ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະ​ນະ​ຜູ້​ແທນ ເວ​ເນ​ຊູ​ເອ​ລາ ກັບ​ຄືນ​ໄປ ປະ​ເທດ​ ນໍ​ເວ ເພື່ອ​ປຶກ​ສາ​ຫາ​ລື​ກັນ​ອີກ


ຮູບ​ພາບ​ປະ​ສານ​ກັນ ທີ່​ເຮັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດ​ສະ​ພາ 2019 ສະ​ແດງ​ໃຫ້​ເປັນ​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ ຮວນ ກວາ​ອີ​ໂດ (ຊ້າຍ) ແລະ​ປະທາ​ນາ​ທິບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານນິ​ໂກ​ລັ​ສ ມ​າ​ດູ​ໂຣ.
ຮູບ​ພາບ​ປະ​ສານ​ກັນ ທີ່​ເຮັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດ​ສະ​ພາ 2019 ສະ​ແດງ​ໃຫ້​ເປັນ​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ ຮວນ ກວາ​ອີ​ໂດ (ຊ້າຍ) ແລະ​ປະທາ​ນາ​ທິບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານນິ​ໂກ​ລັ​ສ ມ​າ​ດູ​ໂຣ.

ຄະ​ນະ​ຜູ້​ແທນ​ຈ​າກ​ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ ແລະ​ຝ່າຍ​ຄ້ານ ໄດ້​ກັບ​ຄືນ​ໄປ ປະ​ເທດ
​ນໍ​ເວ ເພື່ອການ​ປຶກ​ສາ​ຫາ​ລື​ທີ່​ແນ​ໃສ່​ການ​ແກ້​ໄຂ ວິ​ກິດ​ການ​ດ້ານ​ການເມືອງ​ຂອງ​ປ​ະ
​ເທດ​ອາ​ເມ​ຣິ​ກາ​ໃຕ້ນັ້ນ.

ລັດ​ຖະ​ບານ​ນໍ​ເວ ກ່າວ​ວ່າ​ຕົນ​ຈະ​ເປັນ​ຜູ້​ໄກ່​ເກ່ຍ​ການ​ເຈ​ລະ​ຈາໃນ​ອາ​ທິດ​ນີ້.

ຜູ້​ນຳ​ຝ່າຍ​ຄ້ານເວ​ເນ​ຊູ​ເອ​ລາ ທ່ານ​ຮວນ ກວາ​ອີ​ໂດ ຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ​ທີ່ໄດ້​ປະ
​ກາດ​ຕົນ​ເອງ​ເປັນ​ປະ​ທາ​ນາ​ທິບໍດີ​ຕົ້ນ​ປີ​ນີ້ ຫຼັງ​ຈາກ​ສະ​ພາ​ນິ​ຕິ​ບັນ​ຍັດ​ ທີ່​ມີ​ຝ່າຍ​ຄ້ານກຳ
ສຽງສ່ວນຫຼາຍໄດ້ພິຈາລະນາວ່າ ປະທານທິບໍດີ ນິໂກລັສ ມາດູໂຣ ໄດ້ຊະນະອີກສະ
ໄໝນຶ່ງໃນການເລືອກຕັ້ງທີ່ມີການຕົວະຕົ້ມ. ທ່ານກົວອີໂດ ຖືກຮັບຮູ້ໂດຍສະຫະລັດ|
ແລະ​ອີກ​ປະ​ມ​ານ 50 ປະ​ເທດ ວ່າ​ເປັນ​ຜູ້​ນຳ​ທີ່​ຖືກ​ຕ້ອງຕາມ​ກົດ​ໝາຍ​ຂອງ​ເວ​ເນ​ຊູເອ
ລາ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ນໍ​ເວ ທ່ານ​ນາງ ອີ​ນີ ມາ​ຣີ ເອ​ຣິກ​ສັນ ຊໍ​ເຣັດ ກ່າວ​ທີ່​ນະ​ຄອນ​ປີ​ຕີ​ສເບີກ ວັນ​ທີ 9 ເມ​ສາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ນໍ​ເວ ທ່ານ​ນາງ ອີ​ນີ ມາ​ຣີ ເອ​ຣິກ​ສັນ ຊໍ​ເຣັດ ກ່າວ​ທີ່​ນະ​ຄອນ​ປີ​ຕີ​ສເບີກ ວັນ​ທີ 9 ເມ​ສາ 2019.

ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ຍັງ​ບໍ່​ທັນສາ​ມາດ​ຂັ​ບ​ໄລ່​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ຄົມ​ນິຍົມ​ອອກ​ຈາກ​ໜ້າ
​ທີ່ໄດ້​ເທື່ອ.

ບັນ​ດາ​ຜູ້​ຕາງ​ໜ້າຈາກ​ສອງການ​ເມືອງ​ ໄດ້ເດີນ​ທາງ​ໄປ​ປະ​ເທດ​ນໍ​ເວ ​ໃນ​ຕົ້ນ​ເດືອນ​ນີ້ ແຕ່​
ມີ​ລາຍ​ງານ​ວ່າ ການປຶກ​ສາ​ຫາ​ລືໄດ້​ມີຄວາມ​ເຄັ່ງ​ຕືງຫຼາຍ​ຂຶ້ນ ຍ້ອນ​ກອ​ງ​ທັບ​ບໍ່​ສາ​ມາດ​ທີ່
​ຈະ​ປະ​ຕິ​ບັດ​ຕາມ​ການ​ຮຽກ​ຮ້ອງ​ຂອງ​ທ່ານ ກວາ​ອີ​ໂດ ​ໃນ​ວັນ​ທີ 30 ເມ​ສາທີ່​ຜ່ານ​ມາ ເພື່ອ
​ໃຫ້​ລູກ​ຂຶ້ນ​ຕໍ່​ຕ້ານ​ທ່ານ ​ມາ​ດູ​ໂຣ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG