ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ຢ້ຽມ​ຢາມ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຢູ່​ທຳ​ນຽບ​ຂາວ


ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ​ ຮວນ ກວາ​ອີ​ໂດ ຍົກ​ມື​ທັກ​ທາຍ ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ ປະ​ເທດ​ຊາດ. ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 4 ກຸມ​ພາ, 2020. REUTERS…
ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ​ ຮວນ ກວາ​ອີ​ໂດ ຍົກ​ມື​ທັກ​ທາຍ ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ ປະ​ເທດ​ຊາດ. ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 4 ກຸມ​ພາ, 2020. REUTERS…

ຜູ້​ນຳ​ຝ່າຍ​ຄ້ານ​ຂອງປະ​ເທດ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ພຸດ​ວານນີ້ ໃນ​ຂະ​ນະ​ທີ່​ທ່ານ ກວາ​ອີ​ໂດ ໄດ້​ພະ​ຍາ​ຍາມ​ທີ່​ຈະຮື້​ຟື້ນ​ການ​ຕໍ່​ສູ້​ຂອງ​ທ່ານ ເພື່ອ​ປົດ​ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂກ​ລັ​ສ ມາ​ດູ​ໂຣ ອອກ​ຈາກ​ຕຳ​ແໜ່ງ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ປະ​ກາດ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ກວາ​ອີ​ໂດ ນັ້ນ, ທຳ​ນຽບ​ຂ່າວ​ໄດ້​ກ່າວ​ວ່າ, “ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບ​ຄູ່​ຮ່ວມ​ຂອງ​ພວກ​ເຮົາ​ໃນ​ພາກ​ພື້ນ ເພື່ອ​ປະ​ເຊີນ​ໜ້າ​ກັບ​ຜູ້​ນຳ​ຜະ​ເດັດ​ການ​ທີ່ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ເວ​ເນ​ຊູ​ເອ​ລາ, ແລະ ຈະ​ຢືນ​ຄຽງ​ຂ້າ​ງກັບ​ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ເພື່ອ​ຮັບ​ປະ​ກັນ​ອະ​ນາ​ຄົດ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ ແລະ ຈະ​ເລີນ​ຮັ່ງ​ມີ.”

ການ​ຢ້ຽມ​ຢາມນະ​ຄອນຫຼວງ ວໍ​ຊິງ​ຕັນ ຂອງ​ທ່ານ ກວາ​ອີ​ໂດ ​ມີ​ຂຶ້ນ​ລຸນຫຼັງ​ການ​ຢ້ຽມ​ຢາມ​ບັນ​ດາ​ຜູ້​ນຳ ຢູ​ໂຣບ ແລະ ກາ​ນາ​ດາ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຮື້​ຟື້ນ​ການ​ຕໍ່​ສູ້​ຂອງ​ທ່ານ ຫຼັງ​ຈາກ​ການລຸກ​ຮື​ຂຶ້ນ​ຕໍ່​ຕ້ານ​ທ່ານ ມາ​ດູ​ໂຣ ທີ່ບໍ່​ປະ​ສົບ​ຄວາມ​ສຳ​ເລັດ, ຜູ້​ທີ່​ຖືກ​ເລືອກ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ໃນ​ປີ 2018.

ສະ​ຫະ​ລັດ ແລະ ປະ​ເທດ​ອື່​ນໆ​ໄດ້​ຖິ້ມ​ໂທດ​ໃສ່​ນະ​ໂຍ​ບາຍ​ສັງ​ຄົມ​ນິ​ຍົມ​ຂອງ​ທ່ານ ມາ​ດູ​ໂຣ ສຳ​ລັບ​ວິ​ກິດ​ການ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ, ໃນ​ຂະ​ນະ​ທີ່​ຮັບ​ຮູ້​ທ່ານ ກວາ​ອີ​ໂດ ເປັນ​ຜູ້​ນຳ​ຊົ່ວ​ຄາວ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ ເວ​ເນ​ຊູ​ເອ​ລາ. ທ່ານ ກວາ​ອີ​ໂດ ໄດ້​ເປັນ​ແຂກ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ແລະ ປະ​ເທດ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ເມື່ອ​ຄືນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ແລະ ໄດ້​ຮັບ​ການ​ຢືນ​ຕົບ​ມື​ໃຫ້.

ກ່ອນ​ການ​ປະ​ຊຸມ​ລະ​ຫວ່າງ​ທ່ານ ທ​ຣຳ ກັບ ທ່ານ ກວາ​ອີ​ໂດ ນັ້ນ, ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ເວ​ເນ​ຊູ​ເອ​ລາ ໄດ້​ເປັນ​ປະ​ເທດ​ທີ່​ໃຫ້​ບູ​ລິ​ມະ​ສິ​ດ​ຄວາມ​ປອດ​ໄພ​ແຫ່ງ​ຊາດ “ໃນ​ແງ່​ຂອງ​ຜົນ​ກະ​ທົບ​ຈາກ​ຄວາມ​ບໍ່​ໝັ້ນ​ຄົງ​ທີ່​ເຂົາ​ເຈົ້າ ​ມີ​ຕໍ່​ປະ​ເທດ​ເພື່ອ​ນບ້ານ​ຂອງ​ເຂົາ​ເຈົ້າ.” ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ປະ​ເທດ​ນັ້ນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ສຳ​ລັບ​ “ການ​ປົກ​ປ້ອງ​ພວກ​ລັກ​ລອບ​ຄ້າ​ຢາ​ເສບ​ຕິດ” ແລະ “ພວກ​ກໍ່​ການ​ຮ້າຍ​ຢາ​ເສບ​ຕິດ,” ໂດຍ​ກ່າວ​ຕື່ມ​ວ່າ ເວ​ເນ​ຊູ​ເອ​ລາ ໄດ້​ກາຍ​ເປັນ​ຈຸດ​ຕົ້ນ​ຕໍ​ຂອງ​ການ​ລັກ​ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໄປ​ເຂດ​ ອາ​ເມ​ຣິ​ກາ​ກາງ, ເມັກ​ຊິ​ໂກ ແລະ ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ໃຊ້ “ເຄື່ອງ​ມື​ທຸກ​ອັນ​ທີ່​ມີ​ຢູ່​ໃນ​ກ່ອງ” ເພື່ອ​ທຳ​ການ​ຕອບ​ໂຕ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG