ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເວເນຊູເອລາ ຈະເລີ່ມໃຊ້ ເງິນຕາລະບົບ ດິດຈິຕອລ ເພື່ອຕໍ່ສູ້ ກັບມາດຕະການລົງໂທດ ຂອງ ສຫລ


ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂກລັສ ມາດູໂຣ ຖືເງິນໃບ 100,000 ໂບລີວາຣ໌ ຂອງປະເທດ ໃນຂະນະທີ່ ກ່າວຖະແຫລງ ກັບບັນດາລັດຖະມົນຕີຕ່າງໆ ໃນນະຄອນຫຼວງ ກາຣາກັສ, ວັນທີ 1 ພະຈິກ 2017.
ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂກລັສ ມາດູໂຣ ຖືເງິນໃບ 100,000 ໂບລີວາຣ໌ ຂອງປະເທດ ໃນຂະນະທີ່ ກ່າວຖະແຫລງ ກັບບັນດາລັດຖະມົນຕີຕ່າງໆ ໃນນະຄອນຫຼວງ ກາຣາກັສ, ວັນທີ 1 ພະຈິກ 2017.

ປະທານາທິບໍດີ ຂອງເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ ກ່າວວ່າ ລັດຖະບານຂອງ
ທ່ານ ຈະເລີ່ມຕົ້ນໃຊ້ເງິນຕາ ລະບົບດິຈິດຕອລ ເພື່ອຫາທາງຫຼີກເວັ້ນອັນທີ່ທ່ານເອີ້ນວ່າ
“ການປິດລ້ອມ” ທາງການເງິນ ໂດຍ ລັດຖະບານ ສະຫະລັດ.

ເງິນຕາລະບົບໃໝ່ນີ້ ຈະເອີ້ນວ່າ “ເປໂຕຣ” ດັ່ງທີ່ຜູ້ນຳຫົວຊ້າຍຈັດ ໄດ້ກ່າວໃນຄຳປາໄສ
ຜ່ານທາງໂທລະພາບ ໃນວັນອາທິດວານນີ້ ແລະ ຈະໄດ້ຮັບການໜູນຫລັງ ໂດຍ ນ້ຳມັນ
ຂອງປະເທດທີ່ຜະລິດນ້ຳມັນ ຫຼື OPEC ພ້ອມດ້ວຍ ຄຳ ແລະແຮ່ທາດ ສຳຮອງ ທີ່ດຳ
ເນີນງານ ໂດຍລັດຖະບານສັງຄົມນິຍົມນັ້ນ.

ອັນນັ້ນຈະອຳນວຍ ໃຫ້ເວເນຊູເອລາ ກ້າວໜ້າໄປສູ່ລະບົບການເງິນລະຫວ່າງປະເທດ
ແບບໃໝ່ ສຳລັບ ການພັດທະນາດ້ານເສດຖະກິດ ແລະ ສັງຄົມ ດັ່ງທີ່ທ່ານມາດູໂຣ
ໄດ້ກ່າວໄປນັ້ນ.

ທ່ານມາດູໂຣ ໄດ້ກ່າວຢູ່ໃນຄຳປາໄສ ວ່າ “ເວເນຊູເອລາ ກຳລັງຈະຈັດຕັ້ງປະຕິບັດ
ລະບົບເງິນຕາໃໝ່ ແບບດິຈິດຕອລ ເປັນເງິນຕາ-ເປໂຕຣ ຫຼື ເປໂຕຣ ເພື່ອຄວາມ
ກ້າວໜ້າ ໃນການເປັນອະທິປະໄຕດ້ານການເງິນ ເພື່ອຈະເຮັດທຸລະກິດ ດ້ານ
ການເງິນ ຂອງພວກຕົນ ເພື່ອຜ່ານຜ່າ ການປິດລ້ອມທາງດ້ານການເງິນ. ອັນນີ້
ຈະອຳນວຍໃຫ້ພວກເຮົາ ກ້າວໄປສູ່ລະບົບໃໝ່ ດ້ານການເງິນລະຫວ່າງປະເທດ
ສຳລັບ ການພັດທະນາ ດ້ານເສດຖະກິດ ແລະ ສັງຄົມ ຂອງປະເທດຊາດ. ແລະ
ມັນຈະເປັນໄປໄດ້ ດ້ວຍເງິນຕາລະບົບດິຈິດໂຕລ ທີ່ໄດ້ຮັບການສະໜັບສະໜູນ
ໂດຍຄຳ ນ້ຳມັນ ແກັສ ແລະ ເພັດ ສຳຮອງ ທີ່ອຸດົມຮັງມີ ຂອງເວເນຊູເອລາ.”

ທ່ານມາດູໂຣ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບວ່າ ຄຸນຄ່າຂອງເງິນຕາໃໝ່ ອັນນັ້ນ
ຄືແນວໃດ ມັນຈະໃຊ້ໄດ້ແນວໃດ ຫຼື ໃນເວລາໃດ ທີ່ມັນຈະເລີ່ມຕົ້ນຂຶ້ນ.

ລັດຖະບານຂອງທ່ານ ຍັງໄດ້ປະກາດ ການສ້າງຕັ້ງ ລະບົບຄອບພິວເຕີໂປແກຣມ ທີ່
ເອີ້ີ້ນວ່າ “ບັນຊີສິ້ງຊອມຕິດຕາມເບິ່ງ” ສຳລັບການຊື້ ແລະ ຂາຍ ເງິນຕາລະບົບ
ອິນເຕີແນັດນຳ.

ບັນດາຜູ້ນຳຝ່າຍຄ້ານ ບໍ່ເຫັນດີນຳ ການປະກາດຂອງທ່ານ ມາດູໂຣ ເຊິ່ງພວກເຂົາເຈົ້າ
ໄດ້ກ່າວວ່າ ຈະຕ້ອງໄດ້ຮັບການຮັບຮອງໂດຍລັດຖະສະພາ. ບາງທ່ານ ໄດ້ຕັ້ງຄຳຖາມ
ວ່າ ເງິນຕາລະບົບດິຈິດຕອລ ຈະຖືກນຳສະເໜີ ແມ່ນກະທັງ ໃນທ່າມກາງຄວາມຫຍຸ້ງ
ຍາກນີ້ ຫຼືບໍ່.

ສ່ວນເງິນຕາດັ້ງເດີມຂອງເວເນຊູເອລາ ນັ້ນ ກໍຄື ໂບລີວາຣ໌ ໄດ້ຕົກລາຄາລົງຢ່າງໃຫຍ່
ໃນສອງສາມສັບປະດາມານີ້ ໃນຂະນະທີ່ ມາດຕະການລົງໂທດຕ່າງໆ ຂອງສະຫະລັດ
ນັ້ນ ໄດ້ເຮັດໃຫ້ມັນມີຄວາມລຳບາກຂຶ້ນກວ່າເກົ່າ ທີ່ປະເທດນີ້ ຈະຮັກສາໜີ້ສິນ ຕໍ່ຕ່າງ
ປະເທດ ທີ່ກຳລັງໝູນວຽນຢູ່ ໃນປັດຈຸບັນ ຂອງຕົນນັ້ນ ໄວ້ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG