ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາ ທີ່ຕັ້ງໃໝ່ ຂອງ​ ເວ​ເນ​ຊູ​ເອລາ ສັນຍາ​ ຈະລົງໂທດ ພວກຕໍ່ຕ້ານລັດຖະບານ


ຜູ້ສະໜັບສະໜຸນປະທານາທິບໍດີ Nicolas Maduro ຖືກໂຍນຂຶ້ນເທິງຟ້າ ກ່ອນຈະເລີ້ມຕົ້ນ ການແຫ່ຂະບວນໄປຫາ ສະພາແຫ່ງຊາດ ເພື່ອໄປຮ່ວມພິທີ ສາບານຕົວ ເຂົ້າຮັບຕໍາແໜ່ງ ຂອງປະທານສະພາ ຮ່າງ​ລັດ​ຖະທໍາ​ມະນູນ ຢູ່ນະຄອນ Caracas ປະເທດ Venezuela ໃນວັນທີ 4 ສິງຫາ, 2017.
ຜູ້ສະໜັບສະໜຸນປະທານາທິບໍດີ Nicolas Maduro ຖືກໂຍນຂຶ້ນເທິງຟ້າ ກ່ອນຈະເລີ້ມຕົ້ນ ການແຫ່ຂະບວນໄປຫາ ສະພາແຫ່ງຊາດ ເພື່ອໄປຮ່ວມພິທີ ສາບານຕົວ ເຂົ້າຮັບຕໍາແໜ່ງ ຂອງປະທານສະພາ ຮ່າງ​ລັດ​ຖະທໍາ​ມະນູນ ຢູ່ນະຄອນ Caracas ປະເທດ Venezuela ໃນວັນທີ 4 ສິງຫາ, 2017.

ສະພາ​ນິຕິ​ບັນຍັດ​ສູງ​ສຸດ​ຂອງ​ເວ​ເນ​ຊູ​ເອລາ ​ມີ​ແຜນ​ທີ່​ຈະ​ປະຊຸມ​ກັນ​ອີກໃນ​ວັນ​ເສົາ
​ມື້ນີ້. ຄາດ​ກັນ​ວ່າສະພາຮ່າງ​ລັດ​ຖະທໍາ​ມະນູນ​ທີ່​ຍັງເປັນ​ທີ່​ໂຕ້​ແຍ້​ງກັນ​ຢູ່ ​ແລະ​ໄດ້
​ເປີດ​ປະຊຸມ​ຮອບ​ປະຖົມມະ​ເລີກ​ໃນ​ວັນ​ສຸກ​ວານ​ນີ້​ນັ້ນ ຈະ​ຂຽນລັດຖະທໍາ​ມະນູນ​ຄືນ
​ແລະ​ມອບ​ອໍານາດ​ໃໝ່​ໃຫ້​ແກ່​ພັກ​ສັງຄົມ​ນິຍົມທີ່​ປົກຄອງປະ​ເທ​ດຢູ່ໃນ​ເວລາ​ນີ້.

ພັນ​ລະ​ຍາ​ ແລະ​ລູກ​ຊາຍຂອງປະທານາທິບໍດີ Nicolas Maduro ແມ່ນ​ຮວມຢູ່​ໃນ
ຈໍານວນສະມາຊິກ 545 ຄົນຂອງ​ສະພາ​ດັ່ງກ່າວ​ ທີ່​ໄດ້​ເປັນ​ເອກະສັນ​ກັນ​ເລືອກ​ເອົາ​
ອະດີດ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ທ່ານນາງ Delcy Rodriguez ​ໃຫ້​
ເປັນ​ປະທານສະພາ.

ທ່ານນາງ Rodriguez ​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ​ກະທໍາ​ການ​ໂດຍ​ໄວ​ຕໍ່ພວກທີ່​ຕໍ່
ຕ້ານ​ລັດຖະບານ. ທ່ານນາງ​ກ່າວໃນ​ວັນ​ສຸກ​ວານ​ນີ້ວ່າ "ຈົ່ງ​ຢ່າ​ໄດ້ຄິດ​ເລີຍ​ວ່າ ​ພວກ
ເຮົາ​ຈະລໍຖ້າເວລາເປັນຫລາຍໆ ອາທິດ, ຫລາຍໆເດືອນ, ຫລືຫລາຍໆປີ”. "ມື້ອື່ນ
​ນີ້ພວກ​ເຮົາ​ຈະເລີ້ມ​ລົງມື​ເລີຍ. ພວກ​ຟາ​ຊິ​ສທີ່​ກໍ່ຄວາມ​ຮຸນ​ແຮງ, ພວກ​ທີ່​ສືບຕໍ່
ເຮັດ​ສົງຄາມ​ເສດຖະກິດ​ຕ້ານ​ປະຊາຊົນ, ພວກ​ທີ່​ສືບຕໍ່​ເຮັດ​ສົງຄາມຈິດຕະສາດ,
ຄວາມ​ຍຸດຕິ​ທໍາ​ກຳລັງຈະ​ມາເຖິງ​ພວກ​ເຈົ້າ​ແລ້ວ."

ທ່ານ​ນາງ​ຍັງ​ໄດ້​ປະນາມ​ການ​ຕິຕຽນຂອງ​ຕ່າງປະ​ເທດ​ຕໍ່​ເວ​ເນ​ຊູ​ເອລາ. "ປະຊາ​ຄົມ
​ສາກົນ​ບໍ່ຄວນ​ເບິ່ງເວ​ເນ​ຊູ​ເອລາ​ແບບ​ຜິດໆ ​ເລີຍ. ຄໍາ​ເຕືອນ​ແມ່ນ​ຈະ​ແຈ້ງ, ມັນ​ຈະ
​ແຈ້ງ​ຫລາຍ--ພວກ​ເຮົາ​ຊາວເວ​ເນ​ຊູ​ເອລາ ຈະ​ແກ້​ໄຂ​ບັນຫາ​ຂອງ​ພວກ​ເຮົາ​ເອງ, ​
ຈະແກ້​ໄຂ​ວິ​ກິດ​ການ​ຂອງ​ພວກ​ເຮົາ ​ໂດຍ​ປາດ​ສະ​ຈາກ​ການ​ແຊກ​ແຊງ​ຂອງ​ຕ່າງ
ປະ​ເທດ ບໍ່ວ່າ​ຈະ​ຢູ່​ໃນ​ຮູ​ບການ​ໃດກໍ​ຕາມ."

ນອກຈາກ​ການ​ຂຽນຄືນ​ລັດຖະທໍາ​ມະນູນ​ທີ່​ສ້າງ​ຂຶ້ນພາຍ​ໃຕ້​ປະທານາທິບໍດີ Hugo
​ໃນ​ສະໄໝນັ້ນແລ້ວ ສະພາ​ໃໝ່ດັ່ງ​ກ່າວ​ຍັງ​ມີ​ອໍານາດ​ຕໍ່ຂະ​ແໜງການ​ອື່ນໆ ຂອງ​
ລັດຖະບານ​ອີກ ​ແລະ​ກໍ​ມີ​ອໍານາດທີ່​ຈະ​ປົດ​ເຈົ້າໜ້າທີ່​ລັດຖະບານ​ອອກໄດ້.

ລາຍ​ງານ​ຂອງ​ສື່​ມວນ​ຊົນ​ເວົ້າວ່າ ທ່ານ​ນາງ Luisa Ortega ຫົວໜ້າ​ໄອ​ຍະ​ການ​ທີ່​
ເວົ້າ​ໃນ​ອາທິດ​ນີ້ວ່າ ທ່ານ​ນາງ​ໄດ້​ເລີ້ມການ​ສອບ​ສວນ​ເບິ່ງ​ການ​ສໍ້​ໂກງ​ໃນ​ການ
​ເລືອກ​ຕັ້ງ ທີ່​ຈັດຂຶ້ນ​ໃນ​ວັນ​ອາທິດ​ແລ້ວນີ້ ​ອາດ​ຈະ​ເປັນ​ເປົ້າໝາຍຂອງ​ສະພາ​ດັ່ງກ່າວ.

ທ່ານ​ນາງ Ortega ​ໄດ້​ເຮັດ​ຄໍາ​ຮ້ອງ​ ຂໍໃຫ້​ມີ​ການ​ສອບ​ສວນ​ຢູ່​ໃນ​ສານ​ຊັ້ນຕົ້ນ ພາຍ
ຫລັງ​ທີ່​ໄດ້​ຍື່ນຄໍາ​ຮ້ອງຮຽນຕໍ່ສານ​ສູງ​ສຸດ ກ່ຽວກັບ​ຄວາມຖືກຕ້ອງ​ຕາມ​ລັດຖະທໍາ​
ມະນູນ​ຂອງ​ສະພາ​ໃໝ່ດັ່ງກ່າວ​ນີ້.

ສໍານັກ Vatican ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ຕັ້ງສະພາ​ຮ່າງ​ລັດຖະທໍາ​ມະນູນ​ໄວ້ ​ໂດຍ
​ໄດ້​ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ມັນ​ໄດ້​ປະກອບ ສ່ວນ​ເຮັດ​ໃຫ້​ມີ​ບັນຍາກາດ​ເຄັ່ງ​ຕຶງ ​
ແລະ​ຂັດ​ແຍ້​ງກັນ. ວັງ Vatican ຍັງ​ໄດ້​ຮ້ອງ​ຮຽນໃຫ້​ບັນດາ​ປະ​ເທດ​ທີ່​ມີ​ຄົນ​ນັບຖື
​ສາສະໜາຄາ​ໂຕ​ລິກ​ເປັນ​ສ່ວນ​ໃຫຍ່​ດັ່ງກ່າວ "ຫລີກ​ລ້ຽງການ​ໃຊ້​ຄວາມ​ຮຸນ​ແຮງ​
ໃນ​ທຸກ​ຮູບ​ແບບ" ໃນ​ຂະນະ​ທີ່ວິ​ກິດ​ການ​ພວມ​ຮ້າຍ​ແຮງ​ຂຶ້ນ.

ສະຫະລັດ, ສະຫະ​ພາບຢູ​ໂຣບ, ​ແລະ​ບັນດາ​ປະ​ເທດໃນ​ທະວີບອາ​ເມຣິກາ​ລາ​ຕິນ ​ເວົ້າວ່າ ພວກ​ເຂົາ​ເຈົ້າຈະ​ບໍ່ຮັບ​ຮູ້​ສະພາ​ດັ່ງ​ກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້

VENEZUELA
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG