ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Chavez ເປີດປະຊຸມ ສຸດຍອດພູມີພາກ


ພວກຜູ້ນຳຂອງປະເທດຕ່າງໆພາກັນຢືນຂຶ້ນ ໃນລະຫວ່າງພິທີເປີດ ກອງປະຊຸມສຸດຍອດປະຊາຄົມນາໆຊາດໃນ ເຂດອະເມຣິກາລາຕິນ ແລະທະເລຄາຣິບບຽນ ທີ່ມີສະມາຊິກ 33 ປະເທດ ທີ່ເວເນຊູເອລາ (2 ທັນວາ 2011)
ພວກຜູ້ນຳຂອງປະເທດຕ່າງໆພາກັນຢືນຂຶ້ນ ໃນລະຫວ່າງພິທີເປີດ ກອງປະຊຸມສຸດຍອດປະຊາຄົມນາໆຊາດໃນ ເຂດອະເມຣິກາລາຕິນ ແລະທະເລຄາຣິບບຽນ ທີ່ມີສະມາຊິກ 33 ປະເທດ ທີ່ເວເນຊູເອລາ (2 ທັນວາ 2011)

ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ເປີດກອງປະຊຸມສຸດຍອດຂອງພວກຜູ້ ນຳໃນເຂດອະເມຣິກາລາຕິນເພື່ອສະເຫຼີມສະຫຼອງກຸ່ມຈັດຕັ້ງໃນພູມີພາກໃໝ່ທີ່ບໍ່ໃຫ້ສະຫະລັດ
ແລະຄານາດາເຂົ້າຮ່ວມ.

ພວກຜູ້ນຳໃນພູມີພາກໄດ້ໄປເຕົ້າໂຮມກັນທີ່ນະຄອນຫຼວງກາຣາກາສໃນມື້ວັນສຸກວານນີ້ເພື່ອ
ຈັດຕັ້ງປະຊາຄົມປະຊາຊາດໃນເຂດອະເມຣິກາລາຕິນແລະທະເລຄາຣິບຽນຫຼື CELAC ທີ່ມີ
ສະມາຊິກ 33 ປະເທດ. ບໍ່ຄືກັນກັບອົງການບັນດາປະເທດໃນທະວີບອະເມຣິກາ ຫຼື OAS ຊຶ່ງມີສຳນັກງານທີ່ກຸງວໍຊິງຕັນ ອົງການ CELAC ຈະມີຄິວບາເປັນສະມາຊິກ. ປະທານາທິ
ບໍດີຄິວບາທ່ານ Raul Castro ແລະປະທານາທິບໍດີບຣາຊີລທ່ານນາງ Dilma Rousseff ແມ່ນສ່ວນນຶ່ງຂອງບັນດາຜູ້ນຳທີ່ໄປຮ່ວມກອງປະຊຸມຢູ່ນະຄອນກາຣາກາສ.

ເມື່ອມີການຖາມກ່ຽວກັບການບໍ່ໃຫ້ສະຫະລັດເຂົ້າຮ່ວມໃນກຸ່ມດັ່ງກ່າວນີ້ ໂຄສົກຂອງກະຊວງ
ການຕ່າງປະເທດສະຫະລັດ ທ່ານ Mark Toner ກ່າວວ່າ ສະຫະລັດຈະສືບຕໍ່ດຳເນີນງານ
ຮ່ວມກັບບັນດາປະເທດໃນເຂດອະເມຣິກາລາຕິນໂດຍຜ່ານອົງການ OAS.

ການພົບປະສຸດຍອດທີ່ວ່ານີ້ມີກຳນົດທີ່ຈະຈັດຂຶ້ນໃນເດືອນກໍລະກົດຜ່ານມາເພື່ອໃຫ້ຖືກກັນ
ກັບວັນເອກກະລາດຄົບຮອບ 200 ປີຂອງເວເນຊູເອລາ. ການເຈລະຈາຫາລືໄດ້ມີການຊັກ
ຊ້າຍ້ອນທ່ານ Chavez ໄດ້ພັກຟື້ນຈາກການຜ່າຕັດທີ່ກຸງຮາວານາ ເພື່ອເອົາເນື້ອງອກມະ
ເຮັງອອກ. ຜູ້ນຳຂອງເວເນຊູເອລາບໍ່ໄດ້ແຈ້ງໃຫ້ຊາບວ່າ ມີການກວດພົບມະເຮັງຊະນິດໃດ
ແຕ່ກໍເວົ້າວ່າ ທ່ານໄດ້ເອົາຊະນະພະຍາດດັ່ງກ່າວນີ້ໄດ້ແລ້ວ.

ປະທານາທິບໍດີ Chavez ກ່າວກ່ອນໜ້ານີ້ວ່າ ທ່ານຈະມີສຸຂະພາບດີພໍເພື່ອໂຄສະນາຫາ
ສຽງແລະຊະນະການເລືອກຕັ້ງເຂົ້າຮັບຕຳແໜ່ງຕື່ມອີກ 6 ປີໃນປີ 2012. ທ່ານ Chavez
ຊຶ່ງມີອາຍຸ 57 ປີໃນເວລານີ້ໄດ້ເຂົ້າກຳອຳນາດນັບແຕ່ 1999 ເປັນຕົ້ນມາ.

XS
SM
MD
LG