ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ພວກ​
ເຮົາກຳລັງລໍຖ້າພວກທ່ານ, ບັນດາທະຫານແຫ່ງ ເວເນຊູເອລາ. ພວກເຮົາກຳລັງລໍຖ້າ
ພວກທ່ານ ແລະ ຄຳໝັ້ນສັນຍາທີ່ພວກທ່ານມີຕໍ່ປະເທດຂອງພວກເຮົາ.”

ບັນ​ດາ​ຜູ້​ຕິດ​ຕາມ​ຝ່າຍ​ຄ້ານ​ ເຊິ່ງບາງ​ຄົນ​ໄດ້​ຮ້ອງວ່າ “ທະ​ຫານ​ໝູ່​ຂອງ​ພວກ​ເຮົາ, ພວກ
ເຈົ້າແມ່ນພຽງຜູ້ດຽວທີ່ພວກເຮົາຂາດໄປ” ນັ້ນ, ໄດ້ຢາຍໃບປິວທີ່ອະທິບາຍເຖິງແຜນ
ການອະໄພຍະໂທດຢູ່ທີ່ຕັ້ງຂອງກອງທັບ ແລະ ຕຳຫຼວດ.

ທະ​ຫານ​ບາງ​ຄົນ​ໄດ້​ແກວ່ງ​ເຈ້ຍ​ດັ່ງ​ກ່າວ​ຖິ້ມ ຫຼື ຈີກ​ມັນ​ຖິ້ມ. ແຕ່​ສະ​ມາ​ຊິກກອງ​ທັບ ​
ເວເນຊູເອລາ ຫຼາຍຄົນໄດ້ກ່າວວ່າ ເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າ ເມື່ອຍກັບ
ການຂາດແຄນອາຫານຢ່າງຮ້າຍແຮງ ແລະ ການຂາດແຄນສິ່ງຂອງພື້ນຖານທີ່ຈຳ
ເປັນອື່ນໆ.

ໃນ​ເວ​ລາ​ດຽວ​ກັນ, ປະ​ທາ​ນາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂຣ ກໍໄດ້​ຢືນ​ຢັນ​ໃນ​ວັນ​ອາ​ທິດ​ວານ
ນີ້ວ່າ ກອງທັບແມ່ນຢູ່ຝ່າຍຂອງທ່ານ ໃນຂະນະທີ່ທ່ານ ເບິ່ງການຊ້ອມຮົບດ້ວຍການ
ໃຊ້ປືນໝາກປີທີ່ເຮັດໃນປະເທດ ຣັດເຊຍ ແລະ ປືນກົນຕໍ່ຕ້ານເຮືອບິນຢູ່.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Maduro Rejects Calls for New Elections, But Agrees to Dialogue
please wait

No media source currently available

0:00 0:02:44 0:00

XS
SM
MD
LG