ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ ​ເວ​ເນ​ຊູ​ເອ​ລາ ປະ​ທະ​ກັບຕຳ​ຫຼວດ ໃນ​ຂະ​ນະ​ທີ່ໄຟ​ຟ້າ ​ຍັງ​ມອດ​ໃນ​ບາງ​ບ່ອນ


ຕຳ​ຫຼວດ​ ເວ​ເນ​ຊູ​ເອ​ລາ ຕັນ​ຝູງ​ຄົນ​ທີ່ເຕົ້າ​ໂຮມ​​ກັນປະ​ທ້ວງ​ຕ້ານ​ລັດ​ຖະ​ບານ ຂອງ​ປະ​ທາ​ນາທິ​ບໍ​ດີ ນິ​ໂກ​ລັສ ມາ​ດູ​ໂຮ ໃນ​ນະ​ຄອນຫຼວງ ​ກາ​ຣາ​ກັ​ສ ວັນ​ທີ 9 ມີ​ນາ 2019.
ຕຳ​ຫຼວດ​ ເວ​ເນ​ຊູ​ເອ​ລາ ຕັນ​ຝູງ​ຄົນ​ທີ່ເຕົ້າ​ໂຮມ​​ກັນປະ​ທ້ວງ​ຕ້ານ​ລັດ​ຖະ​ບານ ຂອງ​ປະ​ທາ​ນາທິ​ບໍ​ດີ ນິ​ໂກ​ລັສ ມາ​ດູ​ໂຮ ໃນ​ນະ​ຄອນຫຼວງ ​ກາ​ຣາ​ກັ​ສ ວັນ​ທີ 9 ມີ​ນາ 2019.

ພວກ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ​ໄດ້ປະ​ທະ​ກັນ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ວັນ
​ເສົາ​ວານ​ນີ້ ​ຢູ່​ບ່ອນທີ່​ຖືກ​ອະ​ນຸ​ຍາດ​ໃຫ້​ເຕົ້າ​ໂຮມ​ກັນ​ ໃນ​ນະ​ຄອນຫຼວງ ​ກາ​ຣາ​ກັ​ສ ປະ
​ເທດ ​ເວ​ເນ​ຊູ​ເອ​ລາ ເພື່ອ​ລະ​ບາຍ​ຄວາມ​ກັງ​ວົນ ​ກ່ຽວ​ກັບ ​ໄຟ​ຟ້າ​ມອດ​ຢູ່​ທົ່ວ​ປະ​ເທດ
ແລະ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດຫຼາຍ​ປີ ແລະ​ ຄວາມ​ບໍ່​ຖຸ່​ນ​ທ່ຽງທາງ​ດ້ານ​ການ​ເມືອງ.

ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ ຮວນ ກົວ​ອີ​ໂດ ໄດ້​ເຕົ້າ​ໂຮມ​
ກັນ​ຢູ່ຈະ​ຕຸ​ລັດ ອາ​ເວີ​ນິ​ດາ ວິກ​ຕໍ​ເຣຍ ນັ້ນເຂົາ​ເຈົ້າ​ພາ​ກັນ​ຮ້ອງ​ໂຮ​ວ່າ “ພວກ​ຄາດ​ຕະ​
ກອນ” ໃສ່​ຕຳ​ຫຼວດ​ຈາ​ລະ​ຈົນ​ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຍູ້ເຄື່ອງ​ກຳ​ບັງ​ຂອງເຂົາ​ເຈົ້າ. ຕໍ່​ມາ​
ພວກ​ຕຳ​ຫຼວດ​ໄດ້​ຖອຍ​ອອກ​ຈາກ​ສະ​ຖານ​ທີ່​ດັ່​ງ​ກ່າວ.

ພັກ​ສັງຄົມ​ນິ​ຍົມ​ຂອງປະ​ທາ​ນາ​ທິ​ບໍ​ດີ​ ນິ​ໂກ​ລັ​ສ ມາ​ດູ​ໂຣ ຮຽກຮ້ອງການ​ປະ​ທ້ວງ​ຕອບ​
ໂຕ້ ເພື່ອ​ປະ​ທ້ວງ​ສິ່ງ​ທີ່​ເຂົາ​ເຈົ້າ​ຢືນ​ຢັດ​ວ່າ ແມ່ນ​ວິ​ທີ​ການ​ຂອງ​ພວກ​ຈັກ​ກະ​ພັດ ອາ​ເມ​
ຣິ​ກາ ​ຕໍ່​ປ​ະ​ເທດທີ່ອຸ​ດົມ​ຮັ່ງ​ມີໄປ​ດ້ວຍ​ນ້ຳ​ມັນນັ້ນ. ສະ​ຫະ​ລັດ ​ໄດ້​ວາງ​ມາດ​ຕະ​ການລົງ​
ໂທດດ້ານນໍ້າມັນຕໍ່ລັດຖະບານດັ່ງກ່າວ ໃນຄວາມພະຍາຍາມທີ່ຈະຕັດຂາດແຫຼ່ງເງິນ
​ທຶນ​ຕ່າງໆ.

​ຫຼາຍ​ພາກ​ສ່ວນ​ຂອງ​ປະ​ເທດ​ແມ່ນ​ບໍ່​ມີ​ໄຟ​ຟ້າ​ໃຊ້ ​ຫຼັງ​ຈາກ​ໄຟ​ຟ້າມ​ອດ​ທີ່​ດົນ​ທີ່​ສຸດ ​ເທົ່າ​
ທີ່ເຄີຍ​ມີ​ມາ ເມື່ອ​ວັນ​ພະ​ຫັດ​ແລ້ວນີ້, ເຊິ່ງສາ​ເຫດ​ຂອງ​ມັນ​ແມ່ນບໍ່​ມີ​ໃຜ​ຮູ້. ໄຟ​ຟ້າ​ມອດ​
ໄດ້​ຂະ​ຫຍາຍວິ​ກິ​ດ​ການທາງ​ການ​ເມືອງ ແລະ​ເສດ​ຖະ​ກິດ​ຂອງ ​ເວ​ເນ​ຊູ​ເອ​ລາ ເຮັດ​ໃຫ້​
ຄົນ​ເຈັບ​ຢູ່​ໂຮງ​ໝໍ​ໄດ້​ຮັບ​ອັນ​ຕະ​ລາຍ ແລະ​ບັ​ງ​ຄັບ​ໃຫ້​ໂຮງ​ຮຽນ ແລະ​ທຸ​ລະ​ກິດ​ຕ່າງໆ
​ປິດ​ລົງ.

ການ​ບໍ​ລິ​ການ​ແມ່ນ​ໄດ້ເລີີ້ມ​ຄືນຢ່າງ​ຊ້າໆ​ໃນ​ນະ​ຄອນ​ ກາ​ຣາ​ກັ​ສ ແລະ​ຢູ່​ໃນ​ລັດ​ ມີ​ຣັນ
​ດາ ແລະ​ ວາ​ຣ​ກັ​ສ ບ່ອນ​ທີ່​ມີ​ສ​ະ​ໜາມ​ບິນ​ສາ​ກົນ​ຂອງ​ປະ​ເທດ ແລ​ະ ທ່າ​ເຮືອ​ທີ່​ສຳ​ຄັນ
​ຕັ້ງ​ຢູ່​ນັ້ນ. ໄຟ​ຟ້າ​ມອດ​ຍັງ​ຄົງດຳ​ເນີນຢູ່​ໃນ​ລັດ ​ຕາ​ຊິ​ຣາ ແລະ ​ຊູ​ເຣຍ ທາງ​ພາກ​ຕາ​ເວັນ
​ຕົກ ໃນ​ຂະ​ນະ​ທີ່​ໄຟ​ຟ້າ​ຢູ່​ໃນ​ລັດ​ອື່ນໆ​ທາງ​ພາກ​ຕາ​ເວັນ​ຕົກ​ແມ່ນ​ຍັງ​ບໍ່​ໝັ້ນ​ຄົງ​ເທື່ອ.

ພວກ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ພາ​ກັນ​ເຕົ້າ​ໂຮມ​ຢູ່​ຈຸດ​ປະ​ທ້ວງຕ້ານ ລັດ​ຖະ​ບານ ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັສ ມາ​ດູ​ໂຣ ໃນ​ນະ​ຄອນ​ກາ​ຣາ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ທີ 9 ມີ​ນາ 2019.
ພວກ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ ພາ​ກັນ​ເຕົ້າ​ໂຮມ​ຢູ່​ຈຸດ​ປະ​ທ້ວງຕ້ານ ລັດ​ຖະ​ບານ ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັສ ມາ​ດູ​ໂຣ ໃນ​ນະ​ຄອນ​ກາ​ຣາ​ກັ​ສ ເວ​ເນ​ຊູ​ເອ​ລາ ວັນ​ທີ 9 ມີ​ນາ 2019.

ທ່ານ​ກົວ​ອີ​ໂດ ໄດ້​ຖີ້ມ​ໂທດ​ໄຟ​ຟ້າ​ມອດ​ໃສ່​ການ​ສໍ້​ລາດ​ບັງຫຼວງ ​ແລະ ​ການ​ບໍ​ລິ​ຫານ​ບໍ
​ດີຂອງລັດ​ຖະ​ບານ ໃນ​ຂະ​ນະ​ທີ່​ພັກ​ສັງ​ຄົມ​ນິ​ຍົມ​ໄດ້​ອ້າງ​ວ່າ ​ເປັນ​ພາກ​ສ່ວນ​ອ​ຂງ​ການ​
ວາງ​ແຜນ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນໂດຍ ສະ​ຫະ​ລັດ ​ເພື່ອ​ບັງ​ຄັບ​ໃຫ້​ທ່ານ​ ມາ​ດູ​ໂຣ
​ອອກ​ຈາກ​ອຳ​ນາດ.

ທ່ານ​ກົວ​ອີ​ໂດ ແມ່ນ​ຜູ້​ນຳ​ສະ​ພາແຫ່ງ​ຊາດ​ຂອງ ​ເວ​ເນ​ຊູ​ເອ​ລາ. ທ່ານ​ໄດ້​ປະ​ກາດ​ຕົນ
​ເອງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຊົ່ວ​ຄາວ​ຢ່າງຖືກ​ຕ້ອງຕາມ​ກົດ​ໝາຍ​ໃນ​ເດືອນ​ມັງ​ກອນທີ່​ຜ່ານ​
ມາ, ບໍ່​ຮັບ​ຮູ້​ໄຊ​ຊະ​ນະ​ການ​ເລືອກ​ຕັ້ງປີ 2018 ຂອງ​ທ່ານ ​ມາ​ດູ​ໂຣ ວ່າສໍ້​ໂກງ. ການ​
ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ຫະ​ລັດ ແລະ​ອີກ​ປະ​ມານ
50 ປະ​ເທດອື່ນໆ.

ຝູງ​ຊົນ​ພາ​ກັນ​ຍ່າງ​ຂ້າ​ມທາງເວ​ລາ​ໄຟ​ຟ້າ​ມອດ ຢູ່​ນະ​ຄອນ​ກາ​ຣາ​ກັ​ສ ປະ​ເທດ​ເວ​ເນ​ຊູ​ເອ​ລາ ວັນ​ທີ 7 ມີ​ນາ 2019.
ຝູງ​ຊົນ​ພາ​ກັນ​ຍ່າງ​ຂ້າ​ມທາງເວ​ລາ​ໄຟ​ຟ້າ​ມອດ ຢູ່​ນະ​ຄອນ​ກາ​ຣາ​ກັ​ສ ປະ​ເທດ​ເວ​ເນ​ຊູ​ເອ​ລາ ວັນ​ທີ 7 ມີ​ນາ 2019.

ການ​ປະ​ກາດ​ຂອງ​ທ່ານ​ກົວ​ອີ​ໂດ ໄດ້​ເພີ້ມ​ວິ​ກິດ​ການ​ຢູ່​ໃນ​ເວ​ເນ​ຊູ​ເອ​ລາ ທີ່​ເປັນ​ບ້ານ
​ເຮືອນ​ຮັກ​ສາ​ນ້ຳ​ມັນ​ໄວ້​ໃຫຍ່​ທີ່​ສຸ​ໃນ​ໂລກ ຊຶ່ງ​ໄດ້​ຮັບ​ຄວາມ​ຊອກ​ຊໍ້​າ​ມາ​ເປັນ​ເວ​ລາກວ່າ
​ສີ່​ປີ​ຂອງ​ເສດ​ຖະ​ກິດ​ບໍ່​ດີ ເງິນ​ເຟິ້​ສູງ ແລະ​ການ​ແຜ່​ຂະ​ຫຍາຍ​ຂາດ​ເຂີນ​ເຄື່ອງ​ໃຊ້​ທີ່
​ຈະ​ເປັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ລາວ

XS
SM
MD
LG