ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນັດຢຸດງານ ໃນ ເວເນຊູເອລາ ກ້າວເຂົ້າສູ່ ວັນທີສອງ


ພວກປະທ້ວງຕໍ່ຕ້ານລັດຖະບານ ປະເຊີນໜ້າກັບ ເຈົ້າໜ້າທີ່ ຮັກສາຄວາມສະຫງົບ ຂອງ ເວເນຊູເອລາ ໃນວັນທຳອິດ ຂອງການນັດຢຸດງານ 48 ຊົ່ວໂມງ ເພື່ອປະທ້ວງ ແຜນການຂອງລັດຖະບານທີ່ຈະຂຽນລັດຖະທຳມະນູນໃໝ່, ທີ່ຄຸ້ມ Bello Campo ຂອງນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ, 26 ກໍລະກົດ, 2017.
ພວກປະທ້ວງຕໍ່ຕ້ານລັດຖະບານ ປະເຊີນໜ້າກັບ ເຈົ້າໜ້າທີ່ ຮັກສາຄວາມສະຫງົບ ຂອງ ເວເນຊູເອລາ ໃນວັນທຳອິດ ຂອງການນັດຢຸດງານ 48 ຊົ່ວໂມງ ເພື່ອປະທ້ວງ ແຜນການຂອງລັດຖະບານທີ່ຈະຂຽນລັດຖະທຳມະນູນໃໝ່, ທີ່ຄຸ້ມ Bello Campo ຂອງນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ, 26 ກໍລະກົດ, 2017.

ກຳລັງຝ່າຍຄ້ານ ເວເນຊູເອລາ ຈະເຂົ້າຮ່ວມໃນການນັດຢຸດງານທົ່ວປະເທດຄັ້ງທີສອງ
ແລະ ເປັນວັນສຸດທ້າຍໃນວັນພະຫັດມື້ນີ້ ທີ່ເພັ່ງເລັງໃສ່ການບັງຄັບໃຫ້ປະທານາທິບໍດີ
Nicolas Maduro ຍົກເລີກການລົງຄະແນນສຽງຄັ້ງຈະມາ ເພື່ອສ້າງສະພາລັດຖະທຳ
ມະນູນຂຶ້ນ.

ກຳມະກອນຫຼາຍລ້ານຄົນໄດ້ພັກຢູ່ບ້ານຂອງພວກເຂົາເຈົ້າໃນວັນພຸດວານນີ້, ເຮັດໃຫ້
ຖະໜົນ ແລະທາງຫຼວງຫຼາຍແຫ່ງ ປາສະຈາກລົດຕິດ ແລະຫ້າງຮ້ານທັງຫຼາຍກໍໄດ້ປິດ
ກິດຈະການຂອງພວກເຂົາເຈົ້າໄວ້. ພວກປະທ້ວງບາງຄົນໄດ້ວາງສິ່ງກີດຂວາງໃສ່ຫົນ
ທາງຢູ່ຕາມຊຸມຊົນຕ່າງໆ ເພື່ອບໍ່ໃຫ້ຄົນສາມາດເດີນທາງໄປເຮັດວຽກໄດ້, ຈົນພາໃຫ້
​ເກີດການປະທະກັນກັບກອງກຳລັງຮັກສາຄວາມປອດໄພ ທີ່ເຮັດໃຫ້ໜຶ່ງຄົນເສຍຊີວິດ.

ປະທານາທິບໍດີ Maduro ໄດ້ວາງແຜນ ທີ່ຈະລົງຄະແນນສຽງໃນວັນອາທິດທີ 30 ກໍ
ລະກົດນີ້ ເພື່ອສ້າງສະພາລັດຖະທຳມະນູນທີ່ຈະຟື້ນຟູຄວາມເປັນລະບຽບຮຽບຮ້ອຍ
ໃນເວເນຊູເອລາ, ເຊິ່ງປະຊາຊົນຫຼາຍກວ່າ 100 ຄົນ ໄດ້ຖືກຂ້າຕາຍ ໃນການປະທະ
ກັນເກືອບທຸກມື້ ລະ ຫວ່າງ ພວກປະທ້ວງ ແລະ ກອງກຳລັງຮັກສາຄວາມປອດໄພນັບ
ຕັ້ງແຕ່ເດືອນເມສາເປັນຕົ້ນມາ.

ບັນດາຜູ້ນຳຝ່າຍຄ້ານໄດ້ກ່າວວ່າ ທ່ານ Maduro ມີເຈຕະນາທີ່ຈະຄອບຄອງອຳນາດ
ຜະເດັດການເພີ່ມເຕີມ ເມື່ອສະພາລັດຖະທຳມະນູນທີ່ທ່ານຍອມຮັບໄດ້ຖືກເລືອກເອົາ.

ທ່ານ Leopoldo Lopez ຜູ້ນຳພັກຝ່າຍຄ້ານ, ໄດ້ຮຽກຮ້ອງປະຊາຊົນ ເວເນຊູເອລາ
ໃຫ້ສືບຕໍ່ທຳການປະທ້ວງດ້ວຍຄວາມສະຫງົບ ຕາມທ້ອງຖະໜົນ ໃນວັນພຸດວານນີ້,
ແລະ ໄດ້ຜັກດັນໃຫ້ກອງທັບ ບໍ່ເຊື່ອຟັງຄຳສັ່ງຂອງລັດຖະບານ ເພື່ອປາບປາມພວກນັກເຄື່ອນໄຫວທັງຫຼາຍ.

ການປະທ້ວງຢູ່ນະຄອນຫຼວງ Caracas ທີ່ຖືກວາງແຜນໄວ້ໃນວັນສຸກມື້ອື່ນນີ້, ຈະຕິດ
ຕາມດ້ວຍການນັດຢຸດງານ 48 ຊົ່ວໂມງ.

ໃນຂະນະດຽວກັນ, ສະຫະລັດ ໄດ້ປະກາດມາດຕະການລົງໂທດໃໝ່ຕໍ່ 13 ບຸກຄົນ ທີ່
ເຊື່ອມໂຍງກັບລັດຖະບານ ເວເນຊູເອລາ ແລະ ບໍລິສັດ ນໍ້າມັນຂອງລັດຖະບານ, ໃນ
ຄວາມພະຍາຍາມເພີ່ມຄວາມກົດດັນໃຫ້ທ່ານ Maduro ຍົກເລີກການລົງຄະແນນສຽງ
ໃນວັນອາທິດຈະມາເຖິງນີ້.

ເຈົ້າໜ້າທີ່ອາວຸໂສຄົນໜຶ່ງໃນລັດຖະບານທ່ານ ທຣຳ ໄດ້ກ່າວວ່າ ບຸກ ຄົນຕ່າງໆທີ່ຖືກ
ແນເປົ້າໃສ່ລວມມີ ເຈົ້າໜ້າທີ່ລະດັບສູງໃນອະດີດ ແລະ ປັດຈຸບັນ ທີ່ເຊື່ອມໂຍງກັບລະ
ບອບການປົກຄອງຂອງທ່ານ Maduro, ລວມທັງລັດຖະມົນໃນຄະນະລັດຖະບານ
ສອງທ່ານ, ຫົວໜ້າການເລືອກຕັ້ງແຫ່ງຊາດ, ຮອງປະທານການເງິນຂອງບໍລິສັດນໍ້າມັນ
ລັດ PDVSA, ຜູ້ບັນຊາການກອງທັບບົກ ແລະ ຜູ້ບັນຊາຕຳຫຼວດຂອງປະເທດ, ແລະ
ຄົນອື່ນໆອີກ.

ໃນຖະແຫຼງການສະບັບໜຶ່ງ ທີ່ຕິດຂັດການປະກາດມາດຕະການລົງ ໂທດນັ້ນ, ລັດຖະ
ມົນຕີກະຊວງການເງິນ ສະຫະລັດ ທ່ານ Steven Mnuchin ໄດ້ກ່າວວ່າ ການວາງ
ມາດຕະການລົງໂທດເພີ່ມເຕີມອາດມີຄວາມເປັນໄປໄດ້ ຫຼັງຈາກການເລືອກຕັ້ງ ທີ່ທ່ານ
Maduro ໄດ້ຮຽກຮ້ອງໃຫ້ຈັດຂຶ້ນໃນວັນອາທິດນີ້. ທ່ານ ກ່າວວ່າ “ຜູ້ໃດກໍຕາມທີ່ຖືກ
ເລືອກໃນສະພາລັດຖະທຳມະນູນແຫ່ງຊາດຄວນຮູ້ວ່າ ບົດບາດຂອງເຂົາເຈົ້າ ໃນການ
ທຳລາຍຂະບວນການປະຊາທິປະໄຕ ແລະສະຖາບັນ ຕ່າງໆໃນ ເວເນຊູເອລາ ສາມາດ
ເຮັດໃຫ້ເຂົາເຈົ້າມີໂອກາດຈະໄດ້ຮັບມາດຕະການລົງຂອງ ສະຫະລັດ ໄດ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Venezuela Strike
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG