ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານກວາ​ອີ​ໂດ ຢືນ​ຢັນ​ວ່າ ທ່ານ​ໄດ້​ສົ່ງ ຄະ​ນະ​ເຈ​ລະ​ຈາ ໄປ​ຍັງ ນໍ​ເວ


ຜູ້​ນຳ​ຝ່າຍ​ຄ້ານ​ເວ​ເນ​ຊູ​ເອ​ລາ ທ່ານ​ຮ​ວານ ກວາ​ອີ​ໂດ ພວມ​ກ່າວ​ຢ່​ໃນ​ກອງ​ປະ​ຊຸມ​ພວກ​ນັກ​ວິ​ຊາ​ການ ແລະ​ນັກ​ຊ່ຽວ​ຊານ ທີ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ 2019.
ຜູ້​ນຳ​ຝ່າຍ​ຄ້ານ​ເວ​ເນ​ຊູ​ເອ​ລາ ທ່ານ​ຮ​ວານ ກວາ​ອີ​ໂດ ພວມ​ກ່າວ​ຢ່​ໃນ​ກອງ​ປະ​ຊຸມ​ພວກ​ນັກ​ວິ​ຊາ​ການ ແລະ​ນັກ​ຊ່ຽວ​ຊານ ທີ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ 2019.

ຜູ້​ນຳ​ຝ່າຍ​ຄ້າ​ນ​ຂອງ​ເວ​ເນ​ຊູ​ເອ​ລາ ທ່ານ​ຮ​ວານ ກວາ​ອີ​ໂດ ໄດ້​ໃຫ້​ການ​ຢືນ​ຢັນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ່ານ​ໄດ້​ສົ່ງ​ຄະ​ນະ​ເຈ​ລະ​ຈາ​ຈຸ​ນຶ່ງ ໄປ​ຍັງ​ປະ​ເທດ​ນໍ​ເວ ເພື່ອ​ຊ່ວຍ​ໄກ່​ເກ່ຍ​ວິ​ກິດ​ການ ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໃຕ້​ດັ່ງ​ກ່າວ ແຕ່​ໄດ້​ປະ​ຕິ​ເສດ​ວ່າ​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ໂອ້​ລົມ​ກັບ​ພວກ​ຜູ້​ຕາງ​ໜ້າ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ.

ທ່ານກວາ​ອີ​ໂດ ​ກ່າວ​ໃນການ​ໂຮມ​ຊຸມ​ນຸມ​ທາງ​ດ້ານ​ການ​ເມືອງ ທີ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສວ່າ “ທູດ​ພິ​ເສດ​ຈຳ​ນວນ​ນຶ່ງ ຢູ່​ທີ່​ປະ​ເທດ​ນໍ​ເວ” ພວມ “ຫາ​ທາງ​ໄກ່​ເກ່ຍ” ວິ​ກິດ​ການ​ທາງ​ດ້ານ​ການ​ເມືອງ ແລະ​ເສດ​ຖະ​ກິດ ຢູ່​ໃນ​ເວ​ເນ​ຊູ​ເອ​ລາ. ນີ້​ແມ່ນ​ການ​ຢືນ​ຢັນ​ເປັນ​ເທື່ອ​ທຳ​ອິດທີ່​ວ່າ ໄດ້​ມີ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຈ​ລະ​ຈາ​ກັນ
ລະ​ຫວ່າງ​ທັງ​ສອງ​ຝ່າຍ ຫຼັງ​ຈາກ​ໄດ້​ມີ​ການ​ຍາດ​ແຍ່ງ​ອຳ​ນາດ ມາ​ເປັນ​ເວ​ລາ​ຫຼາຍ
ເດືອນ.

ພວກ​ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ ແລະ​ຜູ້​ຕາງ​ໜ້າ​ຂອງ​ພວກ​ຝ່າຍ​ຄ້ານ ພວມ​ຢູ່​ທີ່​ປະ​ເທດ​ນໍ​ເວ ໃນ​ເວ​ລານີ້.

​ພວກ​ສະ​ໜັບ​ສະ​ໜຸນ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮ​ວານ ກວາ​ອີ​ໂດ ພາ​ກັນ​ສະ​ຫຼອງ ໃນ​ລະ​ຫວ່າງ​ການ​ຂັບ​ໄລ່ ແລະ​ຈັບ​ກຸມ ພວກ​ສະ​ໜັບ​ສະ​ໜຸນ​ມາ​ດູ​ໂຣ ທີ່​ສະ​ຖານ​ທູດ​ເວ​ເນ​ຊູ​ເອ​ລາ ຢູ່​ວໍ​ຊິງ​ຕັນ (ວັນ​ທີ 16 ພຶດ​ສະ​ພາ 2019)
​ພວກ​ສະ​ໜັບ​ສະ​ໜຸນ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮ​ວານ ກວາ​ອີ​ໂດ ພາ​ກັນ​ສະ​ຫຼອງ ໃນ​ລະ​ຫວ່າງ​ການ​ຂັບ​ໄລ່ ແລະ​ຈັບ​ກຸມ ພວກ​ສະ​ໜັບ​ສະ​ໜຸນ​ມາ​ດູ​ໂຣ ທີ່​ສະ​ຖານ​ທູດ​ເວ​ເນ​ຊູ​ເອ​ລາ ຢູ່​ວໍ​ຊິງ​ຕັນ (ວັນ​ທີ 16 ພຶດ​ສະ​ພາ 2019)

ເຈົ້າ​ໜ້າ​ທີ່​ເວ​ເນ​ຊູ​ເອ​ລາ ກ່າວໃນ​ວັນ​ພຸດ​ຜ່ານ​ມານີ້​ວ່າ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ທ່ານ​ຮໍ​ເຮ ໂຣດ​ຣິ​ເກັ​ສ ແມ່ນ​ຕາງ​ໜ້າ​ໃຫ້​ແກ່​ປະ​ທາ​ນາ​ທິ​ບໍ​ດີ​ມາ​ດູ​ໂຣ ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ ສ​ຕາ​ລິນ ກອນ​ຊາ​ເລ​ສ ເປັນ​ຜູ້​ນຳ​ພາ​ ຄະ​ນະ​ຜູ້​ແທນ​ຂອງ​ພວກ​ຝ່າຍ​ຄ້ານ.

ທ່ານ​ມາ​ດູ​ໂຣ ກ່າວ​ວ່າ ທ່ານໂຣ​ດ​ຣິ​ເກ​ສ “ພວມ​ຢູ່​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ​ທີ່​ສຳ​ຄັນ” ໃນ​ຕ່າງ​ປະ​ເທດ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ໃນ​ມື້​ວັນ​ພຸດ​ຜ່ານ​ມາ ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ.

ການ​ເຈ​ລະ​ຈາ​ກັນ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ພວກ​ທະ​ຫານ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານກວາ​ອີ​ໂດ ເມື່ອ​ວັນ​ທີ 30 ເມ​ສາ​ຜ່ານ​ມາ ເພື່ອ​ໃຫ້​ລຸກ​ຂຶ້ນ​ຕໍ່​ຕ້ານ​ທ່ານ​ມາ​ດູ​ໂຣ. ທ່ານກວາ​ອີ​ໂດ ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ​ຂອງ​ເວ​ເນ​ຊູ​ເອ​ລາ ໄດ້​ປະ​ກາດ
ຕົນ​ເອງ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ໃນ​ຕົ້ນ​ປີນີ້ ຫຼັງ​ຈາກ​ທີ່​ສະ​ພາ​ນິ​ຕິ​ບັນ​ຢັດ ທີ່​ພັກ​ຝ່າຍ​ຄ້ານ​ກຳ​ສຽງ​ສ່ວນ​ຫຼາຍ ລົງ​ຄວາມ​ເຫັນ​ວ່າ ການ​ໄດ້​ຮັບ​ໄຊ​ຊະ​ນະ
​ໃນ​ການ​ເລືອກ​ຕັ້ງຂອງ​ທ່ານ​ມາ​ດູ​ໂຣຕື່ມ​ອີກ​ສະ​ໄໝ​ນຶ່ງນັ້ນ ແມ່ນ​ໄດ້​ມາ​ດ້ວຍ​ການ​ສໍ້​ໂກງ​ຄະ​ແນນ​ສຽງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG