ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນະບັດໃໝ່ ຫາກໍໄປຮອດ Venezuela ແຕ່ວ່າ ປະເທດຍັງປະເຊີນກັບການຂາດແຄນຢູ່


ລູກຄ້າຖືເງິນ ໃບ 100-bolivar ໃນນະຄອນຫຼວງ Caracas, Venezuela, 12 ທັນວາ, 2016.
ລູກຄ້າຖືເງິນ ໃບ 100-bolivar ໃນນະຄອນຫຼວງ Caracas, Venezuela, 12 ທັນວາ, 2016.

ຣັດຖະບານ ເວເນຊູແອລລາ ກ່າວວ່າ ເຮືອບິນອີກລຳນຶ່ງທີ່ບັນທຸກເງິນຕາຂອງໂບລີເວຍ
ໄດ້ມາເຖິງປະເທດ ເພື່ອບັນເທົາວິກິດການດ້ານການເງິນແລະເງິນຕາຂອງຕົນ. ແຕ່ພວກ
ຕ້ອງຕິກ່າວວ່າ ເງິນຕາດັ່ງກ່າວນີ້ ຈະບໍ່ຊ່ອຍເລື່ອງການຂາດແຄນສິນຄ້າ ທີ່ໄດ້ເຮັດໃຫ້
ການສະຫຼອງບຸນຄຣິສມັສຫງ່ວມເຫງົາໄປແລ້ວ ໃນປະເທດອາເມຣິກາໃຕ້ແຫ່ງນັ້ນ.

ພາບຂ້າງໜ້າ ຂ້າງຫຼັງ ຂອງເງິນ ໃບລະ 20,000 bolivar ໄດ້ວາງສະແດງໃນກອງປະຊຸມຖະແຫຼງຂ່າວ ໃນນະຄອນ Caracas, Venezuela, 7 ທັນວາ 2016.
ພາບຂ້າງໜ້າ ຂ້າງຫຼັງ ຂອງເງິນ ໃບລະ 20,000 bolivar ໄດ້ວາງສະແດງໃນກອງປະຊຸມຖະແຫຼງຂ່າວ ໃນນະຄອນ Caracas, Venezuela, 7 ທັນວາ 2016.


ທ່ານນາງ ມາຣີແອລລາ ມາກາລານສ໌ ທະນາຍຄວາມຝ່າຍຄ້ານທີ່ສະພາແຫ່ງຊາດ
ກ່າວວ່າ ບຸນຄຣິສມັສຕາມປະເພນີແລະບຸນສະຫຼອງປີໃໝ່ ໄດ້ຮັບຄວາມດ່າງພ້ອຍ
ໄປດ້ວຍ ການຂາດອາຫານ ຢາປົວພະຍາດແລະສິນຄ້າອື່ນໆ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພໍ່ຄ້າຄົນນຶ່ງ ກຳລັງກວດສອບເບິ່ງເງິນ ໃບ 100-bolivar ໃນຂະນະທີ່ຜູ້ຄົນກຳລັງເຂົ້າແຖວຢູ່ຂ້າງນອກທະນາຄານ ເພື່ອຝາກເງິນ ໃນນະຄອນ Caracas, Venezuela, 13 ທັນວາ, 2016.
ພໍ່ຄ້າຄົນນຶ່ງ ກຳລັງກວດສອບເບິ່ງເງິນ ໃບ 100-bolivar ໃນຂະນະທີ່ຜູ້ຄົນກຳລັງເຂົ້າແຖວຢູ່ຂ້າງນອກທະນາຄານ ເພື່ອຝາກເງິນ ໃນນະຄອນ Caracas, Venezuela, 13 ທັນວາ, 2016.

XS
SM
MD
LG