ປະທານາທິບໍດີຂອງ ເວເນຊູເອລາ ໄດ້ຂູ່ວ່າຈະຈັບຜູ້ພິພາກສາສານສູງສຸດຄົນໃໝ່ ທີ່
ຖືກແຕ່ງຕັ້ງໂດຍສະພາແຫ່ງຊາດ ທີ່ໄດ້ຮັບການຄວບຄຸມພັກຝ່າຍຄ້ານເປັນສ່ວນໃຫຍ່
ເຂົ້າຄຸກ.
ໃນລະຫວ່າງການໄປປາກົດຕົວທາງໂທລະພາບເມື່ອວັນອາທິດວານນີ້, ທ່ານ Nicolas Maduro ກ່າວວ່າ ຜູ້ພິພາກສາສານສູງສຸດຄົນໃໝ່ ທີ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງ
ໃນວັນສຸກທີ່ຜ່ານມາ ຈະຖືກຈັບເຂົ້າຄຸກ ແລະ ຊັບສິນ ແລະ ບັນຊີຂອງເພິ່ນກໍຈະຖືກຍຶດ
ໄວ້.
ນອກນັ້ນ ທ່ານຍັງໄດ້ກ່າວໂຈມຕີປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ
ບັນດາຜູ້ນຳປະເທດ ລາຕິນ ອາເມຣິກາ ຫຼາຍຄົນເຊັ່ນກັນ ສຳລັບການກ່າວຕໍ່ຕ້ານແຜນ
ການຂອງທ່ານ Maduro ທີ່ຈະຂຽນລັດຖະທຳມະນູນໃໝ່ນັ້ນ.
ທ່ານ Maduro ກ່າວວ່າ “ພວກປີກຂວາທີ່ຍິ່ງໃຫຍ່ ເຊື່ອວ່າ ພວກເຂົາເຈົ້າສາມາດອອກ
ຄຳສັ່ງຕໍ່ ເວເນຊູເອລາ, ຜູ້ດຽວທີ່ສາມາດອອກຄຳສັ່ງຢູ່ທີ່ນີ້ໄດ້ ແມ່ນມີແຕ່ປະຊາຊົນ. ເວ
ລາດຽວກັນນີ້ ໃນສັບປະດາໜ້າ ປະຊາຊົນ ເວເນຊູເອລາ ຈະລົງຄະແນນສຽງຮັບຮອງ
ເອົາສະພາຮ່າງລັດຖະທຳມະນູນໃໝ່.”
ພັກຝ່າຍຄ້ານຂອງ ເວເນຊູເອລາ ໄດ້ປະກາດການປະທ້ວງທົ່ວປະເທດເປັນເວລາສອງ
ມື້ ເຊິ່ງເພັ່ງເລັງໃສ່ການກົດດັນທ່ານ Maduro ໃຫ້ຍົກເລີກການເລືອກຕັ້ງທີ່ມີບັນຫາ
ສຳລັບສະພາທີ່ຈະເປັນຜູ້ຮັບຜິດຊອບ ໃນການຂຽນຄືນ ລັດຖະທຳມະນູນຂອງປະເທດ
ໃນວັນທີ 30 ກໍລະກົດນີ້.
ສະມາຊິກສະພາ ທ່ານ Simon Calzadilla ກ່າວວ່າ “ພວກເຮົາຮຽກຮ້ອງໃຫ້ປະຊາ
ຊົນທັງໝົດ, ທຸກໆກຸ່ມຢູ່ໃນສັງຄົມ, ນັດກັນຢຸດງານ 48 ຊົ່ວໂມງ ໃນວັນພຸດ ແລະ ວັນ
ພະຫັດນີ້.”
ທ່ານ Calzadilla ໄດ້ກ່າວວ່າ ການເດີນຂະບວນປະທ້ວງໃນວັນສຸກນີ້, ລຸນຫຼັງການນັດ
ຢຸດງານ, ຈະຮຽກຮ້ອງໃຫ້ທ່ານ Maduro ຍົກເລີກການລົງຄະແນນສຽງຢ່າງເປັນທາງ
ການ.