ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍຄ້ານ ຂອງ Venezuela ຮວບຮວມ ລາຍເຊັນ ເພື່ອຂໍຮ້ອງ ໃຫ້ລົງປະຊາມະຕິ


ຜູ້ຄົນພາກັນຮວບຮວມລາຍເຊັນ ເພື່ອຂໍຮ້ອງໃຫ້ມີການລົງ ປະຊາມະຕິ ໃນນະຄອນ Caracas, 27 ເມສາ, 2016.
ຜູ້ຄົນພາກັນຮວບຮວມລາຍເຊັນ ເພື່ອຂໍຮ້ອງໃຫ້ມີການລົງ ປະຊາມະຕິ ໃນນະຄອນ Caracas, 27 ເມສາ, 2016.

ພວກ​ຝ່າຍ​ຄ້ານ​ໃນ​ເວ​ເນ​ຊູ​ເອລາ ກ່າວ​ວ່າ ຕົນ​ໄດ້​ສົ່ງຄຳ​ຮ້ອງ​ພ້ອມ​ກັບ​ລາຍ​ເຊັນ​ໄປ​ໃຫ້​ເຈົ້າ ໜ້າ​ທີ່​ເລືອກ​ຕັ້ງ ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ປ​ະຊາ​ມະຕິ ປົດ​ປະ ທາ​ນາ​ທິບໍດີ Nicolas Maduro ອອກ​ຈາກ​ຕຳ​ແໜ່​ງ.

ພັກ​ປະຊາທິປັດສາ​ມັກ​ຄີ​ໂຕະ​ມົນ​ຫຼື Democratic Unity Roundtable ກ່າວ​ໃ​ຈັນວານ​ນີ້ວ່າ ຕົນ​ໄດ້​ຮວບ​ຮວມລາຍ​ເຊັນ 1 ລ້ານ 8​ ​ແສນ 5 ໝື່ນ​ລາຍ​ເຊັນ 9 ​ເທື່ອ​ຫຼາຍກວ່າ​ທີ່​ຕ້ອງການ ​ເພື່ອ​ໃຫ້​ລິ​ເລີ້ມຂັ້ນຕອນ​ທີ່​ວ່າ​ນີ້.

ປະທານາທິບໍດີ Venezuela ທ່ານ Nicolas Maduro ຂຶ້ນກ່າວໃນ Miraflores Palace,ໃນ Caracas, 17 ກຸມພາ, 2016.
ປະທານາທິບໍດີ Venezuela ທ່ານ Nicolas Maduro ຂຶ້ນກ່າວໃນ Miraflores Palace,ໃນ Caracas, 17 ກຸມພາ, 2016.

ພັກ​ດັ່ງກ່າວ​ໄດ້​ຖິ້ມ​ໂທດ​ໃສ່​ນະ​ໂຍບາຍຕ່າງໆ​ຂອງ​ປະທານາທິບໍດີ Maduro ທີ່​ພາ​ໃຫ້​ເກີດການ​ຂາດ​ແຄນ​ອາຫານ​ແລະ​ຢາ​ປົວ​ພະຍາດ ພ້ອມ​ທັງ​ອັດຕາ​ເງິນ​ເຟີ້ຖີບ​ໂຕ​ສູງ​ຂຶ້ນ ​ແລະ​ເພີ້ມການ​ຕັດ​ການ​ໃຊ້​ໄຟຟ້າ​ຢູ່​ເລື້ອຍໆ.

​ເວລາ​ນີ້ ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ຕ້ອງ​ໄດ້​ກວດ​ສອບ​ເບິ່ງ​ລາຍ​ເຊັນ ​ເຫລົ່ານີ້ວ່າ​ມີ​ຄວາມ​ຖືກຕ້ອງ​ຫຼືບໍ່. ຫລັງ​ຈາກ​ນັ້ນພັກ​ຝ່າຍ​ຄ້ານ​ແມ່ນ​ສາມາດ​ພະຍາ ຍາມ​ທີ່​ຈະ​ເກັບ​ກຳ​ເອົາ ລາຍ​ເຊັນຂອງ 20 ​ເປີ​ເຊັນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຄື​ປະມານ 4 ລ້ານ​ຄົນ ກ່ອນ​ທີ່​ການ​ລົງ​ປະຊາ​ມະ ຕິ​ຈະ​ສາມາດ​ຈັດ​ຂ໊ຶ້ນ​ໄດ້.

ການ​ຢັ່ງ​ຫາງ​ສຽງ​ເມື່ອ​ໄວໆ​ມາ​ນີ້ພົບ​ວ່າ ສອງ​ສ່ວນ​ສາມ​ຂອງ​ປະຊາຊົນ​ຊາວ​ເວ​ເນ​ຊູ​ເອລາ ຢາກ​ໃຫ້​ທ່ານ Maduro ລົງ​ຈາກ​ຕຳ​ແໜ່​ງ.

ກະລຸນາອ່ານຂ່າວນີ້ເປັນພາສາອັງກິດເພີ້ມຕື່ມ

XS
SM
MD
LG