ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຖອນວີຊ່າ ນັກການທູດເວເນຊູເອລາ


ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez
ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez

ສະຫະລັດໄດ້ຖອນວີຊ່າເອກອັກຄະລັດຖະທູດເວເນຊູເອລາ
ປະຈຳກຸງວໍຊິງຕັນ ຫຼັງຈາກກາຣາກາສໄດ້ປະຕິເສດບໍ່ຍອມ
ຮັບເອົາຜູ້ທີ່ຖືກສະເໜີຊື່ ໃຫ້ເປັນເອກອັກຄະລັດຖະທູດສະ
ຫະລັດ ປະຈຳເວເນຊູເອລາ.

ວີຊ່າເຂົ້າເມືອງ ຂອງທ່ານ Bernado Alvarez ໄດ້ຖືກ
ຖອນໃນມື້ວານນີ້ ນຶ່ງມື້ຫຼັງຈາກເວເນຊູເອລາ ປະກາດວ່າ
ຕົນຈະບໍ່ຍອມ ຮັບເອົາທ່ານ Larry Palmer ໃນຖານະ
ເອກອັກຄະລັດຖະທູດສະຫະລັດ. ກ່ອນ​ໜ້າ​ນັ້ນ​ໃນມື້ດຽວ​
ກັນ ກະຊວງການຕ່າງປະເທດສະຫະລັດ ໄດ້ໃຫ້ສັນຍານ
ວ່າ ການກະທຳດັ່ງກ່າວ ຂອງເວເນຊູເອລາ ຈະມີຜົນສະທ້ອນຕິດຕາມມາ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວຫຼັງຈາກການຖອນວີຊ່າວ່າ ສະຫະ
ລັດໄດ້ດຳເນີນການ ທີ່ເໝາະສົມ ສົມສ່ວນ ແລະເປັນການຕອບໂຕ້ຄືນ.

ເວລາເນຊູເອລາໄດ້ຕໍ່ວ່າ ກ່ຽວກັບຄໍາ​ໃຫ້ການຂ ອງທ່ານ Palmer ຕໍ່​ລັດຖະສະພາທີ່ວ່າ ກອງທັບເວເນຊູເອລາມີຂວັນຫຼືກຳລັງໃຈທີ່ຕໍ່າ ແລະກາຣາກາສມີຄວາມສຳພັນກັບພວກ
ກະບົດຝ່າຍຊ້າຍໂຄລອມເບຍ.

ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ກ່າວວ່າ ເອກອັກຄະລັດຖະທູດທີ່
ຈະມາປະຈຳການຢູ່ກາຣາກາສ ຕ້ອງເຄົາລົບປະເທດຂອງທ່ານ.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ສະຫະລັດມີຄວາມເຊື່ອໝັ້ນຢ່າງເຕັມທີ່ ​ໃນ
ໂຕທ່ານ Palmer ທີ່ການແຕ່ງຕັ້ງຂອງທ່ານຈະຕ້ອງໄດ້ຮັບການອະນຸມັດຈາກສະພາສູງ
ເສຍ​ກ່ອນ.

XS
SM
MD
LG