ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ UNICEF ຮຽກຮ້ອງຂໍທຶນຊ່ອຍເຫຼືອ ແກ່ພວກເດັກນ້ອຍ ເວເນຊູເອລາ ທີ່ຕ້ອງການ ການບໍລິການ ຂັ້ນພື້ນຖານ


ນາງ ແຟຣນແຢລິສ ອາຍຸ 8 ປ້ອນນ້ອງຊາຍຂອງລາວ ທ້າວ ໂຈເນເບີ ໃນຂະນະທີ່ ແມ່ຂອງພວກເຂົາເຈົ້າ ນາງ ແຟຣນຊີແບລ ຄອນເທຣລາສ ຖືຖ້ວຍທີ່ມີຈືນໄຂ່ ແລະເຂົ້າ ຢູ່ທີ່ເຮືອນຄົວ ໃນເຂດເມືອງ Petare ໃນຊຸມຊົນທຸກຍາກ, ຂອງນະຄອນ ກາຣາກາສ ປະເທດເວເນຊູເອລາ, ວັນທີ 14 ກຸມພາ 2019.
ນາງ ແຟຣນແຢລິສ ອາຍຸ 8 ປ້ອນນ້ອງຊາຍຂອງລາວ ທ້າວ ໂຈເນເບີ ໃນຂະນະທີ່ ແມ່ຂອງພວກເຂົາເຈົ້າ ນາງ ແຟຣນຊີແບລ ຄອນເທຣລາສ ຖືຖ້ວຍທີ່ມີຈືນໄຂ່ ແລະເຂົ້າ ຢູ່ທີ່ເຮືອນຄົວ ໃນເຂດເມືອງ Petare ໃນຊຸມຊົນທຸກຍາກ, ຂອງນະຄອນ ກາຣາກາສ ປະເທດເວເນຊູເອລາ, ວັນທີ 14 ກຸມພາ 2019.

ອົງການ​ກອງ​ທຶນເດັກ​ຂອງ​ສະຫະ​ປະຊາ​ຊາດ ຫຼືເອີ້ນຫຍໍ້ວ່າ UNICEF ກ່າວວ່າ ກະປະ
ມານໄດ້ວ່າ ມີເດັກນ້ອຍຊາວເວເນຊູເອລາ 1 ລ້ານ 1 ແສນ ຄົນ ກຳລັງຕ້ອງການ “ການ
ປົກປ້ອງ ແລະການເຂົ້າເຖິງການບໍລິການໃນຂັ້ນພື້ນຖານ ໃນ ທົ່ວເຂດອາເມຣິກາ
ລາຕິນ ແລະເຂດ​ທະ​ເລຄາຣີບບຽນ ໃນປີ 2019 ນີ້.”

ຕົວເລກດັ່ງກ່າວນັ້ນ ລວມທັງພວກເດັກນ້ອຍ ຜູ້ທີ່ຖືກຍົກຍ້າຍ ອອກມາຈາກ
ເວເນຊູເອລາ ພ້ອມດ້ວຍພວກທີ່ເດີນທາງກັບຄືນປະເທດ ແລະພວກທີ່ອາໄສ
ຢູ່ໃນປະຊາຄົມຂອງປະເທດເຈົ້າພາບທີ່ໃຫ້ການຊ່ອຍເຫຼືອແລະເປັນທາງຜ່ານ.

ຈຳນວນທີ່ຄາດຄະເນໄປນັ້ນ ອົງການ​ກອງ​ທຶນເດັກ​ຂອງ​ສະຫະ​ປະຊາ​ຊາດ ໄດ້
ກ່າວໃນຖະແຫລງການສະບັບນຶ່ງ ໃນວັນສຸກມື້ນີ້ ວ່າ ເປັນຈຳນວນທີ່ເພີ້ມຕື່ມໃສ່
ຈຳນວນພວກເດັກນ້ອຍເກືອບເຄິ່ງລ້ານຄົນ ໃນປັດຈຸບັນ ທີ່ຕ້ອງການ “ການບໍລິ ການຕ່າງໆທີ່ຈຳເປັນ ເຊັ່ນວ່າ ການປົກປ້ອງ ການຮັກສາສຸຂະພາບ ແລະການ
ສຶກສາ ຢູ່ໃນບັນດາປະເທດເຈົ້າພາບ ທີ່ໃຫ້ການຊ່ອຍເຫຼືອ ແລະເປັນທາງຜ່ານ”

ຊຶ່ງປະເທດເຫຼົ່ານີ້ ກຳລັງປະເຊີນກັບພາລະທີ່ຫຍຸ້ງຍາກ ຂອງການຮັບເອົາພວກ
ເດັກນ້ອຍເພີ້ມຂຶ້ນອີກ.

ອົງການ UNICEF ໄດ້ກ່າວຕື່ມວ່າ ຄູ່ພາຄີໃນການຊ່ອຍເຫຼືອດ້ານມະນຸດສະທຳ
ຂອງຕົນຢູ່ໃນພາກພື້ນ ເຊັ່ນ ບຣາຊີລ ໂຄລອມເບຍ ເອກົວດໍ ກີຢານາ ປານາມາ
ເປຣູ ແລະ ຕຣີນີແດັດແລະໂຕບາໂກ ກະປະມານວ່າ ມີພວກຄົນຫຼາຍເຖິງ 4 ລ້ານ
9 ແສນຄົນ ທີ່ປະກອບດ້ວຍພວກຜູ້ໃຫຍ່ ແລະເດັກນ້ອຍ ທີ່ຈະຕ້ອງການ ການຊ່ອຍ
ເຫຼືອ ໃນປີນີ້ ຍ້ອນຄວາມວຸ້ນວາຍທີ່ເກີດຂຶ້ນໃນດ້ານການເມືອງ ແລະເສດຖະກິດ
ໃນເວເນຊູເອລາ ທີ່ໄດ້ກົດດັນໃຫ້ພົນລະເມືອງຂອງປະເທດນີ້ ພາກັນຫລົບໜີ.

ອົງການນີ້ ໄດ້ຮຽກຮ້ອງຂໍເງິນ 69 ລ້ານ 5 ແສນໂດລາ ເພື່ອຈະນຳ​ໄປ​ຊ່ວຍ ພວກ
​ເດັກ​ນ້ອຍເວເນຊູເອລາ ທີ່ໄດ້ຍົກຍ້າຍຈາກຖິ່ນຖານຜູ້ທີ່ກຳລັງອາໄສຢູ່ໃນພາກພື້ນ.

ທ່ານນາງມາເຣຍ ຄຣິສຕີນາ ເພີຣເຊີໂວລ ຜູ້ອຳນວຍການຮັບຜິດຊອບໃນຂົງເຂດ
ອາເມຣິກາລາຕິນ ແລະທະ​ເລກາຣີບບຽນ ຂອງອົງການ UNICEF ໄດ້ ກ່າວວ່າ
“ອົງການ UNICEF ໄດ້ຮັບການສະໜັບສະໜຸນ ໂດຍຄວາມພະຍາຍາມຂອງ
ລັດຖະບານທັງຫຼາຍຢູ່ໃນພາກພື້ນ ທີ່ຈະ​ຊອກ​ຫາ​ ຊ່ອງ​ທາງແກ້ໄຂ ຮ່ວມກັນ
ຕໍ່ບັ​ນ​ຫາທ້າທາຍ​ໃນການຍົກຍ້າຍຖິ່ນຖານຂະໜາດໃຫຍ່ ທີ່ເປັນແນວທາງຕາມ
ມາດຕະຖານສາກົນ ແລະກົດໝາຍແຫ່ງຊາດ ເຊັ່ນວ່າ ລະບຽບການ ທີ່ໄດ້ຮັບເອົາ
ໂດຍ ເອກົວດໍ ເພື່ອໃຫ້ການປົກປ້ອງ ພວກເດັກນ້ອຍຍົກຍ້າຍຖິ່ນຖານ.”

ອົງການ UNICEFໄດ້ກ່າວຕໍ່ໄປວ່າ ເຖິງຢ່າງໃດກໍດີ ມັນເປັນ “ເລື້ອງທີ່ໜ້າເປັນຫ່ວງ
ໂດຍສະເພາະກ່ຽວກັບບົດລາຍງານ ຂອງຄວາມກຽດຊັງ ແລະຄວາມອະຄະຕິ ຕໍ່
ພວກຄົນຈາກປະເທດອື່ນ ການຈຳແນກເຜົ່າພັນ ແລະຄວາມຮຸນແຮງ ທີ່ໄດ້ກະທຳ
ລົງໄປ ຕໍ່ພວກເດັກນ້ອຍຊາວເວເນຊູເອລາ ແລະຄອບຄົວຂອງພວກເຂົາເຈົ້າ ໃນ
ປະຊາຄົມປະເທດ ທີ່ເປັນເຈົ້າພາບ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG