ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຍົກຍ້າຍ ບັນດາພະນັກງານ ນັກການທູດທັງໝົດ ອອກຈາກ ເວເນຊູເອ


ແອລລີອັອດ ເອບຣາມສ໌, ຊ້າຍ, ກຳລັງຟັງ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽງ ກ່າວເຖິງປະເທດເວເນຊູເອລາ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມັງກອນ 2019.
ແອລລີອັອດ ເອບຣາມສ໌, ຊ້າຍ, ກຳລັງຟັງ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽງ ກ່າວເຖິງປະເທດເວເນຊູເອລາ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມັງກອນ 2019.

ສະຫະລັດ ກ່າວວ່າ ຕົນກຳລັງເຄື່ອນຍ້າຍ ພະນັກງານທີ່ຍັງເຫຼືອ ອອກຈາກສະຖານ
ເອກອັກຄະລັດຖະທູດ ໃນເວເນຊູເອລາ.

ໃນຖະແຫລງການສະບັ ທີ່ໄດ້ແຈ້ງອອກເມື່ອຄືນວັນຈັນວານນີ້ ລັດຖະມົນຕີ ວ່າການ
ຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວວ່າ ການ ຕັດສິນໃຈປິດ
ສະຖານທູດ“ສະທ້ອນໃຫ້​ເຫັນເຖິງສະຖານະການ ທີ່ຊຸດໂຊມລົງເລື້ອຍໆ ຢູ່ໃນ
ເວເນຊູເອລາ”
ພ້ອມກັນນັ້ນຜົນສະຫລຸບກໍແມ່ນວ່າ ການມີໜ້າ ຂອງບັນດາພະນັກ
ງານການທູດຢູ່ທີ່ນັ້ນ “ໄດ້ກາຍເປັນຂໍ້ຈຳກັດຕໍ່ນະໂຍບາຍ ຂອງສະຫະລັດ.”

ກະຊວງການຕ່າງປະເທດ ໄດ້ສັ່ງໃຫ້ພະນັກງານທີ່ບໍ່ຈຳເປັນໝົດທຸກຄົນອອກ ຈາກ
ເວເນຊູເອລາ ກັບຄືນປະເທດ ໃນເດືອນມັງກອນ ນຶ່ງວັນຫຼັງຈາກປະທາ ນາທິບໍດີ
ນິໂຄລັສ ມາດູໂຣ ໄດ້ຕັດສາຍສຳພັນດ້ານການທູດ ກັບວໍຊິງຕັນ ແລະໄດ້ສັ່ງໃຫ້
ນັກການທູດ ສະຫະລັດທັງຫຼາຍ ອອກຈາກປະເທດ ພາຍຫຼັງ ຈາກທີ່ ປະທານາທິບໍດີ
ດໍໂນລ ທຣຳ ໄດ້ຮັບຮູ້ ທ່ານຮວານ ກວາອີໂດ ເປັນປະທານາທິບໍດີ ຊົ່ວຄາວ ຢ່າງ
ເປັນທາງການ. ທ່ານ ກວາອີໂດ ໄດ້ປະກາດ ຕົນເອງເປັນປະທານາທິບໍດີ ຫຼັງຈາກທີ່
ກ່າວອ້າງວ່າ ການເລືອກຕັ້ງເອົາທ່ານ ມາດູໂຣ ຄືນອີກນັ້ນ ແມ່ນບໍ່ຖືກຕ້ອງຕາມ
ກົດໝາຍ.

ປະຊາຊົນຊາວເວເນຊູເອລາ ພາກັນໄປໂຕ່ງເອົານ້ຳ ຢູ່ທີ່ທໍ່ລະບາຍນ້ຳແຫ່ງນຶ່ງ ໃນລະຫວ່າງການຂາດໄຟຟ້າໃຊ້, ຊຶ່ງໄດ້ສົ່ງຜົນກະທົບຕໍ່ປ້ຳນ້ຳ ຢູ່ໃນເຮືອນ ແລະຕຶກບ້ານພັກ ຂອງປະຊາຊົນໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນຈັນ ທີ11 ມີນາ 2019.
ປະຊາຊົນຊາວເວເນຊູເອລາ ພາກັນໄປໂຕ່ງເອົານ້ຳ ຢູ່ທີ່ທໍ່ລະບາຍນ້ຳແຫ່ງນຶ່ງ ໃນລະຫວ່າງການຂາດໄຟຟ້າໃຊ້, ຊຶ່ງໄດ້ສົ່ງຜົນກະທົບຕໍ່ປ້ຳນ້ຳ ຢູ່ໃນເຮືອນ ແລະຕຶກບ້ານພັກ ຂອງປະຊາຊົນໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນຈັນ ທີ11 ມີນາ 2019.

ການປະກາດຂອງສະຫະລັດ ທີ່ວ່າຕົນຈະປິດສະຖານທູດຂອງຕົນນັ້ນ ມີຂຶ້ນ ໃນຂະ
ນະທີ່ ເວເນຊູເອລາ ກ້າວເຂົ້າສູ່ວັນທີຫົກ ຂອງການຂາດໄຟຟ້າໃຊ້ໃນ ວັນອັງຄານມື້ນີ້.
ພວກພົນລະເມືອງທີ່ເດືອດຮ້ອນແລະໝົດຫວັງ ໄດ້ພາກັນ ໄປຕັກເອົານ້ຳທີ່ເປິເປື້ອນຢູ່
ໃນແມ່ນ້ຳ ແລະຕາມທໍ່ລະບາຍນ້ຳ ໃນຂະນະດຽວ ກັນ ໂຮງຮຽນ ແລະທຸລະກິດຕ່າງໆ
ກໍໄດ້ປິດໄວ້ເຊັ່ນກັນ ແລະຮ້ານຄ້າຕ່າງໆ ກໍບໍ່ສາມາດເກັບອາຫານການກິນໃດໆທີ່ມີ
ຢູ່ນັ້ນ ຮັກສາໄວ້ໃຫ້ເຢັນ ແລະສົດໄດ້.

ໂຮງໝໍບາງສ່ວນ ມີເຄື່ອງປັ່ນໄຟຟ້າ ແລະບັນດາທ່ານໝໍຫວັງວ່າ ຈະສາມາດຍົກຍ້າຍ
ພວກຄົນປ່ວຍຜູ້ທີ່ຕ້ອງການຜ່າຕັດ ໄປຍັງໂຮງໝໍແຫ່ງດັ່ງກ່າວ ເພື່ອຊ່ອຍຊີວິດ ຂອງ
ພວກເຂົາເຈົ້າ.

ໄຟຟ້າໃນບາງພື້ນທີ່ຂອງປະເທດ ໄດ້ກັບຄືນມາແລ້ວ ໃນວັນຈັນວານນີ້ ແຕ່ກໍ ມີລາຍ
ງານວ່າ ໄຟຟ້າດັ່ງກ່າວ ແມ່ນໃຊ້ການບໍ່ໄດ້. ມັນກໍຍັງເປັນທີ່ຢືນຢັນໄດ້ຍາກ ກ່ຽວກັບ
ລາຍງານຂອງການເສຍຊີວິດຕ່າງໆ ແລະ ການຈະລາຈົນທີ່ໄດ້ ເກີດຂຶ້ນຢູ່ໃນ
ເວເນຊູເອລາ ຍ້ອນການສື່ສານທີ່ຫຍຸ້ງຍາກ.

ປະທານາທິບໍດີ ມາດູໂຣ ຖິ້ມໂທດໃສ່ສະຫະລັດ ແລະພັກຝ່າຍຄ້ານ ກ່ຽວ​ກັບ ສະພາບ
ການຂາດໄຟຟ້າ ໂດຍກ່າວຫາພວກເຂົາເຈົ້າວ່າ ໂຈມຕີທາງໄຊເບີ ຕໍ່ ເຂື່ອນໄຟຟ້າ
ພະລັງນ້ຳຂອງຕົນ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG