ປະທານາທິບໍດີ Nicolas Maduro ແຫ່ງ Venezuela
ໄດ້ທຳການຕອບໂຕ້ໃນວັນເສົາວານນີ້ ຕໍ່ການປະທ້ວງຂອງ
ຝ່າຍຄ້ານທີ່ກຳລັງດຳເນີນໄປຢ່າງບໍ່ລົດລະນັ້ນ ດ້ວຍການ
ຈັດການເດີນຂະບວນຕອບໂຕ້ ຂອງພວກທີ່ສະໜັບສະໜຸນ
ທ່ານຫຼາຍພັນຄົນ.
ປະທານາທິບໍດີ Madura ໄດ້ສວຍໃຊ້ການໂຮມຊຸມນຸມ
ຂອງພວກທີ່ນິຍົມລັດຖະບານໃນນະຄອນຫຼວງ Caracas
ເມື່ອວັນເສົາວານນີ້ ປະນາມທ່ານ Leopoldo Lopez ຜູ້
ນຳຝ່າຍຄ້ານ.
ຕຳຫຼວດໄດ້ອອກໝາຍຈັບທ່ານ Lopez ໃນຖານເປັນຜູ້ຈັດແຈງໃຫ້ມີ ການປະທ້ວງຕໍ່
ຕ້ານລັດຖະບານໃນວັນພຸດຜ່ານມາ ທີ່ກາຍເປັນຄວາມຮຸນແຮງ ເຮັດໃຫ້ປະຊາຊົນ 3 ຄົນ
ເສຍຊີວິດ ຮວມທັງພວກປະທ້ວງຝ່າຍຄ້ານ 2 ຄົນ.
ທ່ານ Madura ເອີ້ນທ່ານ Lopez ວ່າເປັນຜູ້ຖືລັດທິ fascist ແລະເປັນຄົນຂີ້ຂາດຕາ
ຂາວໃນວັນເສົາວານນີ້ ແລະຮຽກຮ້ອງໃຫ້ທ່ານເຂົ້າມອບໂຕ ຕໍ່ເຈົ້າໜ້າທີ່.
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວວ່າ ການອອກໝາຍຈັບ
ທ່ານ Lopez ມີຜົນກະທົບ ຕໍ່ສິດທິຂອງພົນລະເມືອງ Venezuela ໃນການສະແດງ
ຄວາມບໍ່ພໍໃຈຂອງເຂົາເຈົ້າ ອອກມາຢ່າງສັນຕິນັ້ນ.
ທ່ານ Kerry ກ່າວໃນຖະແຫຼງການສະບັບນຶ່ງ ວ່າ ລັດຖະບານ Venezuela ມີພັນທະ
ທີ່ຈະຕ້ອງປົກປ້ອງເສລີພາບຂັ້ນພື້ນຖານຕ່າງໆ ແລະຄວາມປອດໄພຂອງພົນລະເມືອງ
ຂອງຕົນ.