ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການປະທ້ວງ ຕໍ່ຕ້ານລັດຖະບານ ຍັງດຳເນີນ ຢູ່ຕໍ່ມາ ໃນ ເວເນຊູເອລາ (ສະໄລດ໌/ວີດີໂອ)


ບັນດານັກສຶກສາ ຍັງພາກັນປະທ້ວງ ຢູ່ໃນເວເນຊູເອລາ
ບັນດານັກສຶກສາ ຍັງພາກັນປະທ້ວງ ຢູ່ໃນເວເນຊູເອລາ
ພວກປະທ້ວງຕໍ່ຕ້ານລັດຖະບານ ຍັງສືບຕໍ່ປະທະກັບກຳລັງຮັກສາ
ຄວາມປອດໄພໃນຄືນທີ່ຜ່ານມາໃນຂະນະທີ່ຄວາມຮຸນແຮງຢູ່ຕາມ
ຖະໜົນຫົນທາງ ຍັງຖືກແກ່ຍາວມາເປັນມື້ທີສາມຂອງວັນພັກແຫ່ງ
ຊາດ.

ມີການວາງເຄື່ອງກີດຂວາງ ໃສ່ຖະໜົນຫົນທາງ ແບບກະຈັດຈາຍ
ໃນວັນເສົາມື້ນີ້ຢູ່ໃນນະຄອນຫລວງ Caracas ໃນຂະນະທີ່ພວກ
ນັກສຶກສາ ພາກັນເດີນຂະບວນ ແກວ່ງກ້ອນຫີນ ແກ້ວ ແລະລະ
ເບີດນຳ້ມັນ ໃສ່ກຳລັງຮັກສາຄວາມປອດໄພ ທີ່ໄດ້ຕອບໂຕ້ດ້ວຍ
ແກັສນຳ້ຕາແລະທໍ່ສີດນຳ້.



ກຳລັງຮັກສາຄວາມປອດໄພຄົນນຶ່ງ ໄດ້ຖືກຍິງຕາຍ ໃນຂະນະທີ່ລາວພະຍາຍາມ ຍົກຍ້າຍ ເຄື່ອງກີດຂວາງອອກ ເຮັດໃຫ້ຈຳນວນຜູ້ເສຍຊີວິດ ໃນໄລຍະສາມອາທິດຂອງການປະທະ ກັນເພີ້ມຂື້ນ ເປັນຢ່າງໜ້ອຍ 18 ຄົນ. ກຳລັງຮັກສາຄວາມປອດໄພ ອີກຄົນນຶ່ງ ໄດ້ຮັບບາດ
ເຈັບ.

ພວກປະທ້ວງ ພາກັນຮຽກຮ້ອງໃຫ້ປະທານາທິບໍດີ Nicolas Maduro ຜູ້ທີ່ເຂົ້າຮັບຕຳແໜ່ງ ຕໍ່ຈາກປະທານາທິບໍດີ Hugo Chavez ນັ້ນ ລາອອກ ເພາະວ່າມີການກໍ່ອາຊະຍາກຳຢູ່ໃນ ປະເທດສູງ ເງິນເຟີ້ ແລະຂາດແຄນອາຫານທີ່ຈຳເປັນຕ່າງໆ ເຊັນວ່າ ນຳ້ນົມ ແລະແປ້ງ.

ລັດຖະບານທ່ານ Maduro ຖິ້ມໂທດ ໃນການກໍ່ຄວາມຮຸນແຮງ ໃສ່ພວກຝ່າຍຄ້ານຂວາຈັດ ທີ່ຕໍ່ຕ້ານລັດຖະບານຂອງທ່ານ ໂດຍກ່າວຫາເຂົາເຈົ້າວ່າ ໄດ້ຮັບການສະໜັບສະໜຸນຈາກ ສະຫະລັດ. ລັດຖະບານສະຫະລັດ ໄດ້ປະຕິເສດວ່າຕົນ ບໍ່ມີສ່ວນພົວພັນໃດໆ ໃນຄວາມບໍ່ ສະຫງົບດັ່ງກ່າວ.

Venezuela
please wait
Embed

No media source currently available

0:00 0:01:28 0:00
XS
SM
MD
LG