ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ຮ່າງລັດຖະທຳມະນູນ ເວເນຊູເອລາ ເປີດປະຊຸມ ຄັ້ງປະຖົມມະເລີກ


ພວກປະທ້ວງ ຕໍ່ຕ້ານ ສະພາລັດຖະທຳມະນູນແຫ່ງຊາດ ຂອງເວເນຊູເອລາ (3 ສິງຫາ 2017)
ພວກປະທ້ວງ ຕໍ່ຕ້ານ ສະພາລັດຖະທຳມະນູນແຫ່ງຊາດ ຂອງເວເນຊູເອລາ (3 ສິງຫາ 2017)

ສະພາ​ຮ່າງລັດຖະທຳມະນູນ​ແຫ່ງ​ຊາ​ດຂອງເວເນຊູເອລາ ​ໄດ້​ເປີດ​ປະຊຸມ​ຄັ້ງປະຖົມ
ມະ​ເລີກ​ຂຶ້ນ ທີ່​ທຳນຽບນິຕິບັນ​ຢັດ ​ຢູ່​ນະຄອນຫຼວງກາຣາກາສ ​ໃນ​ວັນ​ສຸກ​ມື້ນີ້ ທັງໆ
​ທີ່​ໄດ້​ມີ​ການສະ​ແດງ​ຄວາມບໍ່ພໍ​ໃຈ​ເປັນ​ຢ່າງ​ແຮງ​ຂອງ​ນາໆ​ຊາດແລະ​ການ​ປະ​ທ້ວງ
​ຂອງ​ພວກ​ຝ່າຍ​ຄ້ານ.

ການ​ປະຊຸມ ຂອງ​ສະມາຊິກສະພາ 545 ຄົນ ທີ່​ຖືກ​ເລືອກ ​ເພື່ອ​ໃຫ້​ມາ​ຂຽນ​ລັດຖະ
ທຳ​ມະນູນ​ສະບັບ​ໃໝ່ຂອງ​ເວເນຊູເອລາ ​ແມ່ນ​ເພື່ອ​ກະກຽມ​ກ່ຽວ​ກັບ​ຄວາມ​ເປັນ​ໄປ
​ໄດ້ທີ່​ຈະ​ເກີດ​ການ​ປະ​ເຊີນ​ໜ້າລະຫວ່າງ​ປະທານາທິບໍດີ Nicolas Maduro ​ແລະ
​ບັນດາ​ພັກ​ການ​ເມືອງ​ຝ່າຍ​ຄ້ານ ຊຶ່ງ​ກ່າວ​ວ່າ ການ​ເລືອກ​ຕັ້ງດັ່ງກ່າວບໍ່​ມີ​ຄວາມ​ເປັນ
​ທຳ.

ສະຫະລັດ​ຈະ​ບໍ່​ຮັບ​ຮູ້​ສະພາ​ນິຕິບັນ​ຢັດ​ແຫ່ງ​ຊາ​ດຂອງເວເນຊູເອລາ ຊຶ່ງ​ທ່ານ​ນາງ
Heather Nauert ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວໃນ​ຖະ
​ແຫລງການ​ສະບັບ​ນຶ່ງ ​ໃນ​ວັນ​ພະຫັດວານ​ນີ້ວ່າ ຍິ່ງ​ໄປ​ກວ່າ​ນັ້ນ ການ​ເລືອກ​ຕັ້ງດັ່ງ
ກ່າວ ຍັງ​ຂາດ​ການ​ສັງ​ເກດ​ການ​ທີ່​ໜ້າ​ເຊື່ອ​ຖືຂອງ​ນາໆ​ຊາດ​ນຳ​ດ້ວຍ.

ທ່ານ​ນາງ Nauert ​ເວົ້າວ່າ ສະຫະລັດ​ຖື​ວ່າ ສະພາ​ດັ່ງກ່າວ “​ເປັນ​ຜົນ​ຜະລິດ​ທີ່ບໍ່​
ຖືກຕ້ອງຊອບ​ທຳ ຂອງຂັ້ນຕອນ​ທີ່​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຢູ່​ແລ້ວ ທີ່​ອອກ​ແບບ​ໂດຍ​
ຈອມ​ຜະ​ເດັດ​ການ Maduro ​ເພື່ອ​ທຳ​ການ​ໂຈມ​ຕີ​ເພີ່ມ​ຕື່ມ​ຕໍ່​ປະຊາທິປະ​ໄຕ.”

ພວກ​ຜູ້ນຳ​ຝ່າຍ​ຄ້ານ ຮຽກຮ້ອງ​ໃຫ້​ມີ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່ ​ໃນ​ວັນ​ສຸກ​ມື້ນີ້. ທ່ານ
Freddy Guevara ​ໂຄສົກ​ຂອງ​ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ “ທາງ​ດຽວ​ທີ່​ພວກ​ເຂົາ​
ຈະ​ນຳ​ເອົາ​ພວກ​ເຮົາ​ອອກ​ໄປ​ຈາກ​ທີ່​ນີ້ກໍ​ແມ່ນ​ການ​ຂ້າ​ພວກ​ເຮົາ. ພວກ​ເຂົາ​ແມ່ນ
​ເດັດຂາດ ຈະ​ບໍ່​ໄດ້​ຮັບ​ບ່ອນ​ນັ່ງ ທີ່​ປະຊາຊົນ​ເວ​ເນ​ຊູ​ເອລາມອບໃຫ້​ແກ່​ພວກ​ເຮົາ.

ພວກ​ຝ່າຍ​ຄ້ານ​ກ່າວ​ວ່າ ການ​ປ່ອນ​ບັດ​ໄດ້​ມີ​ການ​ສໍ້​ໂກງ​ຄະ​ແນນ ​ເພື່ອ​ໃຫ້​ສະພາ
​ດັ່ງກ່າວ ມີ​ແຕ່​ພວກ​ທີ່​ສະໜັບສະໜຸນ ທ່ານ Maduro. ພວກ​ຄັດຄ້ານ ​ຕໍ່​ປະທາ
ນາທິບໍດີ Maduro ກຳລັງ​ຮຽກຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງປະທານາທິບໍດີກ່ອນ​ກຳ
ນົດ.

ອະທິ​ໄອ​ຍະ​ການ​ຂອງ​ເວ​ເນ​ໂຊ​ເອລາ ທ່ານນາງ Luisa Ortega Diaz ກ່າວ​ໃນ
​ວັນ​ພະຫັດ​ວານ​ນີ້ວ່າ ທ່ານນາງ​ໄດ້​ທຳ​ການ​ສືບສວນ​ ກ່ຽວ​ກັບ​ ການ​ກ່າວ​ຫ​າ ​ໃນ
​ການ​ສໍ້​ໂກງ​ຄະ​ແນນ​ສຽງ. ທ່ານ​ນາງ​ໄດ້​ຍື່ນ​ຄຳ​ຮ້ອງ​ໃຫ້​ທຳ​ການ​ສືບສວນຢູ່​ທີ່​ສານ​
ຊັ້ນຕົ້ນ ຫລັງ​ຈາກ​ກ່ອນ​ໜ້ານີ້ ໄດ້​ຍື່ນ​ສຳນວນ​ຟ້ອງ ​ເຖິງ​ຄວາມ​ຖືກຕ້ອງ​ຊອບ​ທຳ
​ໃນ​ລັດຖະທຳ​ມະນູນ ຂອງ​ສະພາ​ນິຕິບັນ​ຢັດຊຸດ​ໃໝ່ ຕໍ່​ສານ​ສູງ​ສຸດ​ຂອງ​ປະ​ເທດ​
ແລ້ວ.

ປະທານາທິບໍດີ​ເວ​ເນ​ຊູູ​ເອລາ ​ແລະ​ຫົວໜ້າ​ຄະນະ​ກຳມະການ​ເລືອກ​ຕັ້ງໃນ​ມື້ວັນ
ພຸດ​ຜ່ານ​ມາ ​ໄດ້​ປະຕິ​ເສດ​ຕໍ່​ລາຍ​ງານ​ຂ່າວ​ທີ່​ວ່າ ຈຳນວນຂອງຜູ້ໄປປ່ອນບັດໄດ້
ຖືກ “ປັບ​ປ່ຽນ” ແລະ ເພີ່ມ​ໃຫ້ສູງຂຶ້ນ ຢ່າງໜ້ອຍ ນຶ່ງລ້ານຄົນ ໃນການເລືອກຕັ້ງ ເອົາສະມາຊິກສະພາ ເພື່ອຂຽນລັດຖະທຳມະນູນ ສະບັບໃໝ່ ທີ່ເປັນບັນຫາໂຕ້
ຖຽງກັນນັ້ນ.

ການ​ເລືອກ​ຕັ້ງ​ໃນ​ຄັ້ງຕໍ່​ໄປ ​ແມ່ນ​ກຳນົດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ ປີ 2018.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG