ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍລັບ ເວເນຊູເອລາ ຈັບກຸມ ທີ່ປຶກສາ ລະດັບສູງ ຂອງ ທ. ຮວານ ກວາອີໂດ


ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ທ່ານ ຮວານ ກວາອີໂອ ຢືນຢູ່ໃກ້ຮົ້ວ ໃນບ້ານພັກຂອງທີ່ປຶກສາ ຜູ້ສຳຄັນຄົນນຶ່ງ ຂອງທ່ານ, ທ່ານ ໂຣເບີດໂຕ ມາຣແຣໂຣ ຜູ້ເປັນທະນາຍຄວາມ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 21 ມີນາ 2019.
ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ທ່ານ ຮວານ ກວາອີໂອ ຢືນຢູ່ໃກ້ຮົ້ວ ໃນບ້ານພັກຂອງທີ່ປຶກສາ ຜູ້ສຳຄັນຄົນນຶ່ງ ຂອງທ່ານ, ທ່ານ ໂຣເບີດໂຕ ມາຣແຣໂຣ ຜູ້ເປັນທະນາຍຄວາມ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 21 ມີນາ 2019.

ລັດຖະມົນຕີກະຊວງພາຍໃນ ຂອງເວເນຊູເອລາ ກ່າວຫາ ຫົວໜ້າທີ່ປຶກສາຂອງ ຜູ້ນຳ
ຝ່າຍຄ້ານ ທ່ານຮວານ ກວາອີໂອ ວ່າ ເປັນພາກສ່ວນນຶ່ງຂອງ “ກຸ່ມກໍ່ການ ຮ້າຍ” ທີ່
ກຳລັງວາງແຜນການໂຈມຕີ ຕໍ່ບັນດານັກການເມືອງລະດັບສູງຂອງປະເທດ.

ທ່ານໂຣເບີດໂຕ ມາຣແຣໂຣ ເປີດກອງປະຊຸມ ຖະແຫລງຂ່າວ ໃນນະຄອນຫຼວງ ກາຣາກາສ, ວັນທີ 8 ທັນວາ 2015.
ທ່ານໂຣເບີດໂຕ ມາຣແຣໂຣ ເປີດກອງປະຊຸມ ຖະແຫລງຂ່າວ ໃນນະຄອນຫຼວງ ກາຣາກາສ, ວັນທີ 8 ທັນວາ 2015.

ພວກເຈົ້າໜ້າທີ່ສາຍລັບ ໄດ້ຈັບກຸມ ທ່ານໂຣເບີດໂຕ ມາຣແຣໂຣ ໃນລະ
ຫວ່າງ ການບຸກເຂົ້າ​ໄປ​ກວດ​ຄົ້ນ ບ້ານພັກຂອງທ່ານ ໃນຍາມເຊົ້າມືດ. ລັດຖະມົນຕີກະຊວງພາຍໃນ ທ່ານ
ເນສຕໍ ຣີແວໂຣລ ກ່າວວ່າ ໄດ້ພົບ
ເຫັນ “ອາວຸດຈຳນວນ ຫຼວງຫຼາຍ”
ຢູ່ໃນເຮືອນຫຼັງດັ່ງກ່າວ.

ແຕ່ສະມາຊິກຝ່າຍຄ້ານ ທ່ານ
ເຊີຣຈີໂອ ແອຣກາຣາ ຜູ້ທີ່ກ່າວວ່າ
ບ້ານຂອງທ່ານ ກໍໄດ້ຖືກບຸກ​ເຂົ້າໄປ
​ກວດ​ຄົ້ນເຊັ່ນກັນ ​ໂດຍກ່າວຫາ
ພວກເຈົ້າໜ້າທີ່ສາຍລັບ ວ່າ ນຳ​ເອົາ
ອາວຸດໄປ​ເຊື່ອງ​ໄວ້​ໃນເຮືອນຂອງທ່ານ.

“ພວກເຮົາບໍ່ຮູ້ເລີຍວ່າລາວຢູ່ໃສ”
ທ່ານກວາອີໂດ ໄດ້ຂຽນລົງທວີ​ດເຕີ
ໃນວັນພະຫັດວານນີ້. ທ່ານຂຽນອີກ
ວ່າ “ລາວຕ້ອງໄດ້ຖືກປ່ອຍໂຕ
ໃນທັນທີ.”

ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ພວມຮຽກຮ້ອງໃຫ້
ປ່ອຍໂຕ ທ່ານມາຣແຣໂຣ ໃນທັນທີ ແລະ ໄດ້ກ່າວວ່າ ພວກທີ່ຢູ່ເບື້ອງ ຫຼັງການຈັບກຸມ
ຈະຖືກນຳມາຮັບຜິດຊອບ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ ໄດ້ຂຽນລົງທວີດເຕີ ວ່າ
“ທ່ານມາດູໂຣ ຫາກໍໄດ້ທຳຄວາມຜິດພາດຢ່າງໃຫຍ່ອີກ” ທີ່ “ຈະ​ບໍ່ປ່ອຍ​ໃຫ້ດຳ​ເນີນ​
ໄປ ໂດຍບໍ່ມີການຕອບໂຕ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG