ບັນດາຜູ້ນຳຝ່າຍຄ້ານ ແລະປະຊາຊົນຊາວ Venezuela ທີ່ມີຄວາມໂກດແຄ້ນ ໄດ້ລົງສູ່ຖະໜົນຫົນທາງໃນນະຄອນ Caracas ໃນວັນພຸດວານນີ້ ເພື່ອເດີນຂະບວນໄປຍັງສຳນັກ ງານໃຫຍ່ຂອງຄະນະກຳມະການເລືອກຕັ້ງແຫ່ງຊາດແລະຮຽກຮ້ອງໃຫ້ມີການລົງປະຊາມະຕິເພື່ອ ຍົກເລີກການປົກຄອງແບບສັງຄົມນິຍົມຂອງປະທານາທິບໍດີ Nicolas Maduro.
ແຕ່ວ່າພວກຕຳຫຼວດ ແລະກຳລັງຮັກສາດິນແດນແຫ່ງຊາດ ໄດ້ປິດລ້ອມຈະຕຸລັດ ບ່ອນທີ່ພວກປະທ້ວງວາງແຜນທີ່ຈະຮວມຕົວກັນນັ້ນ ພ້ອມທັງຍິງແກ໊ສນ້ຳຕາເຂົ້າໃສ່ພວກປະທ້ວງ ນຳ ອີງຕາມຄຳເວົ້າຂອງພວກເຫັນເຫດການ.
ທ້າວ Carlos Rodriguez ຜູ້ປະທ້ວງຄົນນຶ່ງ ທີ່ກ່າວເປັນພາສາສະເປນ ວ່າ “ພວກເຮົາແມ່ນເບື່ອໜ່າຍຕໍ່ການສໍ້ລາດບັງຫຼວງ. ພວກເຮົາແມ່ນເບື່ອໜ່າຍຕໍ່ການເຂົ້າແຖວ. ພວກເຮົາເບື່ອ ໜ່າຍຕໍ່ການທີ່ພວກເຂົາເຈົ້າຕົບໜ້າພວກເຮົາໃນແຕ່ລະວັນ ກັບສິ່ງທີ່ຄວນເປັນ ສົງຄາມດ້ານເສດຖະກິດຂອງປະເທດ.”
ບັນດາເຈົ້າໜ້າທີ່ ທີ່ມີແຜ່ນໂລ່ປ້ອງກັນຕົວ ໝວກກັນນ໊ອກ ແລະເສື້ອກັນກະສຸນ ຂັດຂວາງ ການປະທ້ວງທີ່ມີຜູ້ຄົນເຂົ້າຮ່ວມຈຳນວນນັບພັນນັ້ນ.
“ຍົກເລີກ ຍົກເລີກ ປົດທ່ານ Maduro ອອກ” ພວກປະທ້ວງ ໄດ້ພາກັນຮ້ອງໂຮ ພ້ອມທັງຖືທຸງຊາດ Venezuela ໂບກສະບັດໄປມາ ຫຼືບໍ່ ກໍຖືປ້າຍຄຳຂວັນຕໍ່ຕ້ານລັດຖະບານຕ່າງໆ.
ທ່ານ Maduro ໄດ້ສັ່ງມອບສິດອຳນາດໃຫ້ທ່ານເອງໃນເວລາ 60 ວັນ ໃນອັນທີ່ທ່ານເອີ້ນວ່າ ມີຊາວ Venezuela ແລະຊາວອາເມຣິກັນບາງກຸ່ມ ທີ່ຕ້ອງການຢາກຈະໂຄ່ນລົ້ມທ່ານ.
ທ່ານ Henrique Capriles ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສອງສະໄໝ ແລະ ທ່ານ Henry Ramos Allup ປະທານສະພາທີ່ຄວບຄຸມໂດຍພັກຝ່າຍຄ້ານ ແມ່ນເຜນເປັນ ຜູ້ນຳພາໃນການປະທ້ວງດັ່ງກ່າວ. ພັກຝ່າຍຄ້ານເຊື່ອວ່າການເອົາມາດຕະການຂອງທ່ານ Maduro ສະແດງໃຫ້ເຫັນວ່າ ລັດຖະບານຂອງທ່ານແມ່ນໄດ້ຕື່ນຕົກໃຈ.