ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະເບີດ ທີ່ໂຮງກັ່ນນໍ້າມັນ ທີ່ໃຫຍ່ທີ່ສຸດ ຂອງ Venezuela


ໜ່ວຍດັບເພີງກໍາລັງມອດ ໄຟໄໝ້ ຢູ່ໂຮງກັ່ນນໍ້າມັນ Amuay ຍ້ອນເຫດລະເບີດທີ່ໃຫຍ່ທີ່ສຸດຂອງ Venezuela
ໜ່ວຍດັບເພີງກໍາລັງມອດ ໄຟໄໝ້ ຢູ່ໂຮງກັ່ນນໍ້າມັນ Amuay ຍ້ອນເຫດລະເບີດທີ່ໃຫຍ່ທີ່ສຸດຂອງ Venezuela
ໄດ້ເກີດເຫດລະເບີດຢູ່ໂຮງກັ່ນນໍ້າມັນທີ່ໃຫຍ່ທີ່ສຸດຂອງ Venezuela ເຮັດໃຫ້ 39 ຄົນເສຍຊີວິດ.

ທ່ານ Rafael Ramirez ລັດຖະມົນຕີກະຊວງພະລັງງານເວົ້າວ່າ
ເຫດລະເບີດ ທີ່ເກີດຂຶ້ນໃນວັນເສົາວານນີ້ ຢູ່ພາກຕາເວັນຕົກສຽງ
ເໜືອຂອງ Venezuela ນັ້ນ ແມ່ນເປັນຍ້ອນມີການຮົ່ວໄຫລ ຊຶ່ງ
ໄດ້ພາໃຫ້ເກີດໝອກອາຍແກັສ ທີ່ພາໃຫ້ ລະເບີດຂຶ້ນ.

ພວກນັກສືບສວນສອບສວນ ກໍາລັງພະຍາຍາມຊອກຫາສາເຫດທີ່ພາໃຫ້ເກີດການຮົ່ວ ໄຫລດັ່ງກ່າວ ທີ່ໂຮງກັ່ນນໍ້າມັນ Amuay ຊຶ່ງເປັນພາກສ່ວນນຶ່ງຂອງບໍລິສັດກັ່ນນໍ້າມັນ Paraguana.

ເຫດລະເບີດໄດ້ພາໃຫ້ເກີດໄຟໄໝ້ໃນໂຮງກັ່ນນໍ້າມັນ ແລະທໍາລາຍບ້ານເຮືອນທີ່ຢູ່ໃກ້ ຄຽງ. ຮອງປະທານາທິບໍດີ Elias Jaua ໄດ້ເດີນທາງໄປຢ້ຽມບ່ອນ ເກີດເຫດ ແລະທ່ານ ເວົ້າວ່າ ໃນຈໍານວນຜູ້ທີ່ເສຍຊີວິດໄປນັ້ນ ສ່ວນໃຫຍ່ແມ່ນ ທະຫານຂອງໜ່ວຍພິທັກຊາດ ຂອງ Venezuela.

ພວກນັກສືບສວນຍັງໄດ້ກ່າວອີກວ່າ ຫລາຍກວ່າ 80 ຄົນ ໄດ້ຮັບບາດເຈັບ. ໂຮງກັ່ນນໍ້າ ມັນ Paraguana ເປັນເຄືອຂ່າຍກັ່ນນໍ້າມັນ ທີ່ໃຫຍ່ທີ່ສຸດອັນນຶ່ງ ຂອງໂລກ. ທ່ານ Ramirez ຄາດວ່າ ໂຮງກັ່ນນໍ້າມັນດັ່ງກ່າວ ຈະເລີ້ມກັບ ມາຜະລິດໄດ້ພາຍໃນ 2 ມື້ຕໍ່ໜ້ານີ້.
XS
SM
MD
LG