ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາຕ້ອງຊ່ວຍຕໍ່ສູ້ ຕ້ານພວກກໍ່ການຮ້າຍ


ປະທານາທິບໍດີ ຮູໂກ ຊາເວສ ຂອງເວເນຊູເອລາ ພົບປະກັບປະທານາທິບໍດີ ໂຄລໍາເບຍ ທ່ານຣວນ ຊານໂຕສ ທີ່ເມືອງ Santa Marta ປະເທດໂຄລໍາເບຍ ເມື່ອວັນທີ່ 10 ສິງຫາ 2010 ຫລັງຈາກຮື້ຟື້ນສາຍພົວພັນກັນ.
ປະທານາທິບໍດີ ຮູໂກ ຊາເວສ ຂອງເວເນຊູເອລາ ພົບປະກັບປະທານາທິບໍດີ ໂຄລໍາເບຍ ທ່ານຣວນ ຊານໂຕສ ທີ່ເມືອງ Santa Marta ປະເທດໂຄລໍາເບຍ ເມື່ອວັນທີ່ 10 ສິງຫາ 2010 ຫລັງຈາກຮື້ຟື້ນສາຍພົວພັນກັນ.

ຄຳ​ຖາມ​ຕ່າງໆ​ກ່ຽວ​ກັບ​ວ່າ​ພວກ​ກຸ່ມ​ກະບົດ​ກຳລັງ​ນໍາ​ໃຊ້​ຫລາຍໆເຂດຂອງ​ປະ​ເທດ​ເວ​ເນ​ຊູ​ເອລາ​ ເປັນ​ບ່ອນ​ລີ້​ຊ່ອນ​ສຳ​ລັບວາງ​ແຜນ ທໍາການໂຈມ​ຕີກໍ່​ການ​ຮ້າຍຢູ່ໃນ​ປະ​ເທດ​ໂຄ​ລໍາ​ເບຍ​ ແທ້​ຫລື​ບໍ່ນັ້ນ​ ​ໄດ້ສ້າງຄວາມ​ຂຸ່ນຂ້ອງ​ໝອງ​ໃຈ ຂຶ້ນ​ ໃນຄວາມ​ສໍາພັນ​ລະຫວ່າງສອງປະ​ເທດ​ນີ້​ມາໄດ້ ເກືອບ​ສິບ​ປີ​ແລ້ວ. ​ຫລັກ​ຖານ​ຕ່າງໆ​ທີ່ໂຄ​ລໍາເບຍ​ໄດ້ນໍາ ອອກເປີດ​ເຜີຍບໍ່​ໝໍ່ໆ​ມາ​ນີ້ ປາກົດ​ວ່າ​ຢືນຢັນ​ແລະສະ​ໜັບ​ ສະ​ໜຸນ​ຂໍ້​ກ່າວ​ຫາ​ນັ້ນ​ ຊຶ່ງໄດ້ຜັກ​ດັນຄວາມ​ສໍາພັນ​ສອງຝ່າຍ​ ໃຫ້ຕົກ​ຕໍ່າລົງໄປອີກ ພ້ອມ​ກັບ​ທັງ​ເປັນໄພ​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບໃນ​ຂົງ​ເຂດ​ເທືອ​ກ​ເຂົາ Andean ນັ້ນນໍາ.

ທີ່​ກອງ​ປະຊຸມ​ຂອງ​ສະພາ​ຖາວອນ​ຂອງ​ອົງການ​ກຸ່ມ​ປະ​ເທ​ດອາ​ເມ​ຣິ​ກາ ​ເມື່ອ​ວັນ​ທີ່ 21 ​ເດືອນ​ກໍລະກົດ​ຜ່ານ​ມາ​ນີ້ ​ເອກ​ອັກຄະ​ລັດຖະທູດ​ຂອງປະ​ເທດ​ໂຄ​ລໍາ​ເບຍ ​ປະຈຳ​ອົງການ​ກຸ່ມ​ປະ​ເທດ​ອາ​ເມ​ຣິ​ກາ ຫລື OAS ​ໄດ້​ນຳສະເໜີ​ຮູບ​ພາບ​ຕ່າງໆ ພ້ອມ​ທັງ​ແຜນ​ທີ່ ຮູບ​ວີ​ດີ​ໂອ ​ແລະ​ວັດຖຸ​ອື່ນ​ໆ ທີ່​ຍຶດມາ​ໄດ້​ນັ້ນ ​ເພື່ອເປັນ​ຫລັກ​ຖານປະກອບ​ຄໍາກ່າວອ້າງ​ທີ່​ມີ​ມາ​ດົນ​ນານ​ແລ້ວ​ທີ່ວ່າ ກຸ່ມກໍາລັງ​ປະກອບອາວຸດປະຕິ​ວັດ​ຂອງ​ໂຄ​ລໍາ​ເບຍຫລື FARC ​ແລະ​ກຸ່ມກອງ ທັບ​ປົດ​ປ່ອຍ​ຊາດ ຫລື ELN ນັ້ນ ມີ​ຖານ​ທີ່​ໝັ້ນຢູ່​ໃນ​ເຂດຊາຍ​ແດນ​ຂອງ​ເວ​ເນຊູ​ເອລາ. ທ່ານ Luis Alfonso Hoyos ​ເອກ​ອັກຄະ​ລັດຖະທູດ​ໂຄລໍາເບຍ​ ປະຈຳ​ອົງການ​ OAS ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບາຍ​ເວ​ເນ​ຊູ​ເອລາ​ ​ໃຫ້​ຊ່ວຍທັບ​ມ້າງທຳລາຍຄ້າຍ​ລີ້​ຊ່ອນ​ຕ່າງໆ​ແລະ​ອອກ​ຕາມ​ລ່າ​ພວກ​ກອງ​ໂຈນ​ນັ້ນ. ນອກ​ນີ້​ແລ້ວ ທ່ານ​ Hoyos ຍັງ​ໄດ້​ຂໍ​ຮ້ອງ​ໃຫ້​ອົງການ OAS ຈັດ​ຕັ້ງ​ໜ່ວຍ​ກຳມາ​ທິການນາໆ​ຊາດ​ຄະນະ​ນຶ່ງ​ຂື້ນ​ມາ​ ເພື່ອ​ຢືນຢັນ​ຂໍ້​ມູນຂອງ​ໂຄ​ລໍາ​ເບຍ​ນັ້ນ.

ນີ້​ແມ່ນ​ຂໍ້​ມູນ​ທີ່​ສຳຄັນ ທີ່​ແຕະຕ້ອງ​ບັນຫາ​ນຶ່ງ​ທີ່​ໄດ້​ປົກ​ຄຸມ​ຂົງ​ເຂດດັ່ງກ່າວ​ນີ້​ມາເປັນ​ເວລາ​ຫລາຍ​ປີ​ແລ້ວ. ສະຫະລັດ​ເຊື່ອ​ວ່າ​ຂໍ້​ມູນ​ທີ່​ວ່າ​ນີ້ ສົມຄວນ​ທີ່​ຈະ​ໄດ້​ຮັບ​ການ​ສືບສວນ​ເພີ່ມ​ຕື່ມ​ອີກ​ ໂດຍ​ອົງ​ກອນ​ຂອງ​ນາໆຊາດ ​ແລະ​ສະຫະລັດສະໜັບສະໜຸນ​ຄຳ​ຮ້ອງ​ຂໍ​ຂອງ​ລັດຖະ ບານ​ໂຄ​ລໍາເບຍ ທີ່​ຢາກ​ໃຫ້ອົງການ​ OAS ລົງມືປະຕິບັດ​ການກ່ຽວ​ກັບ​ບັນຫາ​ນີ້ ​ແລະຢ່າງ​ໄວ.

ແຕ່​ວ່າ ການສະໜອງ​ຕອບຂອງ​ເວ​ເນ​ຊູ​ເອລາ​ຕໍ່​ເລຶ່ອງນີ້ ​ແມ່ນເປັນ​ທີ່​ຜິດ​ຫວັງຫລາຍ. ລັດຖະບານ​ຂອງ​ປະທານາທິບໍດີ ​Hugo Chavez ບໍ່ໄດ້ໃຫ້​ຄວາມ​ສໍາ​ຄັນ​ໃດໆ​ແກ່​ຮູບ​ພາບ​ແລະ​ວັດ​ຖຸອື່ນໆ ​ທີ່​ໂຄ​ລໍາ​ເບຍ​ໄດ້ນໍາ​ສະ​ເໜີ​ເປັນ​ຫລັກ​ຖານນັ້ນ​ເລີຍ ​ໂດຍ​ກ່າວວ່າ​ເປັນ​ຂອງ​ປອມ​ແປງແລະໄດ້ຕັດ ຄວາມສຳພັນ​ກັບໂຄ​ລໍາ​ເບຍ ເພື່ອ​ນບ້ານ​ຂອງ​ຕົນ ພ້ອມ​ດຽວ​ກັນກໍ ສັ່ງໃຫ້ກອງທັບເວ​ເນ​ຊູ​ເອລາ ຢູ່​ໃນ​ທ່າ​ລະ​ມັດ​ລະວັງ​ແລະກຽມພ້ອມ​.

ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ທະວີຂື້ນ​ນີ້ ອາ​ດ​ຈະ​ຫັນ​ເຫ​ຄວາມ​ສົນໃຈອອກໄປຈາກ​ບັນຫາອື່ນໆ ທີ່ໃຫຍ່ກ່ວາ ແຕ່​ຂໍ້​ກ່າວ​ຫາ​ເຫລົ່າ​ນັ້ນກໍຖື​ວ່າຮ້າຍ​ແຮງ​ຢູ່ ​ແລະ ສົມຄວນ​ທີ່​ຈະໄດ້​ຮັບ​ການ​ສອບ​ສວນ. ​ເວ​ເນ​ຊູເອລາມີ​ຄວາມ​ຮັບ​ຜິດ​ຊອບ​ ແລະ​ພັນທະ​ໜ້າ​ທີ່ອັນແຈ້ງ​ຂາວ ທີ່​ຈະຕ້ອງ​ໃຫ້​ການຮ່ວມ​ມື ພາຍ​ໃຕ້​ສົນທິສັນຍາ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ ​ແລະ​ມະຕິຕ່າງໆ​ຂອງ​ອົງການ OAS ​ແລະ​ອົງການ​ສະຫະ​ປະຊາ​ຊາດ. ມັນ​ນອນ​ຢູ່​ໃນ​ຜົນ​ປະ​ໂຍດ​ຂອງ​ເວ​ເນຊູ​ເອລາ​ເອງ​ ທີ່​ຈະ​ລົດຜ່ອນໄພ​ຂົ່ມຂູ່​ຈາກ​ພວກ​ກໍ່​ການ​ຮ້າຍ​ໃນ​ຂົງ​ເຂດ​ຊີກ​ໂລກ​ຕາ​ເວັນ​ຕົກ​ນີ້ ​ແລະໃນທຸກໆ​ຫົນ​ແຫ່ງ​ຂອງ​ໂລກ. ການ​ຕັດຄວາມ​ສຳພັນແລະຕັດການຕິດ​ຕໍ່​ສື່​ສານລະຫວ່າງປະ​ເທດນັ້ນ ​ແມ່ນບໍ່​ເປັນ​ວິທີ​ທາງ​ອັນ​ເໝາະ​ສົມ​ເລີຍ ​ທີ່​ຈະຊ່ວຍ​ໃຫ້ບັນລຸເປົ້າ​ໝາຍ​ດັ່ງກ່າວ​ນັ້ນ​.

XS
SM
MD
LG