ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ນຳຝ່າຍຄ້ານ ເດີນ​ທາງ​ໄປ ນໍ​ເວ ເພື່ອ​ເຈ​ລະ​ຈາກັນ


ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທານາ​ທິ​ບໍ​ດີຊົ່ວ​ຄາວ ທ່ານ ຮວນ ກວາ​ອີ​ໂດ, ໄກວ່​ທຸງ​ຊາດ ເວ​ເນ​ຊູ​ເອ​ລາ ທີ່​ມີ​ຕົວ​ອັກ​ສອນ "SOS" ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ. 11 ພຶດ​ສະ​ພາ, 2019.
ຜູ້​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຝ່າຍ​ຄ້ານ ເວ​ເນ​ຊູ​ເອ​ລາ ແລະ ຜູ້​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ປະ​ທານາ​ທິ​ບໍ​ດີຊົ່ວ​ຄາວ ທ່ານ ຮວນ ກວາ​ອີ​ໂດ, ໄກວ່​ທຸງ​ຊາດ ເວ​ເນ​ຊູ​ເອ​ລາ ທີ່​ມີ​ຕົວ​ອັກ​ສອນ "SOS" ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ. 11 ພຶດ​ສະ​ພາ, 2019.

ບັນ​ດາ​ຕົວ​ແທນ​ຂອງ​ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ແລະ ຝ່າຍ​ຄ້ານ​ແມ່ນເດີນ​ທາງ​ໄປ​ປະ
ເທດ ນໍເວ ເພື່ອເຈລະຈາ ກ່ຽວກັບ ການແກ້ໄຂສະພາບທີ່ບໍ່ໄປບໍ່ມາ ທີ່ໄດ້ສ້າງຄວາມ
ຫຍຸ້ງຍາກໃຫ້ກັບປະເທດທີ່ຕັ້ງຢູ່ທະວີບອາເມຣິກາໃຕ້ນັ້ນ ໃນວິກິດການທາງການເມືອງ
ແລະ ເສດຖະກິດ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ເວ​ເນ​ຊູ​ເອ​ລາ ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ທ່ານ ຮໍ​ເຮ
ໂຣດຣິເກສ ໄດ້ເປັນຕົວແທນໃຫ້ປະທານາທິບໍດີ ນິໂຄລັສ ມາດູໂຣ, ໃນຂະນະທີ່ສະມາ
ຊິກສະພາ ທ່ານ ສຕາລິນ ກອນຊາເລສ ໄດ້ເປັນຜູ້ນຳໜ້າຄະນະຜູ້ແທນຝ່າຍຄ້ານ.

ປະ​ທາ​ນາ​ທິ​ບໍ​ດີ ມາ​ດູ​ໂຣ ໄດ້​ກ່າວ​ວ່າ ທ່ານ ໂຣດ​ຣີ​ເກ​ສ ໄດ້​ປະ​ຕິ​ບັດ “ພາ​ລະ​ກິດ​ທີ່​ສຳ
ຄັນຫຼາຍ” ຢູ່ຕ່າງປະເທດ ໃນລະຫວ່າງການກ່າວຄຳປາໄສຜ່ານໂທລະພາບໃນວັນພຸດ
ວານນີ້, ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆ.

ການ​ເຈ​ລະ​ຈາ​ໃນ​ປະ​ເທດ ນໍ​ເວ ໄດ້​ຖືກ​ຈັດ​ຂຶ້ນ ຫຼັງ​ຈາກກອງ​ທັບ​ບໍ່​ສາ​ມາດ​ທີ່​ຈະ​ເຮັດ​
ຕາມການຮຽກຮ້ອງຂອງຜູ້ນຳຝ້າຍຄ້ານ ແລະ ຜູ້ທີ່ໄດ້ປະກາດຕົນເອງເປັນປະທານາ
ທິບໍດີ ທ່ານ ຮວນ ກວາອີໂດ ເມື່ອວັນທີ 30 ເມສາທີ່ຜ່ານມາ ເພື່ອ ໃຫ້ລຸກຂຶ້ນຕໍ່ຕ້ານ
ທ່ານ ມາດູໂຣ. ທ່ານ ກວາອີໂດ, ເຊິ່ງແມ່ນຜູ້ນຳຂອງສະພາແຫ່ງຊາດ, ໄດ້ປະກາດຕົນ
ເອງເປັນປະທານາທິບໍດີໃນຕົ້ນປີນີ້ ຫຼັງຈາກສະພາທີ່ມີສະມາຊິກສ່ວນຫຼາຍເປັນຝ່າຍ
ຄ້ານນັ້ນ ໄດ້ພິຈາລະນາວ່າ ທ່ານ ມາດູໂຣ ໄດ້ຊະນະການດຳລົງຕຳແໜ່ງອີກສະໄໝ
ນຶ່ງ ໃນການເລືອກຕັ້ງ ທີ່ມີການສໍ້ໂກງ.

ສະ​ຫະ​ລັດ ແລະ ອີກ​ປະ​ມານ 50 ປະ​ເທດ ໄດ້​ຮັບ​ຮູ້​ທ່ານ ກວາ​ອີ​ໂດ ເປັນ​ປະ​ທາ​ນາ​ທິ​
ບໍດີທີ່ຖືກຕ້ອງຕາມກົດໝາຍຂອງ ເວເນຊູເອລາ. ເວເນຊູເອລາ ໄດ້ເຮັດໃຫ້ ສະຫະລັດ
ຂັດແຍ້ງກັນກັບ ຣັດເຊຍ ເຊິ່ງໄດ້ສະໜອງອຸປະກອນທາງທະຫານໃຫ້ລັດຖະບານທ່ານ
ມາດູໂຣ ແລະ ຄິວບາ, ຜູ້ທີ່ຖືກ ສະຫະລັດ ກ່າວຫາ ວ່າ ນຳເອົາກອງກຳລັງທີ່ສະໜັບ
ສະໜູນທ່ານ ມາດູໂຣ ໄປປະຈຳການໃນ ເວເນຊູເອລາ.

ພ້ອມ​ກັນ​ນັ້ນ​ໃນ​ວັນ​ພຸດ​ວານນີ້, ສະ​ຫະ​ລັດ ໄດ້​ຢຸດ​ຖ້ຽວ​ບິນ​ພາ​ນິດ​ໝົດ​ທຸກ​ຖ້ຽວ ລະ​ຫວ່າງ
ສະຫະລັດ ກັບ ເວເນຊູເອລາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຂົນ​ສົ່ງ ທ່ານ​ນາງ ອີ​ເລນ ຈາວ ໄດ້​ກ່າວ​ວ່າ, ທ່ານ​ນາງ, ພ້ອມ​
ກັບລັດຖະມົນຕີການຕ່າງປະເທດ ແລະ ກະຊວງຮັກສາຄວາມປອດໄພພາຍໃນ ໄດ້ພິ
ຈາລະນາສະຖານະການທີ່ເປັນຢູ່ໃນ ເວເນຊູເອລາ ວ່າ “ເປັນໄພຂົ່ມຂູ່ຕໍ່ຄວາມປອດ
ໄພຂອງຜູ້ໂດຍສານ, ເຮືອບິນ ຫຼື ພະນັກງານຈຸບິນ.”

ສາຍ​ການ​ບິນ​ສາ​ກົນຫຼາຍ​ບໍ​ລິ​ສັດ, ລວມ​ທັງໃນ ສະ​ຫະ​ລັດ, ໄດ້​ຢຸດ​ການ​ບິນ​ໄປ ແລະ
ຈາກ ເວເນຊູເອລາ ຍ້ອນຄວາມວຸ້ນວາຍທາງການເມືອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG