ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາ ຈັບກຸມ ນັກບິນສະຫະລັດ ໃນຂໍ້ຫາ ທຳການສອດແນມ


ຮູບພາບຂອງລັດຖະບານເວເນຊູເອລາ ສະແດງໃຫ້ເຫັນ ປ. ມາດູໂຣ ໂບກທຸງຊາດ ສະຫຼອງວັນປະຕິວັດ "Caracazo" ຂອງປະເທດ ແລະທ່ານປະກາດໃຫ້ຊາບ ກ່ຽວກັນຈັບກຸມນັກບິນ ສະຫະລັດ ທີ່ວ່າ ທຳການສອດແນມ ວັນທີ 28 ກຸມພາ 2015.
ຮູບພາບຂອງລັດຖະບານເວເນຊູເອລາ ສະແດງໃຫ້ເຫັນ ປ. ມາດູໂຣ ໂບກທຸງຊາດ ສະຫຼອງວັນປະຕິວັດ "Caracazo" ຂອງປະເທດ ແລະທ່ານປະກາດໃຫ້ຊາບ ກ່ຽວກັນຈັບກຸມນັກບິນ ສະຫະລັດ ທີ່ວ່າ ທຳການສອດແນມ ວັນທີ 28 ກຸມພາ 2015.

ປະທານາທິບໍດີ Nicolas Maduro ​ແຫ່ງ Venezuela ກ່າວ​ຕໍ່
​ທີ່​ຊຸມນຸມ​ແຫ່ງ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ ​
ໄດ້​ຈັບນັກ​ບິນສະຫະລັດ​ຄົນ​ນຶ່ງ ​ໃນ​ຖານ​ທຳ​ການ​ສອດ​ແນມ.

ທ່ານ​ມາ​ດູ​ໂຣ ກ່າວ​ວ່າ “ໃນ​ລັດ Tachira ພວກ​ເຮົາ​ໄດ້​
ຈັບ​ກຸມ​ນັກ​ບິນ​ຂອງ​ເຮືອບິນ​ສະຫະລັດລຳ​ນຶ່ງ ​ທີ່​ມີ​ເຊື້ອ
ສາຍ Latin ຊຶ່ງ​ຜູ້ກ່ຽວເອກະສານ​ທຸກ​ໆ​ຊະນິດ ​ແລະ
ເວລາ​ນີ້ ກຳລັງ​ຕອບ​ຄຳ​ຖາມ​ຢູ່.”

ປະທານາທິບໍດີ ມາ​ດູ​ໂຣ ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ອື່ນ​ໃດໃຫ້
​ຊາບ ຮວມ ທັງ​ເລື້ອງ​ທີ່ວ່າ​ ຊາຍ​ຄົນ​ນີ້​ເປັນ​ນັກ​ບິນ​ພານິດ ນັກ​
ບິນ​ທະຫານ ຫຼື​ວ່າ​ເປັນ​ນັກ​ບິນ​ສ່ວນໂຕ​.

ທ່ານ​ມາ​ດູ​ໂຣ ຍັງ​ໄດ້​ກ່າວ​ຕື່ມ​ວ່າ ມີ​ຄົນ​ອາ​ເມຣິກັນ​ຄົນ​ອື່ນໆ​ຖືກ​ຈັບ​ກຸມ​ເຊັ່ນ​ກັນ ຊຶ່ງ​ທ່ານ
ຊີ້​ແຈງ​ວ່າ “ພວກ​ເຮົາ​ໄດ້​ຈັບ​ກຸມ​ພົນລະ​ເມືອງ​ອາ​ເມຣິກັນຈຳນວນ​ນຶ່ງ​ ທີ່​ທຳ​ການ​
ເຄື່ອນ​ໄຫວ​ແບບ​ປົກ​ປິດ.
ທ່ານ​ເອີ້ນວ່າ​ຈັ່ງໃດ​ໃນ​ພາສາ​ທະຫານ​? ​ພຶດຕິ​ກຳ​
ສອດ​ແນມ​ເນາະ. ​ພວກ​ເຂົາພະຍາ ຍາມ​ ​ເກນເອົາຜູ້​ຄົນ​ໃນ​ຫົວ​ເມືອງ​ຕ່າງໆ
​ເລາະ​ແຄມ​ຝັ່ງ​ທະ​ເລ​ຂອງ Venezuela ​ໃນ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ.”

ສະຖານທູດ​ສະຫະລັດ ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດໆ ກ່ຽວກັບເລື້ອງ​ນີ້​ເທື່ອ.

​ໃນ​ວັນ​ເສົາ​ວານ​ນີ້​ເຊັ່ນ​ກັນ ​ເຈົ້າ​ໜ້າ​ທີ່ Veneezuela ​ໄດ້​ປ່ອຍ​ໂຕ​ນັກເຜີຍ​ແຜ່​ສາສະໜາ​ສະຫະລັດ 4 ຄົນ ທີ່​ໄດ້​ຖືກ​ສອບ​ຖາມ​ກ່ຽວກັບ​ການ​ ສອດ​ແນມ. ​ເວລາ​ນີ້ ​ພວກ​ບຸກຄົນ​ເຫຼົ່າ
ນັ້ນ ​ໄດ້​ອອກ​ຈາກ​ປະ​ເທດ​ໄປ​ແລ້ວ.

ປະທານາທິບໍດີ ມາ​ດູ​ໂຣ ​ໄດ້​ປະກາດ​ເຊັ່ນ​ກັນ​ວ່າ ຕໍ່​ໄປ​ນີ້ ພວກ​ນັກ​ທ່ອງທ່ຽວຈາກ​ສະຫະ
ລັດ ​ຈະ​ຕ້ອງ​ມີ​ວີ​ຊ່າ ກ່ອນ​ຈະ​ເດີນທາງ​ໄປຍັງ Venezuela ​ໄດ້.

venezuelaus1mars15
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG