ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ນຳ​ຝ່າຍຄ້ານ ເວ​ເນ​ຊູ​ເອ​ລາ ບຸກ​ເຂົ້າ​ໄປ​ໃນ ສະ​ພາ​ແຫ່ງ​ຊາດ ຫຼັງ​ຈາກ​ການ​ປະ​ເຊີນ​ໜ້າ​ກັນ


ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ນຳ​ພັກ​ຝ່າຍຄ້ານ ທ່ານ ຮວນ ກວາ​ອີ​ໂດ ພະ​ຍາ​ຍາມ​ປີນ​ຮົ້ວ​ເຂົ້າ​ໄປ​ໃນ​ເຂດ​ຂອງ​ສະ​ພາ​ແຫ່ງ​ຊາດ, ຫຼັງ​ຈາກ​ທ່ານ ແລະ ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຄ້ານ ຖືກ​ຕຳຫຼວດ​ກັນ​ບໍ່​ໃຫ້ເຂົ້າ​ໄປ. ນະ​ຄອນຫຼວງ ກາ​ຣາ​ກາ​ສ. 5 ມັງ​ກອນ, 2020.
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ນຳ​ພັກ​ຝ່າຍຄ້ານ ທ່ານ ຮວນ ກວາ​ອີ​ໂດ ພະ​ຍາ​ຍາມ​ປີນ​ຮົ້ວ​ເຂົ້າ​ໄປ​ໃນ​ເຂດ​ຂອງ​ສະ​ພາ​ແຫ່ງ​ຊາດ, ຫຼັງ​ຈາກ​ທ່ານ ແລະ ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຄ້ານ ຖືກ​ຕຳຫຼວດ​ກັນ​ບໍ່​ໃຫ້ເຂົ້າ​ໄປ. ນະ​ຄອນຫຼວງ ກາ​ຣາ​ກາ​ສ. 5 ມັງ​ກອນ, 2020.

ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ທ່ານ ຮວນ ກວາ​ອີ​ໂດ ໄດ້​ເຂົ້າ​ໄປ​ໃນ​ຕຶກ​ສະ​ພານິ​ຕິ​ບັນ​ຍັດ​ຂອງ​ປະ​ເທດ​ໃນ​ວັນ​ອັງ​ຄານ​ວານນີ້, ສອງວັນຫຼັງ​ຈາກ​ພັກ​ສັງ​ຄົມ​ນິ​ຍົມ ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ ໄດ້​ແຕ່ງ​ຕັ້ງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ມາເອງ, ເປັນ​ຄວາມ​ຄືບ​ໜ້າຫຼ້າ​ສຸດ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າ​ຄວ​ບ​ຄຸມ​ສະ​ຖາ​ບັນ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ສຸດ​ທ້າຍ​ຂອງ ເວ​ເນ​ຊູ​ເອ​ລາ.

ທ່ານ ກວາ​ອີ​ໂດ ແລະ ສະ​ມາ​ຊິກ​ສະ​ພາ​ຝ່າຍ​ຄ້ານ​ຈຳ​ນວນ​ນຶ່ງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ສະ​ພາ​ແຫ່ງ​ຊາດ ຫຼັງ​ຈາກ​ການ​ປະ​ເຊີນ​ໜ້າ​ກັບ​ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ ທີ່​ໄດ້​ກີດ​ກັ້ນ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ຕອນ​ທຳ​ອິດ.

ພຽງ​ບໍ່​ເທົ່າ​ໃດ​ນາ​ທີ​ກ່ອນ​ທ່ານ ກວາ​ອີ​ໂດ ໄດ້​ເຂົ້າ​ໄປ​ນັ້ນ, ກອງ​ປະ​ຊຸມ​ໄລ​ຍະ​ສັ້ນ​ຂອງ​ສະ​ພາ​ແຫ່ງ​ຊາດ ​ທີ່​ນຳ​ພາ​ໂດຍ​ທ່ານ ຫຼຸຍ ປາ​ຣາ ແມ່ນ​ໄດ້​ຈົບ​ລົງ​ແລ້ວ. ທ່ານ ປາ​ຣາ ໄດ້​ສາ​ບານ​ຕົນ​ເປັນ​ຫົວ​ໜ້າ​ຂອງ ສະ​ພາ​ແຫ່ງ​ຊາດ​ໂດຍ​ພັນ​ທະ​ມິດ​ຂອງ​ທ່ານ ມາ​ດູ​ໂຣ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ.

ທ່ານ ກວາ​ອີ​ໂດ ໄດ້​ກ່າວ​ວ່າ “ມັນ​ບໍ່​ມີ​ກອງ​ປະ​ຊຸມ​ຢູ່​ໃນ​ນີ້, ມັນ​ມີ​ຜູ້​ຊິງ​ອຳ​ນາດ., ມັນ​ມີ​ຄົນ​ທໍ​ລະ​ຍົດ​ປະ​ຊາ​ຊົນ​ແຫ່ງ ເວ​ເນ​ຊູ​ເອ​ລາ. ສະ​ພາ​ແຫ່ງ​ຊາດ​ແມ່ນ​ຢູ່​ທີ່ນີ້, ເຮັດ​ໃນ​ສິ່ງ​ທີ່​ມີ​ຄວາມ​ຈຳ​ເປັນ.”

ໃນ​ທີ່​ສຸດ​ທ່ານ ກວາ​ອີ​ໂດ ກໍ​ສາ​ມາດ​ຍ່າງ​ໄປ​ຫາ​ບ່ອນ​ນັ່ງ​ຂອງ​ທ່ານ ແລະ ນຳ​ໜ້າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ການ​ຮ້ອງ​ເພງ​ຊາດ.

ບໍ່​ດົນຫຼັງ​ຈາກ​ນັ້ນ, ໄຟ​ຟ້າ​ກໍ​ມອດ, ເຮັດ​ໃຫ້​ໄມ​ໂຄ​ໂຟ​ນ​ໃຊ້​ການ​ບໍ່​ໄດ້. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ້ອງ​ໄດ້​ພາ​ກັນ​ຮ້ອງ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ກາດ​ທ່ານ ກວາ​ອີ​ໂດ ເປັນ​ປະ​ທາ​ນາ​ທິ​ບໍ​ດີທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຂອງ​ສະ​ຖານ​ນິ​ຕິ​ບັນ​ຍັດ, ກໍ່​ໃຫ້​ເກີດ​ການ​ກ່າວ​ຫາ​ຄັດ​ຄ້ານ ກ່ຽວ​ກັບ “ການ​ກໍ່​ລັດ​ຖະ​ປະ​ຫານ​ສະ​ພາ​ແຫ່ງ​ຊາດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG