ເວເນຊູເອລາໄດ້ຮັບຄໍາຮ້ອງຂໍລີ້ໄພ ຢ່າງເປັນທາງ ການຈາກ
ອະດີດພະນັກງານສັນຍາຈ້າງຂອງອົງການສືບລັບສະຫະລັດ
ທ້າວ Edward Snowden.
ປະທານາທິບໍດີ Nicolas Maduro ຂອງເວເນຊູເອລາ ໄດ້ຢືນ
ຢັນການໄດ້ຮັບຄໍາຮ້ອງຂໍດັ່ງກ່າວໃນວັນຈັນວານນີ້. ທ່ານກ່າວ
ວ່າ ທ້າວ Snowden ຈະຕ້ອງຕັດສິນໃຈແລ້ວວ່ າເມື່ອໃດລາວ
ຕ້ອງການທີ່ຈະບິນໄປເວເນຊູເອລາ ແລະລາວຢາກໄປແທ້ ຫລື
ບໍ່.
ທ່ານໄດ້ອອກຄວາມເຫັນດັ່ງກ່າວ ບໍ່ເທົ່າໃດຊົ່ວໂມງຫຼັງຈາກທີ່ທາງ
ສະຖານທູດນີກາຣາກົວ ໃນກຸງມົສກູກ່າວວ່າ ຕົນໄດ້ຮັບຈົດໝາຍຂໍລີ້ໄພຈາກທ້າວ
Snowden.
ບັນດາຜູ້ນໍາຂອງປະເທດເວເນຊູເອລາ ນີກາຣາກົວ ແລະໂບລີເວຍ ໄດ້ກ່າວວ່າ ພວກຕົນຈະ
ຮັບເອົາທ້າວ Snowden ໄວ 30 ປີ ທີ່ໄດ້ເປີດເຜີຍລາຍລະອຽດລັບຂອງໂຄງການເກັບກໍາ
ຂໍ້າມູນໂດຍອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ.
ເຊື່ອກັນວ່າ ທ້າວ Snowden ນັ້ນຍັງຢູ່ໃນເຂດລໍຖ້າຕໍ່ຍົນໃນສະໜາມບິນມົສກູ ນັບຕັ້ງແຕ່
ໄດ້ບິນອອກຈາກຮົງກົງ 2 ອາທິດແລ້ວນີ້. ລາວບໍ່ສາມາດເດີນທາງອອກໄປໄກກ່ວານີ້ໄດ້
ເພາະວ່າທາງສຫະຫລັດໄດ້ຍົກເລີກໜັງສືເດີນທາງຂອງລາວ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ້າວ Snowden ຈະເດີນທາງອອກໄປສູ່ ເວເນຊູເອລາ
ໄດ້ຢ່າງໃດ? ປະເທດຄິວບາ ຊຶ່ງເປັນທາງຜ່ານທີ່ສໍາຄັນ ຫຼືຈຸດເຊື່ອມຕໍ່ຈາກຣັດເຊຍສູ່
ບັນດາປະເທດອາເມຣິກາລາຕິນນັ້ນ ຍັງບໍ່ທັນໄດ້ເວົ້າວ່າ ຕົນຈະໃຫ້ທ້າວ Snowden
ຜ່ານ ຫຼືບໍ່? ແຕ່ປະທານປະເທດຄິວບາ ທ່ານ Raul Castro ໄດ້ກ່າວສະແດງການສະໜັບ
ສະໜູນຕໍ່ບັນດາປະເທດອາເມຣິກາລາຕິນ ທີ່ສະເໜີໃຫ້ການຮັບລີ້ໄພໃຫ້ແກ່ທ້າວ Snowden. ທ່ານ Castro ກ່າວວ່າ:
“ພວກເຮົາສະໜັບສະໜຸນສິດອະທິປະໄຕ ຂອງເວເນຊູເອລາ ແລະໝົດທຸກ ປະເທດໃນຂົງເຂດ ໃນການອະນຸຍາດໃຫ້ລີ້ໄພແກ່ພວກທີ່ຖືກປະຫັດປະຫານ ຍ້ອນອຸດົມການຂອງເຂົາເຈົ້າ ຫລືບໍ່ກໍຍ້ອນການຕໍ່ສູ້ເພື່ອສິດທິປະຊາທິປະໄຕ ຂອງເຂົາເຈົ້າ.”
ທ້າວ Snowden ໄດ້ຮຽກຮ້ອງຍືນຂໍລີ້ໄພ ໄປຍັງ 20 ກວ່າ ປະເທດ, ແຕ່ສ່ວນໃຫຍ່ໄດ້ປະຕິ
ເສດ ຫລືບໍ່ກໍກ່າວວ່າ ທ້າວ Snowden ຕ້ອງຢູ່ໃນເຂດນໍ້າດິນແດນ ຫຼືຢູ່ໃນສະຖານທູດ
ແຫ່ງໃດແຫ່ງນຶ່ງຂອງຕົນເສຍກ່ອນ ຈຶ່ງຈະຮັບພິຈາລະນາຄໍາຮ້ອງຂໍລີ້ໄພຂອງຜູ້ກ່ຽວ.