ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກໂທດ ກໍ່ຄວາມວຸ້ນວາຍ ຢູ່ຄຸກ ເວເນຊູເອລາ


ແຜນທີ່ ປະເທດເວເນຊູເອລາ
ແຜນທີ່ ປະເທດເວເນຊູເອລາ
ເຈົ້າໜ້າທີ່ກ່າວວ່າ ການກໍ່ຈະລາຈົນທີ່ຄຸກແຫ່ງນຶ່ງໃນພາກຕາເວັນ
ຕົກຂອງເວເນຊູເອລາເຮັດໃຫ້ມີຜູ້ເສຍຊີວິດຈຳນວນນຶ່ງແລະບາດ
ເຈັບອີກຫຼາຍສິບຄົນ. ລາຍງານຂ່າວບາງກະແສແຈ້ງວ່າໂຕເລກຜູ້
ເສຍຊີວິດທັງໝົດອາດເພີ້ມຂຶ້ນເຖິງ 50 ຄົນຫຼືຫລາຍກວ່ານັ້ນ ແຕ່
ຈຳນວນຜູ້ເສຍຊີວິດເຫຼົ່ານີ້ ຍັງບໍ່ທັນໄດ້ຮັບການຢືນຢັນເທື່ອ.

ທ່ານນາງ Iris Varela ລັດຖະມົນຕີຮັບຜິດຊອບ ກ່ຽວກັບເລື່ອງ
ຄຸກຂອງເວເນຊູເອລາກ່າວໃນຖະແຫລງຂ່າວສະບັບນຶ່ງວ່າຄວາມ
ຮຸນແຮງໄດ້ລະເບີດຂຶ້ນໃນວັນສຸກວານນີ້ຫຼັງຈາກພວກນັກໂທດກໍ່
ການຈະລາຈົນເວລາເຈົ້າໜ້າທີ່ຄຸກທຳການຊອກຄົ້ນຫາອາວຸດທີ່
ຜິດກົດໝາຍຢູ່ໃນຄຸກ Centro Occidental.

ບັນດາກຸ່ມສະໜັບສະໜຸນພວກນັກໂທດໃນເຂດທ້ອງຖິ່ນກ່າວວ່າ
ຄຸກແຫ່ງຕ່າງໆ ໃນປະເທດເວເນຊູເອລາ ທີ່ມີພວກນັກໂທດຫຼາຍເກີນໄປນັ້ນ ແມ່ນອອກແບບ ໃຫ້ຄຸມຂັງແຕ່ພຽງນຶ່ງສ່ວນສາມ ຂອງພວກນັກໂທດຈຳນວນທັງໝົດ 50,000 ຄົນ ຂອງເວເນ ຊູເອລາ ທີ່ມີຢູ່ໃນເວລານີ້.
XS
SM
MD
LG