ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສອງປະເທດ ໃນອາເມຣິກາ ລາຕິນ ສະເໜີ ໃຫ້ບ່ອນລີ້ໄພ ແກ່ທ້າວ Snowden


ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro
ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro
ສອງປະເທດໃນອາເມຣິກາລາຕິນ ໄດ້ສະເໜີໃຫ້ບ່ອນລີ້ໄພ ແກ່
ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງຂອງ ອົງການສືບລັບສະຫະລັດທີ່ເຈົ້າໜ້າໃນອາເມຣິກາຕ້ອງການໂຕ ຍ້ອນຜູ້ກ່ຽວໄດ້ເປີດເຜີຍໃຫ້ຊາບກ່ຽວກັບໂຄງການເຝົ້າຕິດຕາມ
ເບິ່ງການໃຊ້ໂທລະສັບ ແລະອິນເຕີແນັດຂອງຊາວອາເມຣິກັນທີ່
ດຳເນີນໄປແບບລັບໆນັ້ນ.

ປະທານາທິບໍດີເວເນຊູເອລາ ທ່ານ Nicolas Manduro ກ່າວ
ໃນມື້ວັນສຸກວານນີ້ວ່າ ທ່ານໄດ້ຕັດສິນໃຈສະເໜີໃຫ້ບ່ອນລີ້ໄພ
ແກ່ທ້າວ Snowden ຍ້ອນເຫດຜົນດ້ານມະນຸດສະທຳເພື່ອປົກ
ປ້ອງຜູ້ກ່ຽວ ຈາກການລົງໂທດ ຂອງສະຫະລັດ. ນອກນັ້ນແລ້ວ
ໃນວັນສຸກວານນີ້ປະທານາທິບໍດີນິກາຣາກົວ ທ່ານ Daniel Ortega ກໍກ່າວວ່າ ທ່ານອາດ ຈະອະນຸຍາດໃຫ້ທ້າວ Snowden ລີ້ໄພການເມືອງ ຖ້າສະພາບການຫາກອຳນວຍໃຫ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ້າວ Snowden ຈະຂຶ້ນເຮືອບິນໄປປະເທດທັງສອງແບບ ໃດ. ເປັນທີ່ເຊື່ອກັນວ່າເວລານີ້ ຜູ້ກ່ຽວກຳລັງພັກຢູ່ ໃນບໍລິເວນລໍຖ້າການເດີນທາງຕໍ່ ຂອງ ສະໜາມບິນກຸງມົສກູ ແລະບໍ່ສາມາດ ທີ່ຈະເດີນທາງອອກໄປຈາກທີ່ນັ້ນໄດ້ ຍ້ອນບໍ່ມີເອກ ກະສານໃນການເດີນທາງ.

ທ້າວ Snowden ໄດ້ຂໍລີ້ໄພຢູ່ໃນສິບກວ່າປະເທດ ແຕ່ສະຫະລັດ ຕ້ອງການໂຕຜູ້ກ່ຽວມາ ດຳເນີນຄະດີຍ້ອນໄດ້ເປີດເຜີຍວ່າອົງການຄວາມໝັ້ນຄົງແຫ່ງຊາດຫລື NSA ຂອງສະຫະ ລັດໄດ້ເກັບກຳປະຫວັດໃນການໃຊ້ໂທລະສັບ ແລະອິນເຕີແນັດຂອງຊາວອາເມຣິກັນ. ອົງ ການຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ກ່າວວ່າ ຂໍ້ມູນຕ່າງໆ ທີ່ທາງອົງການເກັບກຳ ມານັ້ນ ໄດ້ຊ່ອຍສະກັດກັ້ນ ການໂຈມຕີຂອງພວກກໍ່ການຮ້າຍ.

ທ້າວ Snowden ເວົ້າວ່າ ຊາວອາເມຣິກັນຄວນຮູ້ຈັກວ່າລັດຖະບານຂອງເຂົາເຈົ້າໄດ້ສອດ ແນມຫຼືເຝົ້າຕິດຕາມເບິ່ງພວກເຂົາເຈົ້າ.
XS
SM
MD
LG