ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ມາ​ດູ​ໂຣ ກ່າວ​ວ່າ ລມ​ຕ ຕ່າງ​ປະ​ເທດ ເວ​ເນ​ຊູ​ເອ​ລາ ເຈ​ລະ​ຈາ ​ລັບໆ ກັບ ທູດ​ພິ​ເສດ ສ​ຫລ


ລ​ັດ​ຖະ​ມົນ​ຕີ ຕ່າງ​ປະ​ເທດ ເວ​ເນ​ຊູ​ເອ​ລາ ທ່ານ​ຮໍ​ເຮ ອາ​ເຣຍ​ຊາ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ຫ້ອມ​ລ້ອມ​ຈາກ​ພວກ​ນັກ​ການ​ທູດ ຂອງ​ຫຼາຍໆ​ປະ​ເທດ ທີ່​ສະ​ໜັບ​ສະ​ໜຸນ​ເວ​ເນ​ຊູ​ເອ​ລາ ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ​ນິວຢອກ. (14 ກຸມ​ພາ 2019)
ລ​ັດ​ຖະ​ມົນ​ຕີ ຕ່າງ​ປະ​ເທດ ເວ​ເນ​ຊູ​ເອ​ລາ ທ່ານ​ຮໍ​ເຮ ອາ​ເຣຍ​ຊາ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ຫ້ອມ​ລ້ອມ​ຈາກ​ພວກ​ນັກ​ການ​ທູດ ຂອງ​ຫຼາຍໆ​ປະ​ເທດ ທີ່​ສະ​ໜັບ​ສະ​ໜຸນ​ເວ​ເນ​ຊູ​ເອ​ລາ ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນ​ນິວຢອກ. (14 ກຸມ​ພາ 2019)

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ເວ​ເນ​ຊູ​ເອ​ລາ ທ່ານຮໍ​ເຮ ອາ​ເຣຍ​ຊາ ໄດ້​ເປີດ​ການ​ເຈ​ລະ​ຈາແບບ​ລັບໆ ​ກັບ​ທູດ​ພິ​ເສດຂອງ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ປະ​ເທດ​ເວ​ເນ​ຊູ​ເອ​ລາ ຢູ່​ທີ່​ນະ​ຄອນ​ນິວຢອກ ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ປະ​ທາ​ນາ​ທິ​ບໍດີນິ​ໂຄ​ລັ​ສ ມາ​ດູ​ໂຣ.

ທ່ານ​ມາ​ດູ​ໂຣ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ ທ່ານ​ອາ​ເຣຍ​ຊາ ໄດ້​ເຊີນ​ທູດ​ພິ​ເສດ​ສະ​ຫະ​ລັດ ທ່ານ​ແອ​ລ​ລີ​ອອດ ແອ​ແບ​ຣັມ ໄປ​ນ​ະ​ຄອນ​ຫຼວງ​ກາ​ຣາ​ກາ​ສ “ຢ່າງເປັນ​ການ​ສ່ວນໂຕ ແບບ​ເປີດ​ເຜີຍ ​ຫຼື​ແບບ​ລັບ​ໆກໍ​ໄດ້.”

ທ່ານ​ມາ​ດູ​ໂຣ ກ່າວ​ຕື່ມ​ວ່າ “​ຖ້າ​ທ່ານ​ຕ້ອງ​ການ​ຢາກ​ພົບ​ປະ ມີ​ພຽງ​ແຕ່ບອກ​ຂ້າພະ​ເຈົ້າ​ວ່າ​ເວ​ລາ​ໃດ ຢູ່​ບ່ອນ​ໃດ ແລະ​ແບບ​ໃດ ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ຈະ​ໄປ​ທີ່ນັ້ນ.”

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ເວ​ເນ​ຊູ​ເອ​ລາ​ກ່າວ​ວ່າ ​ທ່ານ​ແອ​ແບ​ຣັມ​ແລະ​ທ່ານ​ອາ​ເຣຍ​ຊາ​ໄດ້​ພົບ​ປະ​ກັນ​ສອງ​ເທື່ອ​ແລ້ວ ຢູ່​ນະ​ຄອນ​ນິວຢອກ.

ມາ​ຈົນ​ຮອດ​ປັດ​ຈຸ​ບັນ​ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຍັງ​ບໍ່​ໃຫ້​ຄວາມ​ເຫັນ​ໃດໆ​ເທື່​ອ​ກ່ຽວ​ກັບ​ເລື້ອງນີ້. ໃນ​ສັບ​ປະ​ດາ​ແລ້ວ ທ່ານ​ແອ​ແບ​ຣັມ ກ່າວ​ວ່​າ “ເວ​ລາ​ໃນ​ການ​ເຈ​ລະ​ຈາກັບ​ທ່ານ​ມາ​ດູ​ໂຣ ໄດ້​ຜ່ານ​ມາ​ແຕ່​ດົນ​ແລ້ວ.”

Neighbors Mull Ways to Get Aid Into Venezuela
please wait

No media source currently available

0:00 0:02:19 0:00

ສະ​ຫະ​ລັດ​ແມ່ນ​ປະ​ເທດ​ທຳ​ອິດ ໃນ​ຈຳ​ນວນ​ປະ​ມ​ານ 50 ປະ​ເທດ​ທີ່​ຮັບ​ຮູ້​ຜູ້​ນຳ​ຝ່າຍ​ຄ້ານ ພ້ອມ​ທັງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດເວ​ເນ​ຊູ​ເອ​ລາ ທ່ານ ຮ​ວານ ກວາ​ອີ​ໂດ ວ່າ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ​ຂອງ​ປະ​ເທດ ບໍ່​ແມ່ນ​ທ່ານ​ມາ​ດູ​ໂຣ ຊຶ່ງ​ການ​ເລືອກ​ຕັ້ງ​ຂອງ​ທ່ານ​ໃນ​ປີ​ກາຍນີ້ ທັງ​ສະ​ຫະ​ລັດ​ແລະ​ພັກ​ຝ່າຍ​ຄ້ານ​ຖື​ວ່າ
ເປັນ​ແຜນ​ການ​ຫຼອກ​ລວງນັ້ນ.

ທ່ານ​ອາ​ເຣຍ​ຊາ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ໄດ້​ແຈ້ງ​ໃຫ້​ພວກ​ນັກ​ການ​ທູດ​ຈຳ​ນວນ​ນຶ່ງ ທີ່​ເຊື່ອ​ວ່າ​ສະ​ຫະ​ລັດ​ແລະ​ປະ​ເທດ​ອື່ນໆ​ໄດ້​ລ່ວງ​ລະ​ເມີດ​ຕໍ່​ກົດບັດ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ ໃນ​ການ​ບໍ່​ເຂົ້າ​ແຊກ​ແຊງ​ບັນ​ດາ​ປະ​ເທດ​ສະ​ມາຊິກ​.

ທ່ານ​ອາ​ເຣຍ​ຊາ​ໄດ້​ຫ້ອມ​ລ້ອມ​ໂດຍ​ພວກ​ນັກ​ການ​ທູດຈາກ 16 ປະ​ເທດ ຮວມ​ທັງ​ ຣັດ​ເຊຍ ຈີນ ອີ​ຣ່ານ ເກົາ​ຫຼີ​ເໜືອ ແລະ​ຄິ​ວ​ບາ ເວ​ລາ​ທ່ານ​ພົບ​ກັບ​ພວກ​ນັກ​ຂ່າວ ທີ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ບັນ​ດາ​ປະ​ເທດ​ເຫຼົ່າ​ນີ້​ແມ່ນ​ຍັງສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ເວ​ເນ​ຊູ​ເອ​ລາ.

ທ່ານ​ອາ​ເຣ​ຍ​ຊາ ກ່າວ​ວ່າ “ພວກ​ເຮົາ​ທັງ​ໝົດ ​ແມ່ນ​ຕ່າງ​ກໍ​ມີ​ສິດ​ທິ ທີ່​ຈະ​ດຳ​ລົງ​ຊີ​ວິດໂດຍ​ປາ​ສະ​ຈາ​ກການ​ຂົ່ມ​ຂູ່​ຕໍ່​ການ​ໃຊ້​ກຳ​ລັງ ແລະ​ໂດຍ​ປາ​ສະ​ຈາ​ການ​ນຳ​ໃຊ້​ມາດຕະ​ການບີບ​ບັງ​ຄັບທີ່​ຜິດ​ກົດ​ໝາຍ​ຕາມ​ລຳ​ພັງ​ຝ່າຍ​ດຽວ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG