ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຝ່າຍ​ຄ​້ານ ​ກ່າວ​ວ່າ ​ການ​ຂັດ​ຂວາງ ບໍ່​ໃຫ້ເຄື່ອງ​ຊ່ວຍ​ເຫຼືອ ເຂົ້າ​ໄປ​ເວ​ເນ​ຊູ​ເອ​ລາ ເປັນ​ການກໍ່​ອາດ​ຊະ​ຍາ​ກຳ ຕ້ານມະ​ນຸດ​ຊາດ


ອົບ​ພະ​ຍົບ​ຊາວ​ເວ​ເນ​ຊູ​ເອ​ລາ​ພາ​ກັນ​ໄປ​ຍັງສູນ​ອົບ​ພະ​ຍົບ "Divina Providencia" ເພື່ອ​ເອົາ​ອາ​ຫານ​ທ່ຽງ​ຟ​ຣີ ຢູ່​ເຂດ La Parada, ໃກ້​ກັບ​ເມືອງກູ​ກູ​ຕາ, ເຂດ​ຊາຍ​ແດນ​ລະ​ຫວ່າງ ​ເວ​ເນ​ຊູ​ເອ​ລາກັບ ໂຄ​ລອມ​ເບຍ ໃນວັນ​ທີ 11 ກຸມ​ພາ, 2019
ອົບ​ພະ​ຍົບ​ຊາວ​ເວ​ເນ​ຊູ​ເອ​ລາ​ພາ​ກັນ​ໄປ​ຍັງສູນ​ອົບ​ພະ​ຍົບ "Divina Providencia" ເພື່ອ​ເອົາ​ອາ​ຫານ​ທ່ຽງ​ຟ​ຣີ ຢູ່​ເຂດ La Parada, ໃກ້​ກັບ​ເມືອງກູ​ກູ​ຕາ, ເຂດ​ຊາຍ​ແດນ​ລະ​ຫວ່າງ ​ເວ​ເນ​ຊູ​ເອ​ລາກັບ ໂຄ​ລອມ​ເບຍ ໃນວັນ​ທີ 11 ກຸມ​ພາ, 2019

​ທ່ານ ຮ​ວານ ກວາ​ອີ​ໂດ (Juan Guaido) ທີ່ຖືກ​ຮັບ​ຮູ້ ​ຈາກ​ສະ​ຫະ​ລັດ ແລະ ອີກ​ປະ​ມານ 50 ປະ​ເທດ​ ວ່າ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂອງ​ເວ​ເນ​ຊູ​ເອ​ລານັ້ນ ໄດ້​ເຕືອນ​ພວກ​ທະ​ຫານ​ວ່າ ການ​ສະ​ກັດ​ກັ້ນ ​ບໍ່​ໃຫ້​ເຄື່ອງ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳ​ ເຂົ້າໄປ​ໃນເວ​ເນ​ຊູ​ເອ​ລາ ແມ່ນເປັນ "ການກໍ່​ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ" ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ "ເກືອບ​ວ່າ​ ກາຍເປັນ​ຜູ້​ຂ້າ​ລ້າງ​ເຜົ່​າ​ພັນໄປ."

ທ່ານ​ກ່າວ​ຕໍ່​ໄປ​ໃນ​ວັນ​ອາ​ທິດຜ່ານ​ມານີ້ ອີກວ່າ "ມີ​ຄົນ​ທີ່​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ເລື້ອງນີ້ ແລະ​ຜູ້​ກຳ​ອຳ​ນາດ​ຮູ້​ເລື້ອງນີ້​ດີ. ນີ້​ຄື​ການກໍ່​ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ, ພວກຜູ້​ຊາຍ​ທີ່​ປະ​ກອບ​ອາ​ວຸດເອີ້ຍ.” ທ່ານ​ໄດ້​ກ່າວ​ຄຳ​ເຫັນ​ເຫລົ່າ​ນັ້ນ​ຕໍ່​ທະ​ຫານ​ທີ່​ຖືກ​ສົ່ງ​ໄປ​ປະ​ຈຳ​ຢູ່​ຂົວ​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງເວ​ເນ​ຊູ​ເອ​ລາກັບ​ໂຄ​ລອມເບຍ.

ການ​ຂົນ​ສົ່ງ​ອາ​ຫານ, ຢຸກຢາ, ແລະ​ເຄື່ອງ​ຊ່ວຍ​ເຫລືອ​ດ້ານ​ມະ​ນຸດ​ສະ​ທຳແມ່ນ​ມີ​ຂຶ້ນຢູ່​ໃນ​ຟາກ​ຂອງ​ໂຄ​ລອມ​ເບຍ ໂດຍ​ທີ່​ມີ​ລົດ​ບັນ​ທຸກນ້ຳ​ມັນແລະລົດ​ບັນ​ທຸກ​ໃຫຍ່​ສອງ​ຄັນ ​ຕັນ​ຢູ່ທາງ​ກາງຂົວ​ໄວ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ

Guaido Calls for Support for Venezuela's Transition to Democracy
please wait

No media source currently available

0:00 0:02:29 0:00

ທ່ານ ນີ​ໂຄ​ລັ​ສ ມາ​ດູ​ໂຣ, ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ​ສັ່ງ​ໃຫ້​ທະ​ຫານ​ສະ​ກັດ​ກັ້ນ​ ບໍ່​ໃຫ້​ເຄື່ອງ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ຂ້າມຊາຍ​ແດນໄປ​ໄດ້.

ທ່ານ​ມາ​ດູ​ໂຣ​ເວົ້າ​ວ່າ ການ​ຊ່ວຍ​ເຫລືອ​ຂອງ​ສະ​ຫະ​ລັດ ເປັນ​ສ່ວນ​ນຶ່ງ​ຂອງ​ການ​ວາງ​ແຜນ​ທີ່​ຈະ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ ແລະ​ເວົ້າ​ວ່າ ເວ​ເນ​ຊູ​ເອ​ລາບໍ່​ຕ້ອງ​ການ​ໃຫ້​ເປັນ​ແບບນັ້ນ​.

ແຕ່​ວ່າ ບັນ​ດາ​ທ່ານ​ໝໍເວ​ເນ​ຊູ​ເອ​ລາ​ທີ່​ເປັນ​ສ່ວນ​ນຶ່ງ​ໃນ​ການ​ທຳ​ການ​ປະ​ທ້ວງ​ໃນ​ວັນ​ອາ​ທິດແລ້ວນີ້​ ໄດ້​ກ່າວ​ຫາ​ທ່ານ ມາ​ດູ​ໂຣ​ວ່າ ກຳ​ລັງ​ເຮັດ​ໃຫ້ຂະ​ແໜງ​ການ​ແພດ​ຂອງເວ​ເນ​ຊູ​ເອ​ລາ ​ຈົມ​ລົງ​ໄປ​ຢູ່​ໃນ​ລະ​ດັບ "ທີ່​ລ້າ​ສະ​ໄໝ".

ຄຸນ​ພໍ່ Richard Garcia ແຈກອາ​ຫານທ່ຽງ​ໃຫ້​ແກ່ອົບ​ພະ​ຍົບ​ຊາວ​ເວ​ເນ​ຊູ​ເອ​ລາຢູ່​ສູນ​ອົບ​ພະ​ຍົບ "Divina Providencia", ວັນ​ທີ 11 ກຸມ​ພາ, 2019.
ຄຸນ​ພໍ່ Richard Garcia ແຈກອາ​ຫານທ່ຽງ​ໃຫ້​ແກ່ອົບ​ພະ​ຍົບ​ຊາວ​ເວ​ເນ​ຊູ​ເອ​ລາຢູ່​ສູນ​ອົບ​ພະ​ຍົບ "Divina Providencia", ວັນ​ທີ 11 ກຸມ​ພາ, 2019.

ທ່ານ​ມາດູ​ໂຣ ໄດ້​ປາ​ກົດ​ໂຕ ​ທາງ​ໂທ​ລະ​ພາບ​ຂອງ​ລັດ ​ໃນ​ວັນ​ອາ​ທິດຜ່ານ​ມາ ໂດຍ​ໄດ້ສະ​ແດງ​ໃຫ້​ເຫັນ ກ່ຽວ​ກັບ​ລະ​ບົບປ້ອງ​ກັນ​ທາງ​ອາ​ກາດ ແລະ​ອາ​ວຸດ​ປະ​ເພດ​ອື່ນໆ ທີ່​ທ່ານ​ເວົ້​າ​ວ່າ​ ຈະ​ເຮັດ​ໃຫ້​ຕົວ​ເມືອງ​ຕ່າງໆ​ຂອງເວ​ເນ​ຊູ​ເອ​ລາ "ໜຽວ​ແໜ້ນບໍ່​ສາ​ມາດ​ຕີ​ໄດ້.”

"​ພວກ​ເຮົາ​ເປັນ​ຄົນ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ ​ຂໍ​ແຕ່​ວ່າ ຢ່າໃຫ້ໃຜ​ມາ​ລົບ​ກວນ​ພວກເຮົາ, ຂໍ​ແຕ່​ວ່າ ດໍ​ໂນ​ລ ທ​ຣຳ​ ບໍ່​ມາທຳ​ການ​ຂົ່ມ​ຂູ່​ຕໍ່ພວກ​ເຮົາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານມາ​ດູ​ໂຣ. ທ່ານ​ກ່າວ​ຕໍ່​ໄປອີກ​ວ່າ “ດໍ​ໂນ​ລ​ ທ​ຣຳ ອອກ​ໄປ​ຈາກເວ​ເນ​ຊູ​ເອ​ລາ ​ດຽວນີ້. ອອກ​ໄປ​ພ້ອມ​ກັບ​ຄຳ​ນາບ​ຂູ່​ຂອງລາວ, ມີ​ກຳ​ລັງ​ທະ​ຫານ​ທີ່​ປະ​ກອບ​ອາ​ວຸດ​ຢູ່​ໜີ້ ແລະ​ກໍມີ​ປະ​ຊາ​ຊົນ ​ທີ່​ປົກ​ປ້ອງ​ກຽດ, ສັກ​ສີ ແລະຄວາມ​ດີ​ງາມ​ຂອງ​ຕົນ​ໄວ້."

ທ່ານ ທຣຳ​ບໍ່​ໄດ້​ລົ​ດ​ລະ ​ທີ່​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ຫະ​ຫານ ຕໍ່​ເວ​ເນ​ຊູ​ເອ​ລາ ແຕ່​ ທ່ານ​ກໍ​ບໍ່​ໄດ້​ເວົ້າ​ຢ່າງ​ເຈາະ​ຈົງ​ວ່າ ຢູ່​ໃນ​ສະ​ຖາ​ນະການໃດ ​ທີ່​ທ່ານ​ຈະ​ສົ່ງ​ກຳ​ລັງ​ທະ​ຫານ​ຂອງ​ສະ​ຫະ​ລັດ ​ໄປ​ຍັງ​ປະ​ເທດດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG