ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເວເນຊູເອລາ ເຜີຍແຜ່ ຮູບຂອງ ປະທານາທິບໍດີ Chavez


ປະທານາທິບໍດີ Chavez ​​ໄດ້ໝູນ​ໝອນ ນອນ​ຢຽດຢູ່​ເທິງ​ຕຽງ​ນອນ
ອ້ອມລ້ອມດ້ວຍລູກສາວສອງຄົນ
ປະທານາທິບໍດີ Chavez ​​ໄດ້ໝູນ​ໝອນ ນອນ​ຢຽດຢູ່​ເທິງ​ຕຽງ​ນອນ ອ້ອມລ້ອມດ້ວຍລູກສາວສອງຄົນ
ລັດຖະບານ​ເວ​ເນ​ຊູ​ເອລາ ​ໄດ້​ນຳ​ສະ​ແດງຮູບ​ພາບໃໝ່ຂອງ
ປະທານາທິ ບໍດີ Hugo Chavez ​ໃນ​ວັນ​ສຸກ​ວານ​ນີ້ ຊຶ່ງ​ເປັນ
​ຮູບ​ພາບ ຊຸດທໍາ​ອິດ​ຂອງທ່ານ ທີ່ໄດ້​ນຳ​ອອກ​ເຜີຍ​ແຜ່ ໃຫ້ສາ
ທາລະນະຊົນ​ໄດ້​ເຫັນ ນັບ​ຕັ້ງ​ແຕ່ການຜ່າຕັດ​ມ​ະ​ເຮັງຄັ້ງ​ທີ​ສີ່
​ຂອງທ່ານເມື່ອສອງ​ເດືອນ​ກວ່າໆ​ຜ່ານ​ມາ.

ບັນດາ​ຮູບ​ພາບ​ເຫຼົ່ານີ້ ​ສະ​ແດງ​ໃຫ້​ເຫັນວ່າ ປະທານາທິບໍດີ Chavez ໄດ້ໝູນ​ໝອນ ນອນ​ຢຽດຢູ່​ເທິງອັນ​ປະກົດ​ວ່າເປັນຕຽງ​ນອນນັ້ນ. ໜ້າ​ຂອງ​ທ່ານ​ເບິ່ງ​ຄື​ວ່າ​ໄຄ່​ຂື້ນ ນ້ອຍ​ນຶ່ງ ​ແຕ່​ທ່ານ​ກໍຍີ້ມຫົວ​ກັບ​ລູກ​ສາວ​ສອງ​ຄົນ ທີ່ພວມ​ຍີ້ມຫົວຄື​ກັນຢູ່​ຄຽງຂ້າງ​ຂອງ​ທ່ານ.

ລູກ​ເຂີຍ​ຂອງປະທານາທິບໍດີ Chavez ຄືທ່ານ Jorge Arreaza ຊຶ່ງ ​ເປັນລັດຖະມົນ
ຕີວິທະຍາສາດ ​ແລະ​ເທັ​ກ​ໂນ​ໂລ​ຈີນັ້ນ ​ໄດ້​ນຳຮູບ​ພາບພໍ່ ​ເຖົ້າຂອງ​ທ່ານ ​ອອກ​ເຜີຍ​ແຜ່​ທາງ​ໂທລະພາບ ​ໃນ​ວັນ​ສຸກ​ວານ​ນີ້. ຮູບ​ພາບ​ຈໍານວນ​ນຶ່ງ ສະ​ແດງ​ໃຫ້​ເຫັນວ່າ ທ່ານ Chavez ກໍາລັງ​ອ່ານໜັງ​ສື​ພີ​ມ Granma ສະບັບທີ່​ອອກ​ໃນ​ວັນ​ພະຫັດ ຂອງ​ພັກ​ຄອ​ມມິ​ວນິສ ຄູບາ​.

ລັດຖະມົນຕີຖະ​ແຫລ​ງຂ່າວ ທ່ານ Ernesto Villagas ກ່າວ​ວ່າ ​ໄດ້​ມີ ການ​ສອດ​ທໍ່​ຫາຍ​ໃຈ ​ໃສ່​ເຂົ້າ​ໄປ​ໃນ​ຮູ​ຄໍ​ຂອງ​ທ່ານ Chavez ​ ​ເພາະວ່າ​ລະບົບ​ຫາຍໃຈຂອງ​ທ່ານ​ອັກ​ເສບ. ທ່ານ​ກ່າວ​ວ່າ ທໍ່​ຫາຍ​ໃຈນີ້ ​ເຮັດ​ໃຫ້​ ທ່ານ Chavez ​ເວົ້າ​ໄດ້​ຍາກ.

ລັດຖະບານ​ເວ​ເນ​ຊູ​ເອລາ ​ໄດ້​ນຳເຜີຍ​ແຜ່​ຮູບ​ພາບທ່ານ Chavez ​ຜ່ານ​ທາງ​ໂທລະ
ພາບ ສອງ​ມື້​ຫລັງ​ຈາກຮອງ​ປະທານາທິບໍດີທ່ານ Muduro ກ່າວ​ວ່າ ທ່ານ Chavez ກໍາລັງ​ໄດ້​ຮັບ​ການ​ປີ່​ນປົວ​ ທີ່ເປັນ​ທາງ​ເລືອກ ​ແບບ​ສະ​ລັບ​ຊັບຊ້ອນ.
XS
SM
MD
LG