ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນເສຍຊີວິດ ເພີ້ມຂຶ້ນ ໃນເຫດກໍ່ຈະລາຈົນ ຢູ່ໃນຄຸກ ທີ່ເວເນຊູເອລາ


ພວກທະຫານກໍາລັງ ຍົກຍ້າຍຄົນເຈັບອອກຈາກຄຸກ Uribana ບ່ອນເກີດເຫດຈະລາຈົນ ທີ່ ເວເນຊູເອລາ.
ພວກທະຫານກໍາລັງ ຍົກຍ້າຍຄົນເຈັບອອກຈາກຄຸກ Uribana ບ່ອນເກີດເຫດຈະລາຈົນ ທີ່ ເວເນຊູເອລາ.
ເຈົ້າໜ້າທີ່ໂຮງໝໍຢູ່ພາກຕາເວັນຕົກສຽງເໜືອຂອງ ເວເນຊູ
ເອລາ ບອກວ່າ ຈໍານວນຜູ້ເສຍຊີວິດ ຈາກການກໍ່ຈະລາຈົນ
ທີ່ຄຸກແຫ່ງນຶ່ງ ເມື່ອວັນສຸກຜ່ານມານັ້ນ ໄດ້ເພີ້ມຂຶ້ນເປັນ 61
ຄົນ ແລະມີຫລາຍກວ່າ 120 ຄົນ ໄດ້ຮັບບາດເຈັບ.

ການກໍ່ຄວາມຮຸນແຮງໄດ້ລະເບີດຂຶ້ນຢູ່ທີ່ຄຸກ Uribana ໃກ້
ກັບເມືອງ Barquisimeto ເມື່ອມີລາຍງານວ່າ ພວກເຈົ້າ
ໜ້າທີ່ ມີແຜນການຈະເຂົ້າກວດຄົ້ນ ຕຶກອາຄານໃນຄຸກ ເພື່ອຊອກຫາອາວຸດທີ່ຜິດກົດໝາຍ.

ພວກເຈົ້າໜ້າທີ່ປະຈໍາຄຸກດັ່ງກ່າວ ໄດ້ຍົກຍ້າຍພວກຄົນໂທດ
ໄປຢູ່ໃນຄຸກແຫ່ງອື່ນໆ ປ່ອຍໃຫ້ຄອບຄົວຂອງພວກຄົນໂທດ
ທີ່ວິຕົກທຸກຮ້ອນຢູ່ແລ້ວນັ້ນ ບໍ່ຮູ້ຂ່າວຄາວຫຍັງຫລາຍກ່ຽວກັບ
ວ່າພີ່ນ້ອງຂອງເຂົາເຈົ້າໄດ້ຍ້າຍໄປຢູ່ໃສແລະບໍ່ຮູ້ຮອດວ່າ ພີ່ນ້ອງເຂົາເຈົ້າໄດ້ຮັບບາດ
ເຈັບ ຫລືຕາຍແລ້ວຫລືແນວໃດ.

ຮອງປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro ໄດ້ໃຫ້ຄໍາໝັ້ນ ສັນຍາວ່າ ຈະທໍາການສືບສວນ ສອບສວນເຫດການນີ້ຢ່າງເຕັມສ່ວນ.

ກຸ່ມສິດທິມະນຸດຕ່າງໆ ໄດ້ກ່າວເຖິງຄຸກຢູ່ໃນເວເນຊູເອລາ ວ່າ ເປັນຄຸກທີ່ຮວມຢູ່ໃນຈໍາ
ນວນທີ່ມີສະພາບຂີ້ຮ້າຍທີ່ສຸດໃນໂລກ ຍ້ອນມີນັກໂທດແອອັດ ຢ່າງໜັກ, ສະພາບການ
ທີ່ບໍ່ດີ ແລະມີການກໍ່ຄວາມຮຸນແຮງຂອງພວກແກ້ງ ອັນທະພານ.
XS
SM
MD
LG