ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຝ່າຍຄ້ານ ວາງແຜນການ ປະທ້ວງ ຂະໜາດໃຫຍ່ ຕໍ່ຕ້ານ ປ. ນິໂກລັສ ມາດູໂຣ


ພວກສະໜັບສະໜູນ ຝ່າຍຄ້ານ ເຂົ້າຮ່ວມການໂຮມຊຸມນຸມ ປະທ້ວງ ເພື່ອຮຽກຮ້ອງໃຫ້ມີການລົງປະຊາມະຕິ ປົດປະທານາທິບໍດີ Nicolas Maduro ຂອງເວເນຊູເອລາ ອອກຈາກຕຳແໜ່ງ, ໃນນະຄອນກາຣາກາສ, ວັນທີ 16 ກັນຍາ 2016.
ພວກສະໜັບສະໜູນ ຝ່າຍຄ້ານ ເຂົ້າຮ່ວມການໂຮມຊຸມນຸມ ປະທ້ວງ ເພື່ອຮຽກຮ້ອງໃຫ້ມີການລົງປະຊາມະຕິ ປົດປະທານາທິບໍດີ Nicolas Maduro ຂອງເວເນຊູເອລາ ອອກຈາກຕຳແໜ່ງ, ໃນນະຄອນກາຣາກາສ, ວັນທີ 16 ກັນຍາ 2016.

ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ໄດ້ຮຽກຮ້ອງໃຫ້ມີການປະທ້ວງ ຂະໜາດໃຫຍ່ ທົ່ວປະເທດ ໃນວັນພຸດມື້ນີ້ ຫຼັງຈາກທີ່ລັດຖະບານ ໄດ້ພະຍາຍາມກີດກັນ ການລົງ ປະຊາມະຕິ ເພື່ອປົດປະທານາທິບໍດີ Nicolas Maduro ອອກຈາກຕຳແໜ່ງ.

ການໂຮມຊຸມນຸມ ໃນວັນພຸດມື້ນີ້ ຈະເປັນຂີດໝາຍຄັ້ງທຳອິດຂອງການເຕົ້າໂຮມກັນ ຄັ້ງໃຫຍ່ ນັບຕັ້ງແຕ່ ວັນທີ 1 ກັນຍາ​ເປັນຕົ້ນມາ ເວລາ ຊາວເວເນຊູເອລາ ຫຼາຍແສນຄົນ ທີ່ບໍ່ພໍອົກພໍໃຈ ໄດ້ພາກັນອອກມາເດີນຂະບວນ ທີ່ນະຄອນຫຼວງ ກາຣາກາສ ຕໍ່ຕ້ານທ່ານ Maduro.

ໃນການຕອບໂຕ້ຕໍ່ແຜນການປະທ້ວງດັ່ງກ່າວ ທ່ານ Maduro ໄດ້ຮຽກຮ້ອງໃຫ້ສະພາ ຄວາມໝັ້ນຄົງແຫ່ງຊາດ ຂອງທ່ານ ເປີດກອງປະຊຸມໃນວັນພຸດມື້ນີ້ ຊຶ່ງບັງ​ເອີນ​ມີ​ຂຶ້ນ ພ້ອມໆກັບການ​ໂຮມຊຸມນຸມດັ່ງ ກ່າວ.

ທັງສອງຝ່າຍ ໄດ້ກ່າວຫາຊຶ່ງກັນແລະກັນ ໃນການພະຍາຍາມກໍ່ລັດຖະປະຫານ ຂະນະທີ່ປະເທດກຳລັງປະເຊີນກັບບັນຫາຂາດແຄນອາຫານການກິນຢ່າງໜັກ ແລະ ພາວະເງິນເຟີ້ທີ່ກຳລັງສູງຂຶ້ນເລື້ອຍໆ.

ການຢັ່ງຫາງສຽງ ສະແດງໃຫ້ເຫັນວ່າ ຊາວເວເນຊູເອລາ ປະມານ 75 ເປີເຊັນ ຢາກ ເຫັນທ່ານ Maduro ຖືກປົດອອກຈາກຕຳແໜ່ງ ແລະຖິ້ມ ໂທດ​ໃສ່ທ່ານ Maduro ​ໃນການຊຸດໂຊມລົງ ຂອງມາດຕະຖານການເປັນຢູ່ໃນປະເທດ ແຕ່ຫາກວ່າ ທ່ານ Maduro ໄດ້ເອີ້ນການຊຸດໂຊມ ລົງຂອງເສດຖະກິດວ່າ ເປັນກົນອຸບາຍຂອງພວກ ນາຍທຶນ.

ໃນຂະນະທີ່ກ່າວຖະແຫລງ ຕໍ່ພວກທີ່ສະໜັບສະໜູນທ່ານ ຫຼາຍພັນຄົນ ໃນວັນອັງຄານ ວານນີ້ ທ່ານ Maduro ໄດ້ກ່າວວ່າ ບັນດາສະມາຊິກສະພາພັກຝ່າຍຄ້ານ ແມ່ນສະແດງ ອອກຄືກັບສະມາຊິກຂອງ “ລະຄອນສັດ” ໃນຂະນະທີ່ພວກເຂົາເຈົ້າ ພະຍາຍາມ ທີ່ຈະ ປົດທ່ານ Maduro ອອກຈາກຕຳແໜ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG