ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວເນຊູເອລາ ເປີດໜ່ວຍປ່ອນບັດ ສຳລັບ ການລົງຄະແນນສຽງ ທີ່ມີບັນຫາ


ປະຊາຊົນຢຶນລຽນແຖວຢູ່ທາງຂ້າງຄຳວ່າ "Vota ຫຼື ລົງຄະແນນສຽງ" ທີ່ຖືກສີດໃສ່ຝາ ກ່ອນການລົງຄະແນນສຽງ ໃນລະຫວ່າງ ການເລືອກຕັ້ງສະພາລັດຖະທຳມະນູນ ໃນນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ. 30 ກໍລະກົດ, 2017.
ປະຊາຊົນຢຶນລຽນແຖວຢູ່ທາງຂ້າງຄຳວ່າ "Vota ຫຼື ລົງຄະແນນສຽງ" ທີ່ຖືກສີດໃສ່ຝາ ກ່ອນການລົງຄະແນນສຽງ ໃນລະຫວ່າງ ການເລືອກຕັ້ງສະພາລັດຖະທຳມະນູນ ໃນນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ. 30 ກໍລະກົດ, 2017.

ປະຊາຊົນ ເວເນຊູເອລລາ ພາກັນໄປຍັງໜ່ວຍປ່ອນບັດ ໃນວັນອາທິດມື້ນີ້ ເພື່ອລົງຄະ
ແນນສຽງທີ່ມີຄວາມຂັດແຍ້ງກັນທີ່ປະທານາທິບໍດີ ນິໂກລັສ ມາດູໂຣ ໄດ້ຈັດໃຫ້ທີຂຶ້ນ.

ພວກລົງຄະແນນສຽງ ຈະພາກັນເລືອກເອົາວ່າ ການທີ່ “ສະພາ” ທີ່ປະກອບດ້ວຍສະມາ
ຊິກ 545 ທ່ານ ຂຽນລັດຖະທຳມະນູນໃໝ່ຂອງປະເທດຂຶ້ນມານັ້ນ ຈະຖືກຂໍ້ກ່າວຫາຫຼືບໍ່.

ພວກທີ່ຕ້ອງຕິທັງຫຼາຍ ພາກັນກ່າວວ່າ ມີແຕ່ພວກສະໜັບສະໜູນທ່ານ ມາດູໂຣ ເທົ່ານັ້ນ
ຈະເປັນພວກເຫັນດີ ແລະ ຈະພາກັນຂຽນລັດຖະທຳມະນູນໃໝ່ ເພື່ອໃຫ້ທ່ານໄດ້ດຳລົງ
ຕຳແໜ່ງຢູ່ຕໍ່ໄປໂດຍບໍ່ມີກຳນົດ.

ພວກຝ່າຍຄ້ານດ້ານການເມືອງພາກັນຊຸກຍູ້ ໃຫ້ປະທ້ວງການໄປລົງຄະແນນສຽງນີ້ ຊຶ່ງ
ຈະມີແຕ່ພວກສະໜັບສະໜູນປະທານາທິບໍດີເທົ່ານັ້ນ ທີ່ຈະພາກັນໄປລົງຄະແນນສຽງ.
ພວກຄັດຄ້ານພາກັນເວົ້າວ່າ ການລົງຄະແນນສຽງຄັ້ງນີ້ “ເປັນໂມຄະ” ແລະ ຮຽກຮ້ອງ
ໃຫ້ພາກັນປະທ້ວງ.

ການປະທ້ວງໃນຕອນຕົ້ນໆຂອງສັບປະດານີ້ ໄດ້ຊ່ອຍໃຫ້ມີຄວາມສະຫງົບ ດ້ວຍຄວາມ
ອົດກັ້ນ ໃນວັນສຸກແລະວັນເສົາ ລຸນຫຼັງທ່ານ ມາດູໂຣ ໄດ້ສັ່ງຫ້າມບໍ່ໃຫ້ມີການປະທ້ວງ
ຈົນກວ່າຈະເຖິງວັນອັງຄານທີ່ຈະມາເຖິງ. ທ່ານ ມາດູໂຣ ເວົ້າວ່າຜູ້ໃດຝ່າຝືນຄຳສັ່ງນີ້
ຈະຖືກຂັງຄຸກດົນເຖິງ 10 ປີ.

ແຕ່ພວກຜູ້ນຳຝ່າຍຄ້ານ ກໍຍັງພາກັນຊຸກຍູ້ ໃຫ້ພວກສະໜັບສະໜູນເຂົາເຈົ້າຄັດຄ້ານ
ຄຳສັ່ງດັ່ງກ່າວໃນວັນອາທິດມື້ນີ້ ແລະ ພາກັນເວົ້າວ່າອອກມາຢູ່ຕາມຖະໜົນຫົນທາງ
ສາຍຕ່າງໆ.

ຜູ້ແທນຝ່າຍຄ້ານ ທ່ານ ເຟຣດີ ກຸເອວາຣາ ໄດ້ບອກພວກນັກຂ່າວວ່າ “ນີ້ແມ່ນເພື່ອການ
ເລືອກຕັ້ງ ແມ່ນເພື່ອປົດປ່ອຍພວກນັກໂທດການເມືອງ ແມ່ນເພື່ອການປ່ຽນແປງ. ທ່ານ
ໄດ້ເຕືອນວ່າ ມື້ເລືອກຕັ້ງ ຈະບໍ່ແມ່ນມື້ສຸດທ້າຍຂອງການປະທ້ວງ."
ທ່ານກ່າວວ່າ “ນັບ
ແຕ່ວັນຈັນມື້ອື່ນນີ້ເປັນຕົ້ນໄປ ວິກິດການດັ່ງກ່າວຈະຮ້າຍແຮງຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG