ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ເວເນຊູເອລາ ເຂົ້າແຖວ ພິສູດລາຍເຊັນ ເພື່ອລົງປະຊາມະຕິ ປົດປະທານາທິບໍດີ


ຄົນພາກັນເຂົ້າແຖວ ກວດເບິ່ງລາຍເຊັນ ຂອງເຂົາເຈົ້າ ທີ່ສູນກາງຂໍ້ມູນ ຢູ່ນອກສະພາການເລືອກຕັ້ງ.
ຄົນພາກັນເຂົ້າແຖວ ກວດເບິ່ງລາຍເຊັນ ຂອງເຂົາເຈົ້າ ທີ່ສູນກາງຂໍ້ມູນ ຢູ່ນອກສະພາການເລືອກຕັ້ງ.

ບັນດາ​ຜູ້​ສະໜັບສະໜູນພັກ​ຝ່າຍ​ຄ້ານ​ໃນ Venezuela ​ໄດ້ພາກັນ​ເຂົ້າແຖວ​ຍາວ ຢຽດ ​ໃນ​ວັນ​ຈັນ​ວານ​ນີ້ ເພື່ອ​ຢືນຢັນ​ກ່ຽວ​ກັບ​ລາຍ​ເຊັນ​ຂອງ​ເຂົາ​ເຈົ້າ​ ​ໃນ​ຖານະ​ທີ່ ເປັນ​ພາກສ່ວນນຶ່ງ ຂອງຂັ້ນຕອນ​ອັນ​ຍືດຍາວ ​ເພື່ອຮ້ອງໃຫ້ມີ​ການ​ລົງປະຊາມະ ຕິ ເພື່ອ​ປົດ​ປະທານາທິບໍດີ Nicolas Maduro ອອກ​ຈາກຕຳແໜ່​ງ.

ຫລາຍ​ພັນ​ຄົນ​ໄດ້​ພາກັນໄປເຕົ້າ​ໂຮມ​ກັນຢູ່ຕາມ​ຈຸດ​ຕ່າງໆ​ໃນທົ່ວ​ປະ​ເທດ ​ເພື່ອ​ໃຫ້ ​ເຄື່ອງ​ຄອມ​ພິວ​ເຕີ້ອ່ານລາຍ​ມື​ເຂົາ​ເຈົ້າ​ ອັນ​ເປັນ​ພາກ​ສ່ວນນຶ່ງ​ທີ່​ບັງ​ຄັບ​ໂດຍ​ສະພາ ການ​ເລືອກ​ຕັ້ງ ​ໃຫ້ບັນດາ​ຜູ້​ລົງ​ນາມ​ຮຽກຮ້ອງ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ປະຊາ​ມະຕິ ປົດ​ປະທານາທິບໍດີ​ ອອກ ຈາກ​ຕຳ​ແໜ່​ງ ​ໄປສະ​ເໜີ​ຕົວ​ ຢູ່ໜ່ວຍ​ປ່ອນ​ບັດຕ່າງໆ​ເພື່ອ​ກວດ​ສອບລາຍ​ເຊັນ​ຂອງ​ເຂົາ​ເຈົ້າ.

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ໄດ້​ສົ່ງ 1 ລ້ານ​ລາຍ​ເຊັນ ເພື່ອ​ຮຽກຮ້ອງ​ໃຫ້​ລົງ​ປະຊາ​ມະຕິ ປົດ​ປະທາ ນາທິບໍດີ ຊຶ່ງຫລາຍ​ກວ່າ 200,000 ລາຍ​ເຊັນ ທີ່​ຈຳ​ເປັນ​ໃນ​ການ​ດຳ​ເນີນ​ຂັ້ນ​ຕອນຂັ້ນຕໍ່​ໄປ. ​ເຂົາ​ເຈົ້າ​ໂຕ້​ຖຽງ​ວ່າ ຂໍ້​ບັງຄັບ​ເທື່ອຫລ້າ​ສຸດ ​ເພື່ອ​ຢືນຢັນ​ລາຍ​ເຊັນ​ຂອງ​ພວກຮຽກ​ຮ້ອງນີ້ແມ່ນເປັນ​ພາກ​ສ່ວນ​ນຶ່ງໃນ​ຄວາ​ມພະ​ຍາ​ຍາມ​ໂດຍ ປະທານາທິບໍດີ Maduro ​ເພື່ອ​ຖ່ວງ​ເວລາ​ໃນ​ການ​ລົງປະຊາ​ມະ​ຕິ.ການ​ກວດ​ພພິ​ເສດ​ຍັງ​ຈະດຳ​ເນີນ​ຕໍ່ໄປ​ຈົນ​ຮອດ​ວັນ​ສຸກ.

ຖ້າ​ຫາກ​ມີລາຍ​ເຊັນ​ພຽງພໍໄດ້​ຮັບ​ການ​ພິ​ສູດ​ແລ້ວ ຫລັງ​ຈາກ​ນັ້ນຝ່າຍ​ຄ້ານ​ຕ້ອງ​ໄດ້​ເກັບ​ກໍາລາຍເຊັນ​ 20 ​ເປີ​ເຊັນ​ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ທັງ​ໝົດ ຄືປະມານ 4 ລ້ານ​ຄົນ ກ່ອນ​ທີ່​ການ​ລົງປະຊາ​ມະຕິ​ສາ​ມາດ​ຈັດ​ຂຶ້ນ​ໄດ້.

ຝ່າຍ​ຄ້ານ​ໄດ້​ຖິ້ມ​ໂທດ​ໃສ່​ນະ​ໂຍບາຍ​ສັງຄົມ​ນິ​ຍົມ ​ຂອງປະທານາທິບໍດີ Maduro ທີ່​ເຮັດ​ໃຫ້ມີ​ການ​ຂາດ​ເຂີນ​ອາຫານແລະ​ຢາ​ປົວ​ພະ​ຍາດ ​ເງິນ​ເຟິ້ທີ່​ຖີບໂຕ​ສູງຂຶ້ນ ​ແລະ​ໄຟຟ້າ​ຖືກ​ຕັດຢູ່​ເລື້ອຍໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela Politics
please wait
Embed

No media source currently available

0:00 0:01:56 0:00

XS
SM
MD
LG