ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາ ຖືກສັ່ງໃຫ້ ຈ່າຍຄ່າເສຍຫາຍໃຫ້ແກ່ ExxonMobil 1600 ລ້ານໂດລາ


ປ້າຍ ບໍລິສັດນຳ້ມັນ ExxonMobil ທີບ່ອນກັ່ນນຳ້ມັນ Torrance ລັດ California.
ປ້າຍ ບໍລິສັດນຳ້ມັນ ExxonMobil ທີບ່ອນກັ່ນນຳ້ມັນ Torrance ລັດ California.

ຂະນະ​ກຳມະການ​ພິ​ເສດ​ຂອງ ທະນາຄານ​ໂລກ ​ໄດ້​ສັ່ງໃຫ້ ​
ເວ​ເນ​ຊູ​ແອນ​ລາ ຈ່າຍ​ເງິນ 1 ພັນ 6 ຮ້ອຍລ້ານ​ໂດ​ລາ ໃຫ້ແກ່
ExxonMobil ​ໃນ​ການ​ຍຶດ​ເອົາ ​ໂຄງກາ​ນຂຸດບໍ່ນໍ້າມັນ ຢູ່​ປະ​
ເທດ​ອາ​ເມຣິກາ​ໃຕ້​ແຫ່ງ​ນັ້ນ.

ຄະນະ​ສະມາຊິກກຳມະການສາມ​ຄົນ ​ໄດ້​ເຫັນ​ດີມອບລາງ
ວັນ​ດັ່ງກ່າວ​ໃນ ວັນ​ພະຫັດວານນີ້ ໃຫ້ແກ່ ບໍລິສັດ​ນໍ້າ​ມັນຍັກ
​ໃຫຍ່ຂອງສະຫະລັດ ​ໃນ​ປີ 2007 ​ໃນ​ການ​ສຳ​ຫລວດ​ໂຄງ
ການ Cerro Negro ​ຢູ່ໃນ​ປະ​ເທດ​ເວ​ເນ​ຊູແອນ​ລາ.

ຈຳນວນ​ດັ່ງກ່າວ ຕຳ່ກວ່າ 10 ພັນ​ລ້ານ​ໂດ​ລາ ທີ່ ບໍລິສັດ ExxonMobil ​ຢາກ​ໄດ້​ຈາກ ລັດຖະບານ​ສັງຄົມ​ນິຍົມ ​ເວ​ເນ​ຊູແອນ​ລາ ຕັ້ງ​ຫຼາຍ.

ລັດຖະມົນຕີຕ່າງປະ​ເທດ ​ເວ​ເນ​ຊູ​ແອນ​ລາ ທ່ານ Rafael Ramirez ​ໄດ້​ໃຫ້​ທັດສະນະ ​
ກ່ຽວກັບການ​ຈ່າຍ​ຄ່າ​ຊົດ​ເຊີຍແກ່ ບໍລິສັດ​ນໍ້າມັນ​ ທີ່​ໄດ້​ສະ​ແຫວ​ງຫາ​ໃນ​ຕອນ​ຕົ້ນ​ວ່າ
“​ເຫລືອ​ເຫດເຫລືອຜົນ” ​ແລະ “ບໍ່ທ່ຽງທຳ.”

VENEZUELA EXXONMOBIL VO
please wait

No media source currently available

0:00 0:00:22 0:00

XS
SM
MD
LG