ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເວເນຊູເອລາປາບປາມ ເສລີພາບດ້ານການຂ່າວ


ພວກປະທ້ວງເອົາການປະຕິຮູບ ໃນເວເນຊູເອລາ
ພວກປະທ້ວງເອົາການປະຕິຮູບ ໃນເວເນຊູເອລາ

ເຖິງແມ່ນພວກເຮົາໄດ້ຮູ້ເຫັນຄວາມກ້າວໜ້າຫລາຍສິ່ງ ຫລາຍຢ່າງໃນບັນດາປະເທດຊີກໂລກຕາເວັນຕົກມາແລ້ວກໍຕາມ ແຕ່ເວລານີ້ ລະບອບ ປະຊາທິປະ​ໃຕກໍຍັງຄົງຖືກຮາວີຂົ່ມຂູ່ຢູ່ໃນຂົງເຂດດັ່ງກ່າວ. ສິດທິໃນການປາກເວົ້າຢ່າງ​ເສລີ ​ໃນ​ການໄດ້​ຊົມ​ໃຊ້ເສລີພາບ ດ້ານຂ່າວສານ ແລະ​ໃນການສະແດງຄວາມຄິດຄວາມເຫັນຂອງສ່ວນ ບຸກຄົນ ​ແມ່ນຖືວ່າຈຳເປັນຕໍ່ການປະຕິບັດງານຂອງສະຖາບັນປະຊາທິ ປະ​ໃຕຂອງພວກເຮົາ.

ເມື່ອໝໍ່ໆມານີ້ ພວກເຈົ້າໜ້າທີ່ໃນປະເທດເວເນຊູເອລາ ໄດ້ປະຕິບັດ ການຕໍ່ຕ້ານປາບ​ປາມ​ພວກ​ນັກວິຈານຂ່າວ ແລະພວກອື່ນໆທີ່ສະ​ແ​ດງ ​ການ​ຄັດຄ້ານ​ຕໍ່ລັດຖະບານ​ໂດຍສັນຕິວິທີ. ທາງການເວເນຊູເອລາໄດ້ ອອກໝາຍຈັບເຈົ້າຂອງສະຖານີໂທລະພາບ ທ້ອງຖິ່ນແຫ່ງນຶ່ງໃນຂໍ້ຫາ ສະແດງ ຄວາມ​ເຫັນທີ່​ເປັນ​ການ​ໝິ່ນປະໝາດຕໍ່ລັດຖະບານເວເນຊູເອລາ ​ແລະ​ນັ້ນ​ແມ່ນເປັນການສົ່ງສານ​ຫລືຂໍ້ຄວາມອັນໜັກ​ແໜ້ນວ່າປະຊາຊົນ​ພົນລະ​ເມືອ​ງ​ໃນ​ປະ​ເທດ​ດັ່ງກ່າວ ບໍ່ມີ​ອິສະລະ​ເສລີພາບ​ທີ່ຈະສະແດງ ຄວາມຄິດຄວາມເຫັນຂອງພວກເຂົາເຈົ້າ ຫລືວ່າທຳການສົນທະນາອະພິປາຍ​ບັນຫາກັນ ຢ່າງເປີດເຜີຍ​ໄດ້. ຖ້າຫາກປາສະຈາກເສລີພາບທີ່ ວ່າ​ນີ້ແລ້ວ ສິດທິດ້ານອື່ນໆກໍ​ແມ່ນຈະຖືກຄຸກ​ຄາມ​ແລະໄດ້​ຮັບ​ຄວາມ​ເສຍ​ຫາຍ. ເສລີພາບໃນ ການປາກເວົ້າ ແລະເສລີພາບຂອງສື່ມວນຊົນ ແມ່ນຈະຕ້ອງ​ໄດ້​ຮັບ​ການເຄົາລົບນັບຖື ສຳລັບທຸກໆບຸກຄົນແລະສື່ມວນ ຊົນທັງໝົດ ບໍ່ວ່າ​ພວກ​ເຂົາ​ເຈົ້າຈະ​ມີ​ອຸດົມ​ການດ້ານການເມືອງ​ແນວ​ໃດ ກໍ​ຕາມ.

ມັນເປັນຄວາມຮັບຜິດຊອບຂອງພວກປະເທດປະຊາທິປະ​ໃຕທັງຫລາຍ ທີ່ຈະຕ້ອງ​ແຜ່​ແບການໂຈມຕີຕໍ່ຫລັກການປະຊາທິປະ​ໃຕຕ່າງໆ ​ໃນ​ທຸກໆ​ຫົນ​ແຫ່ງ​ທີ່ມັນອາດຈະເກີດຂື້ນ. ໃນການກະທຳເຊັ່ນນັ້ນ ພວກ ເຂົາເຈົ້າຈະຮັບປະກັນວ່າ ພວກຄົນລຸ້ນຕໍ່ໆໄປຈະ​ໄດ້​ຊົມ​ໃຊ້ສິດທິຕ່າງໆ ທີ່ພວກເຮົາ ຮຽກຮ້ອງທວງ​ເອົາ ສຳລັບ​ໂຕເຮົາເອງ. ສະຫະລັດ ພ້ອມດ້ວຍອົງການສິ້ງຊອມສິດທິມະນຸດ Human Rights Watch, ອົງການນີລະໂທດກຳ​ສາກົນ Amnesty International ແລະຄະນະ​ກຳມາ​ທິການສິດທິມະນຸດພາຍໃນກຸ່ມປະເທດ​ແຫ່ງ​ພາກ​ພື້ນອາເມລິກາ ໄດ້ພາກັນສະແດງ ຄວາມ ເປັນຫ່ວງອອກມາ ກ່ຽວກັບອັນ​ທີ່​ແລ​ເຫັນ​ໄດ້​ຢ່າງ​ແຈ່ມແຈ້ງວ່າ ​ເປັນຄວາມບໍ່​ເຕັມ​ໃຈຂອງລັດຖະບານເວເນຊູເອລາ ທີ່ຈະ ປະຕິບັດ​ຕາມຄວາມໝັ້ນ ໝາຍຂອງຕົນ ພາຍໃຕ້ກົດບັດປະຊາທິປະ​ໃຕ ພາຍໃນຂອງກຸ່ມປະເທດອາເມລິກາ ທີ່ວ່າຈະຍຶດຖື​ແລະ​ຍົກ​ສູງຫລັກ ການນີ້ໄວ້ນັ້ນ. ກ່ຽວກັບ ເລຶ່ອງນີ້ແລ້ວ ກໍຫວັງວ່າອົງການຈັດຕັ້ງຂອງ ພວກປະເທດອາເມລິກາທັງຫລາຍ ຫລື​ອົງການ OAS ນັ້ນ ຈະບັງຄັບໃຊ້ກົດບັດດັ່ງກ່າວ ຢູ່ພາຍໃນ ຊີກໂລກຕາເວັນຕົກ ເພື່ອພິທັກປົກປ້ອງ ບັນດາຫລັກການປະຊາທິປະ​ໃຕ ແລະອິສະລະ​ເສລີພາບຂອງສ່ວນບຸກ ຄົນເອົາໄວ້.

ດັ່ງທີ່ທ່ານນາງລັດຖະມົນຕີຕ່າງປະເທດຄລິນຕັນໄດ້ກ່າວໃນເດືອນກໍລະກົດຂອງປີຜ່ານມານັ້ນ ກໍ​ແມ່ນວ່າ ມັນເປັນການງ່າຍທີ່ຈະມອງເບິ່ງບຸກ ຄົນໃດບຸກຄົນນຶ່ງທີ່ຕຳໜິຕິຕຽນພວກເຮົານັ້ນວ່າ ​ເຂົາເຈົ້າເຮັດເກີນຂອບ ເຂດໄປ ແຕ່ວ່າພວກເຮົາກໍບໍ່ສາມາດທີ່​ຈະປ່ອຍໃຫ້ຄວາມເປັນຫ່ວງທາງ ດ້ານການເມືອງ ມາ​ບ່ອນ​ທຳລາຍເສລີພາບໃນການສະແດງຄວາມຄິດ ຄວາມເຫັນ. ພວກຜູ້ນຳທັງຫລາຍໃນສັງຄົມປະຊາທິປະ​ໃຕ ແມ່ນຕ້ອງ ການ ການຕຳໜິຕິຕຽນແບບສ້າງສັນ.

XS
SM
MD
LG