ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ກວາ​ອີ​ໂດ ຮຽກ​ຮ້ອງ ການ​ຕິດ​ຕໍ່​ກັບ ກອງ​ທັບ ສະ​ຫະ​ລັດ


ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອລາ ທ່ານ ຮວນ ກວາອີ​ໂດ, ຍົກ​ມື​ລາ​ຜູ້​ສະ​ໜັງ​ສະ​ໜູນ ຫຼັງ​ຈາກ​ການ​ຊຸມ​ນຸມ ເພື່ອ​ສະ​ໜັບ​ສະ​ໜູນ ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ ແລະ ຕໍ່​ຕ້ານ​ລັດ​ຖະ​ບານ​ຂອງ​ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ. ນະ​ຄອນຫຼວງ ຄາ​ຣາ​ກັ​ສ, ເວ​ເນ​ຊູ​ເອ​ລາ. 11 ພຶດ​ສະ​ພາ, 2019.
ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອລາ ທ່ານ ຮວນ ກວາອີ​ໂດ, ຍົກ​ມື​ລາ​ຜູ້​ສະ​ໜັງ​ສະ​ໜູນ ຫຼັງ​ຈາກ​ການ​ຊຸມ​ນຸມ ເພື່ອ​ສະ​ໜັບ​ສະ​ໜູນ ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ ແລະ ຕໍ່​ຕ້ານ​ລັດ​ຖະ​ບານ​ຂອງ​ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ. ນະ​ຄອນຫຼວງ ຄາ​ຣາ​ກັ​ສ, ເວ​ເນ​ຊູ​ເອ​ລາ. 11 ພຶດ​ສະ​ພາ, 2019.

ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ ຮວ​ນ ກວາ​ອີ​ໂດ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​
ຂອງທ່ານໃນວັນເສົາວານນີ້ ທີ່ການຊຸມນຸມໃນນະຄອນຫຼວງ ຄາຣາກັສ ວ່າ ທ່ານໄດ້
ແນະນຳໃຫ້ເອກອັກຄະລັດຖະທູດຂອງທ່ານປະຈຳ ສະຫະລັດ ໃຫ້ຕິດຕໍ່ກັບກອງທັບ
ສະຫະລັດ ເພື່ອກົດດັນປະທານາທິບໍດີ ນິໂຄລັສ ມາດູໂຣ ໃຫ້ລົງຈາກຕຳແໜ່ງຂອງ
ທ່ານ.

ທ່ານ ກວາ​ອີ​ໂດ ໄດ້​ກ່າວ​ຕໍ່​ຝູງ​ຄົນ​ທີ່​ອອກ​ມາ​ປະ​ທ້ວງ​ໃນ​ຈະ​ຕຸ​ລັດ ອາ​ລ​ເຟ​ຣ​ໂດ ຊາ​ແດ​ລ
ໃນເມືອງ ລາສ ເມີເຊເດັສ, ເຊິ່ງແມ່ນເຂດການຄ້າໃນນະຄອນຫຼວງ ຄາຣາກັສ.

ທ່ານ​ໄດ້​ກ່າວ​ນຶ່ງວັນ​ລັງ​ຈາກ​ສານ ເວ​ເນ​ຊູ​ເອ​ລາ ເມື່ອ​ວັນ​ສຸກ​ທີ​ຜ່ານ​ມາ​ໄດ້​ສັ່ງ​ທ່ານ
ເອັດກາ ຊຳບຣາໂນ, ຮອງປະທານຂອງສະພາແຫ່ງຊາດທີ່ຖືກຄວບຄຸມໂດຍຝ່າຍຄ້ານ
ຂອງທ່ານ ກວາອີໂດ, ຖືກຄວບຄຸມຕົວໃນສະຖານທີ່ຂອງທະຫານ ຫຼັງຈາກຖືກຈັບໃນ
ຕົ້ນອາທິດດັ່ງກ່າວ. ທ່ານ ຊຳບຣາໂນ ກັບ ຜູ້ນຳຝ່າຍຄ້ານອີກ 9 ຄົນ ໄດ້ຖືກສືບສວນ
ສອບສວນໃນການເຊື່ອມໂຍງກັບການກໍ່ຈະລາຈົນທະຫານທີ່ປະສົບຄວາມລົ້ມແຫຼວ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ຮຽກ​ຮ້ອງ​ໃຫ້​ປ່ອຍ
ຕົວທ່ານ ຊຳບຣາໂນ ໃນທັນທີ, ໂດຍເວົ້າວ່າ ການຈັບກຸມທ່ານ “ແມ່ນກຳນໂຈມຕີຕໍ່
ອິດສະຫຼະພາບຂອງສະຖານນິຕິບັນຍັງທີ່ຖືກເລືອກຮັບຢ່າງປະຊາທິປະໄຕ.

ໃນ​ຂະ​ນະ​ດຽວ​ກັນ, ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ບໍ​ລິ​ສັດ​ຂົນ​ສົ່ງ​ສອງ​ແຫ່ງ​
ສຳລັບການຂົນສົ່ງນ້ຳມັນ ເວເນຊູເອລາ ໄປປະເທດ ຄິວບາ.

ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ໄດ້​ແນ​ເປົ້າ​ໃສ່​
ບໍລິສັດ Monsoon Navigation ທີ່ມີຫ້ອງການຕັ້ງຢູ່ເກາະ ມາຊອລ ກັບ ບໍລິສັດ
Serinity Maritime ຈຳກັດ, ເຊິ່ງມີສຳນັກງານໃຫຍ່ໃນປະເທດ ໄລບີເຣຍ.

ກະ​ຊວງ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ກຳ​ປັ່ນ​ຂອງ​ບໍ​ລິ​ສັດ​ຕ່າງໆ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ຂົນ​ສົ່ງ
ນ້ຳມັນໄປ ຄິວບາ, ເຊິ່ງ ສະຫະລັດ ໄດ້ກ່າວຫາ ກ່ຽວກັບ ການສະໜອງການຊ່ວຍເຫຼືອ
ທາງທະຫານໃຫ້ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ.

ກະ​ຊວງ​ການ​ເງິນ​ໄດ້​ກ່າວ​ວ່າ ກຳ​ປັ່ນ​ດັ່ງ​ກ່າວ​ໄດ້​ຂົນ​ສົ່ງ​ນ້ຳ​ມັນ​ໄປ ຄິວ​ບາ ຈາກ​ທ້າຍ​ປີ
2018 ຫາເດືອນມີນາທີ່ຜ່ານມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG