ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ເວເນຊູເອລາ ລົງຄະແນນສຽງ ຖ່າມກາງ ຄວາມເຄັ່ງຕຶງ ພາຍໃນປະເທດ


ຜູ້ລົງແຂ່ງຂັນພັກຝ່າຍຄ້ານ ທ່ານ Carlos Ocariz, ຜູ້ທີ່ໄດ້ລົງແຂ່ງຂັນເພື່ອເປັນຜູ້ປົກຄອງລັດ Miranda ລົມກັບແມ່ຍິງຄົນນຶ່ງທີ່ເປັນບ່ອນໂຄສະນາຫາສຽງຂອງທ່ານ ໃນເມືອງ Guarenas, ເຂດນອກຂອງນະຄອນຫຼວງ ຄາຣາຄັສ, ປະເທດ ເວເນຊູເອລາ, 7 ຕຸລາ, 2017.
ຜູ້ລົງແຂ່ງຂັນພັກຝ່າຍຄ້ານ ທ່ານ Carlos Ocariz, ຜູ້ທີ່ໄດ້ລົງແຂ່ງຂັນເພື່ອເປັນຜູ້ປົກຄອງລັດ Miranda ລົມກັບແມ່ຍິງຄົນນຶ່ງທີ່ເປັນບ່ອນໂຄສະນາຫາສຽງຂອງທ່ານ ໃນເມືອງ Guarenas, ເຂດນອກຂອງນະຄອນຫຼວງ ຄາຣາຄັສ, ປະເທດ ເວເນຊູເອລາ, 7 ຕຸລາ, 2017.

ປະຊາຊົນ ເວເນຊູເອລາ ໄດ້ໄປສະຖານທີ່ເລືອກຕັ້ງ ໃນວັນອາທິດມື້ນີ້ ເພື່ອບ່ອນບັດ
ເລືອກເອົາຜູ້ປົກຄອງລັດ ໃນທັງໝົດ 23 ລັດ, ໃນການລົງຄະແນນສຽງເລືອກຕັ້ງທີ່ຖື
ວ່າເປັນ ການທົດສອບສຳລັບປະທານາທິບໍດີ ສັງຄົມນິຍົມ ທ່ານ Nicolas Maduro
ທີ່ຖືກໂຈມຕີຢ່າງໜັກນັ້ນ.

ການເລືອກຕັ້ງ ປົກກະຕິ ມີກຳນົດຈັດຂຶ້ນໃນປີທີ່ຜ່ານມາ, ແຕ່ສະພາການເລືອກຕັ້ງທີ່
ສະໜັບສະໜູນທ່ານ Maduro ໄດ້ເລື່ອນມັນອອກໄປ ຫຼັງຈາກການຢັ່ງຫາງສຽງໄດ້
ຄາດການໄວ້ວ່າ ພັກສັງຄົມນິຍົມຂອງທ່ານ Maduro ຈະເສຍໄຊຢ່າງໜັກ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ຕິດຕາມການເລືອກຕັ້ງຢ່າງໃກ້ຊິດ ຫຼັງຈາກລັດຖະ
ບານຂອງທ່ານ Maduro ໄດ້ປະຕິເສດທີ່ຈະອະນຸດຍາດ ໃຫ້ຜູ້ສັງເກດການອິດສະ
ຫຼະຈາກສາກົນ ເຂົ້າໄປມີໜ້າໃນປະເທດ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານນາງ Heather Nauert ໄດ້ກ່າວ
ໃນວັນເສົາວານນີ້ວ່າ “ສະຫະລັດ ຮຽກຮ້ອງໃຫ້ລະບອບການປົກຄອງຂອງປະເທດດັ່ງ
ກ່າວ ຈັດການເລືອກຕັ້ງທີ່ເປັນອິດສະຫຼະ ແລະ ຍຸຕິທຳ. ສະຫະລັດ ມີຄວາມເປັນຫ່ວງ
ວ່າ ການປະຕິບັດການຫຼາຍຄັ້ງ ໂດຍສະພາການເລືອກຕັ້ງແຫ່ງຊາດ ໄດ້ກໍ່ໃຫ້ເກີດ
ຄວາມສົງໃສກ່ຽວກັບຄວາມຍຸຕິທຳ ເລື່ອງ ການດຳເນີນການເລືອກຕັ້ງ.”

ທ່ານ Siobhan Morden ກຳມະການຜູ້ຈັດການທີ່ບໍລິສັດ Nomura Securities ໃນ
ນະຄອນ ນິວຢອກ ໄດ້ກ່າວຕໍ່ວາລະສານ Forbes ວ່າ “ຖ້າການເລືອກຕັ້ງນີ້ເສລີ ແລະ
ຍຸຕິທຳ, ພວກຝ່າຍຄ້ານຄົງຈະໄດ້ຊະນະບ່ອນນັ່ງຜູ້ປົກຄອງລັດທັງໝົດ 23 ບ່ອນຢ່າງ
ງ່າຍດາຍ.”

ເຖິງແມ່ນວ່າ ບັນດານັກການເມືອງຝ່າຍຄ້ານຈະໄດ້ຊະນະລັດສ່ວນໃຫຍ່ກໍຕາມ, ແຕ່
ມັນກໍບໍ່ມີການຮັບປະກັນວ່າ ເຂົາເຈົ້າຈະສາມາດໃຊ້ອຳນາດໄດ້ຢ່າງມີປະສິດທິພາບຫຼື
ບໍ່. ທ່ານ Maduro ໄດ້ກ່າວເນັ້ນວ່າ ບັນດາຜູ້ປົກຄອງລັດຄົນຕໍ່ໄປ ຈະຕ້ອງກ່າວຄຳສາ
ບານເຂົ້າຮັບຕຳແໜ່ງ ແລະ “ສະແດງການຢູ່ໃຕ້ບັນຊາ” ຕໍ່ສະພາລັດຖະທຳມະນູນ ທີ່
ໄດ້ຍຶດເອົາອຳນາດນິຕິບັນຍັດ ຈາກສະພາແຫ່ງຊາດທີ່ຖືກຄອບງຳໂດຍພັກຝ່າຍຄ້ານ.

ຜູ້ຄັດຄ້ານລັດຖະບານຫຼາຍຄົນ ມີຄວາມເປັນຫ່ວງວ່າ ບັນດາເຈົ້າໜ້າທີ່ການເລືອກຕັ້ງ
ຂອງປະເທດ ຈະສາມາດຮັບປະກັນການນັບຄະແນນສຽງໄດ້ຢ່າງແນ່ນອນຫຼືບໍ່. ຫຼັງ
ຈາກການເລືອກຕັ້ງທີ່ບັນຫາ ເພື່ອກໍ່ຕັ້ງສະພາທີ່ສະໜັບສະໜູນທ່ານ Maduro, ເຊິ່ງ
ໄດ້ແກ້ໄຂລັດຖະທຳມະນູນຄືນໃໝ່ນັ້ນ, ບໍລິສັດ Smartmatic, ທີ່ຮັບຜິດຊອບສຳລັບ
ເຄື່ອງຈັກນັບຄະແນນສຽງໄດ້ກ່າວວ່າ ການນັບຄະແນນສຽງໄດ້ຖືກສັບປ່ຽນສໍ້ໂກງ
ໂດຍຢ່າງໜ້ອຍ 1 ລ້ານຄະແນນສຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG