ລັດຖະບານເວເນຊູເອລາ ໄດ້ສັ່ງໃຫ້ຂັບໄລ່ ເອກອັກຄະລັດຖະທູດເຢຍຣະມັນອອກ
ຈາກປະເທດ ເພາະວ່າທ່ານໃຫ້ການສະໜັບສະໜູນຜູ້ນຳຝ່າຍຄ້ານ ທ່ານຮວນ
ກວາອີໂດ ຜູ້ທີ່ພວມທຳການຕໍ່ສູ້ທາງການການເມືອງ ກັບປະທານາທິບໍດີນິໂກລັສ
ມາດູໂຣ.
ລັດຖະບານກ່າວຢູ່ໃນຖະແຫຼງການວ່າ ເອກອັກຄະລັດຖະທູດ ແດນຽລ ກຣາຍເນີ
ມີເວລາຢູ່ 48 ຊົ່ວໂມງເພື່ອເດີນທາງອອກຈາກປະເທດໃນອັນທີ່ລັດຖະບານ ຮ້ອງວ່າ
ທ່ານກຣາຍເນີ ໄດ້ແຊກແຊງເຂົ້າໃນກິດຈະການພາຍໃນຂອງຢູ່ເວເນຊູເອລາ. ຄຳສັ່ງ
ດັ່ງກ່າວໄດ້ມີຂຶ້ນ ຫຼັງຈາກທ່ານກຣາຍເນີ ໄດ້ພົບປະກັບທ່ານກວາອີໂດ ຢູ່ທີ່ສະໜາມ
ບິນນະຄອນກາຣາກັສໃນວັນຈັນທີ່ຜ່ານມາ ເວລາທ່ານກວາອີໂດ ກັບຄືນປະເທດ.
ທ່ານກວາອີໂດ ຖືກຮັບຮູ້ໂດຍສະຫະລັດ ແລະປະເທດອື່ນໆ ປະມານ 50 ປະເທດ
ວ່າ ເປັນຜູ້ນຳໄລຍະຂ້າມຜ່ານຂອງເວເນຊູເອລາ ທີ່ໄດ້ກັບຄືນປະເທດໂດຍ ສາຍ
ການບິນເອກກະຊົນ ຫຼັງຈາກໄດ້ໄປຢ້ຽມຢາມ ບັນດາປະເທດໃນລາຕິນອາເມຣິກາ
ຊຶ່ງເປັນການທ້າທາຍຕໍ່ຄຳສັ່ງຂອງສານ ທີ່ໄດ້ຫ້າມບໍ່ໃຫ້ທ່ານເດີນທາງ.
ທ່ານກວາອີໂດ ໄດ້ຮຽກຮ້ອງໃຫ້ປົດທ່ານມາດູໂຣ ອອກຈາກຕຳແໜ່ງຢູ່ໃນການ ໂຮມ
ຊຸມນຸມກັນ ບໍ່ດົນຫຼັງຈາກທ່ານໄດ້ເດີນທາງກັບຄືນປະເທດແລ້ວ. ບັນດາຜູ້ສະໜັບສະ
ໜູນທ່ານກວາອີໂດ ໂຕ້ແຍ້ງວ່າ ການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງຄືນອີກຂອງທ່ານ
ມາດູໂຣ ໃນປີກາຍນີ້ ຜູ້ທີ່ໄດ້ຮັບການສະໜັບສະໜູນ ຈາກຣັດເຊຍນັ້ນ ບໍ່ຖືກຕ້ອງ
ຊອບທຳ.
ລັດຖະມົນຕີກະຊວງຕ່າງປະເທດເຢຍຣະມັນ ທ່ານເຮໂກ ມາສ ກ່າວວ່າ ຄຳສັ່ງຂັບໄລ່
ນີ້ “ເປັນການຕັດສິນໃຈ ທີ່ບໍ່ສາມາດເຂົ້າໃຈໄດ້ ທີ່ເຮັດໃຫ້ສະຖານະການ ຮ້າຍແຮງຂຶ້ນ
ຕື່ມ ແທນທີ່ຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງ.” ທ່ານມາສ ກ່າວວ່າ ເຢຍຣະມັນ ແລະ
ບັນດາພັນທະມິດໃຫ້ການສະໜັບສະໜູນທ່ານກວາອີໂດ “ບໍ່ມີການປ່ຽນແປງ.”
ບໍ່ເທົ່າໃດຊົ່ວໂມງຫຼັງຈາກການປະກາດຂອງລັດຖະບານເວເນຊູເອລາແລ້ວ ຮອງປະ
ທານາທິບໍດີສະຫະລັດ ທ່ານໄມຄ໌ ແພັນສ໌ ກໍກ່າວວ່າ “ຈະຖອນວີຊາ ຂອງ 77 ສ່ວນ
ບຸກຄົນ ຮວມທັງພວກເຈົ້າໜ້າທີ່ຂອງລະບອບມາດູໂຣ ແລະຄອບຄົວເຂົາເຈົ້າ.” ທ່ານ
ແພັນສ໌ ໄດ້ກ່າວເພີ້ມອີກວ່າ “ລັດຖະບານປະທານາທິບໍດີທຣຳ “ຈະຖືວ່າ ລະບອບ
ການປົກຄອງມາດູໂຣ ເປັນຜູ້ຮັບຜິດຊອບຈົນກວ່າອິດສະຫຼະພາບ ໄດ້ຮັບການຟື້ນ
ຟູຢູ່ໃນເວເນຊູເອລາ.”
ເວເນຊູເອລາ ກຳລັງຢູ່ໃນທ່າມກາງ ວິກິດການມະນຸດສະທຳ ທີ່ຄາດວ່າຈະຊຸດໂຊມ
ລົງຕື່ມ ໃນຂະນະທີ່ການລົງໂທດທາງດ້ານນ້ຳມັນຂອງສະຫະລັດຕໍ່ປະເທດຍັງສືບຕໍ່
ມີຜົນບັງຄັບໃຊ້.
ຂ້າຫຼວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດ ທ່ານນາງມີແຊລ ບາເຊີແລັຕ ກ່າວ
ໃນວັນພຸດວານນີ້ວ່າ ການລົງໂທດໄດ້ເຮັດໃຫ້ວິກິດການຮ້າຍແຮງລົງກວ່າເກົ່າ. “ສະ
ຖານະການໄດ້ຮ້າຍແຮງລົງຕື່ມ ຍ້ອນການລົງໂທດ ແລະເປັນຜົນຕໍ່ວິກິດການທາງ
ດ້ານການເມືອງ ເສດຖະກິດ ສັງຄົມ ສະຖາບັນ ທີ່ໜ້າຕື່ນຕົກໃຈ” ນັ້ນຄືຄຳເວົ້າຂອງ
ອະດີດປະທານາທິບໍດີຊີເລ ທີ່ໄດ້ກ່າວໄວ້ ໃນລະຫວ່າງການກ່າວຄຳປາໄສປະຈຳປີ
ເທື່ອທຳອິດ ຂອງທ່ານນາງ ຢູ່ສະພາສິດທິມະນຸດໃນນະຄອນເຈນີວາ.