ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ​ມາ​ດູ​ໂຣ ສະ​ເໜີໃຫ້ມີ​ການ​ເຈ​ລະ​ຈາ ກັບ​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ກົວອີ​ໂດ


ຮູບ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ ປະ​ທານ​າ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລັ​ສ ມາ​ດູ​ໂຣ (ຊ້າຍ) ກັບ​ທ່ານ​ຮວານ ກົວ​ອີ​ໂດ (ຂວາ)
ຮູບ​ພາບ​ທີ່​ສະ​ແດງ​ໃຫ້​ເຫັນ ປະ​ທານ​າ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລັ​ສ ມາ​ດູ​ໂຣ (ຊ້າຍ) ກັບ​ທ່ານ​ຮວານ ກົວ​ອີ​ໂດ (ຂວາ)

ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລາ​ສ ມາດູ​ໂຣ ໄດ້ເຊື້ອເຊີນ​ຜູ້​ນຳ​ຝ່າຍຄ້ານ ທັງ
ເປັນຜູ້ປະ​ກາດ​ຕົນ​ເອງ ວ່າ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໄລຍະຂ້າມຜ່ານ ທ່ານ​ຮວານ ກົວ​ອີ​ໂດ
ໄປນັ່ງ​ລົມກັບ​ທ່ານ ແລະ “​ສົນ​ທະ​ນາ​ກັນໜ້າ​ຕໍ່​ໜ້າ.”

ທ່າ​ນ​ມາ​ດູ​ໂຣ ໄດ້ເວົ້າ ໃນ​ລະ​ຫວ່າງ​ການ​ສຳ​ພາດ​ກັ​ບ​ລາຍ​ການໂທ​ລະ​ພາບເປັນ​ພາສາ
ສ​ະ​ເປ​ນໃນລາຍການ ຊາ​ລ​ວາ​ໂດ​ສ ວ່າ “ມາ​ລົມ​ກັນເທາະ. ມາ​ລົມ​ກັນ​ກ່ຽວ​ກັບ​ບັນ​ຫາ
​ຂອງ​ປະ​ເທດ ແລະ​ການ​ແກ້​ໄຂບັນຫາ. ການ​ເມືອງ​ບໍ່​ແມ່ນ​ເກມ​ຂອງເດັກ​ນ້ອຍ.”

ການ​ສຳ​ພາດ​ດ່ັງກ່າວ ໄດ້​ຖືກບັນ​ທຶກ​ໄວ້ໃນ​ອາ​ທິດ​ແລ້ວ​ນີ້ ແລະ​ໄດ້​ອອກ​ອາ​ກາດ​ໃນ​ວັນ
​ອາ​ທິດ​ວານ​ນີ້.

ໃນ​ຕອນ​ນຶ່ງ ຜູ້​ສຳ​ພາດ ທ່ານ​ຈໍຣ​ດີ ອີ​ໂວ​ລ ໄດ້​ຈັບ​ເອົາ​ໂທ​ລະ​ສັບ​ຂຶ້ນ​ມາ ແລ້ວໂທ​ຫາ
​ທ່ານ​ກົວ​ອີ​ໂດ ແລະ​ທ່ານ​ມາ​ດູ​ໂຣ ເວົ້າ​ວ່າ ເພິ່ນ​ຈະ​ລົມ​ກັບ​ຜູ້ກ່ຽວ​ດຽວ​ນັ້ນ ແລະ​ຢູ່​ຫັ້ນ.
ແລ້ວສຽງ​ໂທ​ລະ​ສັບ​ກ​ໄປ​ຫາ​ຫີບ​ບັນ​ທຶກ​ສຽງ ທີ່ມີ​ເຕັມ​ແລ້ວ ແລະ​ບໍ່​ຮັບ​ເອົາ​ຄຳເວົ້າຕື່ມ.

ທ່ານ​ມາ​ດູ​ໂຣ ກ່າວ​ວ່າ ກົວ​ອີ​ໂດ “ຄວນ​ຄຶດດີໆ​ ວ່າ​ລາວກຳລັງ​ເຮັດ​ຫຍັງ. ລາວ​ເປັນ​
ຊາຍ​ໜຸ່​ມ​ທີ່​ມີ​ເວ​ລາ​ຫຼາຍ​ປີ​ ທີ່ຈະຕ້ອງ​ຕໍ່​ສູ້​ໄປ. ລາວ​ບໍ່​ຄວນ​ເຮັດ​ໃຫ້​ປະ​ເທດ​ຊາດ​ເຈັບ​
ປວດ​ຕໍ່​ໄປ​ອີກ. ລາວ​ສົມ​ຄວນ​ຍຸຕິ ​ຍຸດ​ທະ​ສາດ​ຂອງ​ການ​ເຮັດ​ລັດ​ຖະ​ປະ​ຫານ ແລະ
​ຢຸດ​ເຊົາເຮັດ​ຄືວ່າ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ບໍ່​ມີ​ໃຜ​ໄດ້​ເລືອກ​ເອົ​າ​ລາວ.”

ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລາ​ສ ມາດູ​ໂຣ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງເຍິ​ຊີ​ລເລຍ ຟ​ຣໍ​ເລັ​ສ ຕ້​ອນ​ຮັບ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ທີ 2, ກຸມ​ພາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂກ​ລາ​ສ ມາດູ​ໂຣ ແລະ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງເຍິ​ຊີ​ລເລຍ ຟ​ຣໍ​ເລັ​ສ ຕ້​ອນ​ຮັບ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ທີ 2, ກຸມ​ພາ 2019.

ທ່ານ​ມາ​ດູ​ໂຣ ໄດ້ກ່າວ​ຕໍ່​ລາຍ​ການໂທ​ລະ​ພາບ​ພາສາສະເປ​ນວ່າ ສື່ມວນ​ຊົນ​ສາ​ກົນ
ແລະບັນ​ດາສະ​ຖານ​ທູດ​ຕ່າງ​ປະ​ເທດ ​ແມ່ນ​ພວກ​ແຜ່​ຂະ​ຫຍາຍ​ແນວ​ຄິດ“ການມີ
ສອງລັດ​ຖະ​ບານຄຽງຂ້າງກັນໄປ” ໃນ​ເວ​ເນ​ຊູ​ເອ​ລາ ແລະ​ວ່າ “ຄວາມ​ຈິງແລ້ວ ມັນບໍ່​
ເປັນຈັ່ງຊັ້ນ​.”​ ທ່ານ​ມາ​ດູ​ໂຣ ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ດໍໂນລ ​ທ​ຣຳ “ກຳ​ລັງ​ທຳ​ຄວາມ​
ຜິດ” ແລະ​ຈະ​ຈົບ​ລົງ​ດ້ວຍ​ເລືອດ​ຢູ່​ໃນ​ກຳ​ມື​ຂອງ​ເພິ່ນ.

​ປະ​ທາ​ນາ​ທິ​ບໍ​ດີ​ໄລຍະຂ້າມຜ່ານ ທ່ານ​ຮວານ ກົວ​ອີ​ໂດ ໂບກ​ມື​ຕ້ອນ​ຮັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູຍ ໃນ​ນະ​ຄອນ​ກາ​ຣາ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ທuu 2 ກຸມ​ພາ 2019.
​ປະ​ທາ​ນາ​ທິ​ບໍ​ດີ​ໄລຍະຂ້າມຜ່ານ ທ່ານ​ຮວານ ກົວ​ອີ​ໂດ ໂບກ​ມື​ຕ້ອນ​ຮັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູຍ ໃນ​ນະ​ຄອນ​ກາ​ຣາ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ທuu 2 ກຸມ​ພາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້ເວົ້າ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ ການ​ແຊກ​ແຊງ​ຂອ​ງ​ທະ​ຫານ​
ສະ​ຫະ​ລັດ ຢູ່​ໃນ​ເວ​ເນ​ຊູ​ເອ​ລາ “ແມ່ນ​ທາງ​ເລືອກອັນນຶ່ງ.” ແຕ່​ວ່າ​ຢູ່​ໃນຖະ​ແຫຼງການ
​ຕໍ່​ໂທ​ລະ​ພ​າບ​ເອ​ບີ​ຊີ ທ່ານ​ບໍ່​ໄດ້​ກ່າວ​ວ່າ ແມ່ນ​ຫຍັງ​ທີ່ຈະເຮັດ​ໃຫ້​ທ່ານສົ່ງ​ກຳ​ລັງ​
ທະ​ຫານ​ສະ​ຫະ​ລັດໄປ.

ນອກນັ້ນ ທ່ານ​ຍັງ​ກ່າວ​ອີກວ່າ ທ່ານ​ໄດ້​ປະ​ຕິ​ເສດ​ຄຳຮ້ອງຂໍ​ຂອງທ່ານມາ​ດູ​ໂຣ ທີ່
ຢາກພົບ​ປະ​ກັບ​ທ່ານ “ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ.”

ອ່​ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG