ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ​ ກົວ​ອີ​ໂດ ເລີ້ມ​ເດີນ​ທາງ ຢ້ຽມ​ຢາມ​ທົ່ວ ປະ​ເທດ ເວ​ເນ​ຊູ​ເອ​ລາ


ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ ຜູ້​ທີ່​ຫຼາຍໆ​ປະ​ເທດ ເຫັນ​ພ້ອມກັບ​ການ​​ເປັນ​ຜູ້​ປົກປະ​ເທດ​ຊົ່ວ​ຄາວ ເຂົ້າ​ຮ່ວມ​ການ​ປະ​ທ້ວງຕ້ານ​ລັດ​ຖະ​ບານ ປະ​ທາ​ນາ​ທິບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ ວັນ​ທີ 16 ມີ​ນາ 2019.
ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮວນ ກົວ​ອີ​ໂດ ຜູ້​ທີ່​ຫຼາຍໆ​ປະ​ເທດ ເຫັນ​ພ້ອມກັບ​ການ​​ເປັນ​ຜູ້​ປົກປະ​ເທດ​ຊົ່ວ​ຄາວ ເຂົ້າ​ຮ່ວມ​ການ​ປະ​ທ້ວງຕ້ານ​ລັດ​ຖະ​ບານ ປະ​ທາ​ນາ​ທິບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ ວັນ​ທີ 16 ມີ​ນາ 2019.

ຜູ້​ນຳຝ່​າຍ​ຄ້ານ​ເວ​ເນ​ຊູ​ເອ​ລາ ທ່ານ​ຮວນ ກົວ​ອີ​ໂດ ໄດ້​ຢູ່​ໃນ​ເມືອງວາ​ເລັນ​ເຊຍ ຢູ່​ທາງ​
ພາກ​ເໜືອ​ຂອງ​ເວ​ເນ​ຊູ​ເອ​ລາ​ໃນ​ວັນ​ເສົາ​ວານ​ນີ້ ເພື່ອ​ເລີ້ມ​ຢ້ຽມ​ຢາມ​ປະ​ເທດ​ອັນ​ເປັນ
​ພາກ​ສ່ວນ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເພື່ອ​ຂັ​ບ​ໄລ່​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາ​ດູ​
ໂຣ ອອກ​ຈາກ​ຕຳ​ແໜ່ງ.

ທ່ານ​ກົວ​ອີ​ໂດ ໄດ້​ສົ່ງ​ຮູບ​ພາບຜ່ານທາງ​ທວິດ​ເຕີ ກ່ຽວ​ກັບ​ກິດ​ຈະ​ການ​ຂອງວັນ ເຂົ້າ​ຮ່ວມ
​ສູດ​ມົນ​ຢູ່​ໂບດ​ວາ​ເລັນ​ຊຽຍ ແລະ​ຢ້​ຽມ​ຢາມ​ຕະ​ຫຼາດ​ທ້ອງ​ຖິ່ນ ທັກ​ທາຍ​ສະ​ບາຍ​ດີ​ຝູງ​ຊົນ​
ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢູ່​ທັງ​ສອງ​ແຫ່ງ.

ໃນ​ພາ​ສາ​ສະ​ແປ​ນິ​ສ ທ່ານສົ່ງ​ຂໍ້​ຄວາມ​ທາງ​ທວິດ​ວ່າ “ບັນ​ດາ​ຜູ້ຢູ່ນີ້ ແລະ​ຜູ້​ທີ່​ມາ​ຊື້​ເລັກໆ​
ນ້ອຍໆ​ທີ່​ເຂົາ​ເຈົ້າ​ສາ​ມາດຊື້​ໄດ້ ແມ່ນ​ຄົນ​ທີ່​ເຮັດ​ວຽກ​ໜັກ​ຜູ້​ທີ່​ສົມ​ຄວາມ​ໄດ້ຮັບ​ການຢູ່​ດີ​
ກິນ​ດີ.”

ທ່ານ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ຕະ​ຫຼາດ​ໃນ​ວັນ​ເສົາ​ມັກ​ຈະ​ເຕັມ​ໄປ​ດ້ວຍ “ການ​ຊື້​ຂາຍ ແລະ
​ມ່ວນ​ຊື່ນ” ໂດຍ​ສະ​ເພາະ​ໃນ​ວັນ​ເສົາ​ນີ້ ແທນ​ທີ່ໄດ້ເຕັມ​ໄປ​ດ້ວຍ​ການ​ຮ້ອງ​ໃຫ້​ຫາ​ຄວາມ
​ຫວັງ ແລະ​ເສ​ລີ​ພາບ.

ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ຝ່າຍ​ຄ້ານທ່ານ​ຮວນ ກົວ​ອີ​ໂດ ເຂົ້າ​ຮ່ວມ​ປະ​ທ້ວງ ປະ​ທາ​ນາ​ທິບໍ​ດີນິ​ໂກ​ລັ​ສ ມາ​ດູ​ໂຣ​ ທີ່​ເມືອງວາ​ເລັນ​ເຊຍ ເວ​ເນ​ຊູ​ເອ​ລາ ວັນ​ທີ 16 ມີ​ນາ 2019.
ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ຝ່າຍ​ຄ້ານທ່ານ​ຮວນ ກົວ​ອີ​ໂດ ເຂົ້າ​ຮ່ວມ​ປະ​ທ້ວງ ປະ​ທາ​ນາ​ທິບໍ​ດີນິ​ໂກ​ລັ​ສ ມາ​ດູ​ໂຣ​ ທີ່​ເມືອງວາ​ເລັນ​ເຊຍ ເວ​ເນ​ຊູ​ເອ​ລາ ວັນ​ທີ 16 ມີ​ນາ 2019.

ທ່ານ​ກົວ​ອີ​ໂອ ກ່າວ​ເພີ້ມ​ຢູ່​ຕະ​ຫຼາດ​ທີ່​ມີ​ອາ​ຍຸ 30 ປີ ຜູ້​ຄົນ​ມີ​ຄ​ວາມ​ຮູ້​ສຶກ​ໃນ​ສິິ່ງ​ທີ່ ຕິດ​ຕາມ
​ມາ​ວິ​ກິດ​ການ​ເສດ​ຖະ​ກິດ​ຢູ່​ໃນ​ເວ​ເນ​ຊູ​ເອ​ລາ ທີ່​ເກີດ​ມາ​ຈາກ​ອັນ​ທີ່​ທ່ານ​ຮ້ອງວ່າ “ເປັນ​ລະ
​ບົບ​ບໍ່​ມີ​ມະ​ນຸດ​ສະ​ທຳ ທີ່​ໄດ້​ທຳ​ລາຍ​ຜົນ​ຜະ​ລິດ ແລະ​ອຳ​ນາດ​ການ​ຊື້​ຂາຍ​ຂອງ​ປະ​ຊາ​
ຊົນ​ເຮົາ.”

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ທະ​ນາ​ຄານ​ພັດ​ທະ​ນາ​ສາ​ກົນ​ອາ​ເມ​ຣິ​ກັນ (IDB) ໄດ້​ຮັບ​ຮູ້​ຜູ້​ຕາງ​ໜ້າ
​ເວ​ເນ​ຊູ​ເອ​ລາ ທີ່​ໄດ້​ແຕ່ງ​ຕັ້ງ​ໂດຍ​ທ່ານ​ກົວ​ອີ​ໂດ. ເປັນ​ສະ​ຖາ​ບັນ​ທີ່​ເຫັນ​ພ້ອມ​ດ້ວຍ​ກັນ​ແຫ່ງ​
ທຳ​ອິດທີ່​ເອົາ​ບາດ​ກ້າວ​ດັ່ງ​ກ່າວ. ເປັນ​ທະ​ນ​າ​ຄານ​ລາ​ຕິນ​ອາ​ເມ​ຣິ​ກາ ຜູ້​ໃຫ້​ເງິນ​ກູ້​ຢື​ມທີ່​ໃຫຍ່
​ສຸດ​ຢູ່​ໃນ​ຂົງ​ເຂດ ແລະ​ກາ​ນ​ເຄື່ອນ​ໄຫວ​ເປັນບັນ​ຫາ​ແກ່ ປະ​ທາ​ນາ​ທິ​ບໍ​ດີ​ນິ​ໂກ​ລັ​ສ ມາ​ດູ​ໂຣ.
ການ​ປະ​ຕິ​ບັດ​ໃນ​ທີ່​ສຸດ​ອາດ​ໂຈະ​ການ​ພັດ​ທະ​ນາ​ກູ້​ຢືມ​ເງິນ​ແກ່​ເວ​ເນ​ຊູ​ເອ​ລາ ຖ້າ​ຫາກ​ທ່ານ
​ມາ​ດູ​ໂຣ ໄດ້​ອອກ​ຈາກ​ຕຳ​ແໜ່ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG