ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄຳສັ່ງ ໃຫ້ທະຫານ ເວເນຊູເອລາ ຄວບຄຸມ ທ່າເຮືອ ໃນຂະນະທີ່ ເສດຖະກິດ ຝືດເຄືອງລົງຕື່ມ


ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro (ຂວາ ) ສົນທະນາກັບລັດຖະມົນຕີປ້ອງກັນປະເທດ ທ່ານ Vladimir Padrino Lopez.
ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro (ຂວາ ) ສົນທະນາກັບລັດຖະມົນຕີປ້ອງກັນປະເທດ ທ່ານ Vladimir Padrino Lopez.

ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ທ່ານ Nicolas Maduro ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ຂະຫຍາຍ​ໜ້າທີ່​ຢ່າງ​ໃຫຍ່ ໃຫ້ແກ່​ຜູ້​ບັນຊາ​ການ​ທະຫານ​ຂອງ​ທ່ານ ນາຍ​ພົນ Viadimir Padrino ມອບ​ໝາຍ​ໃຫ້​ທ່ານ​ມີ​ຄວາມຮັບຜິດຊອບ​ໃນ​ການ​ແ​ຈກຢາຍ​ອາຫານ​ແລະ​ຢາ​ປົວ​ພະຍາດ ​ແລະ​ມອບ​ໃຫ້​ທະຫານ​ກຳກັບ​ດູ​ແລ​ທ່າ​ເຮືອ​ທີ່​ສຳຄັນ​ 5 ​ແຫ່ງຂອງເທດ.

​ໃນ​ຂະນະ​ທີ່​ວິ​ກິດ​ການເສດຖະກິດເພີ້ມຄວາມ​ຮ້າຍ​ແຮງຂຶ້ນນັ້ນ ທ່ານ Maduro​ ໄດ້ຈັດຕັ້ງ ການ​ປຸກລະດົມເພື່ອ​ຖອນ​ຮາກ​ພວກ​ສໍ້​ລາດ​ບັງ​ຫລວງ ​ແລະ​ພວກບໍລິ ຫານ​ງານ​ດ້ວຍ​ຄວາມ​ຜິດພາດ ​ທີ່​ໄດ້​ເຮັດ​ໃຫ້ເວ​ເນ​ຊູ​ເອລາ ຂາ​ດ​ເຂີນ​ສິ່ງ​ຂອງ​ທີ່​ມີ​ຄວາມ​ຈຳ​ເປັນ​ຫລາຍ​ຢ່າງ.

ທ່ານ Maduro ​ໄດ້ມອບໝາຍ​ໃຫ້​ນາຍພົນ Efrain Velasco ກຳກັບ​ທ່າ​ເຮືອ ທີ່​ຈະ​ດູ​ແລ​ ​ທ່າ​ເຮືອ​ສຳຄັນ 5 ​ແຫ່ງ​ຂອງ​ປະ​ເທດໂດຍ​ກົງ ຢູ່ Guanta, La Guaira, Puerto Cabello, Maracaibo ​ແລະ Guamache.

​ໃນ​ຂະນະ​ທີ່​ມີການ​ປະ​ທ້ວງ​ກ່ຽວ​ກັບ​ການ​ປັນ​ສ່ວນ​ອາ​ຫານ ​ແລະ​ລຽນ​ແຖວ​ຍາວ​ຢູ່​ຕາມ​ຮ້ານ​ຄ້າ​ນັ້ນ ທ່ານ Padrino ກ່າວ​ວ່າ ທ່ານຫວັງ​ວ່າ ກາ​ນນຳເອົາ​ທະຫານ​ມາ​ກຳກັບ​ໃນ​ການ​ແ​ຈກຢາຍ​ອາຫາ​ນ ຈະ​ຊ່ວຍ​ເຮັດ​ໃຫ້ສະພາບ​ການທີ່ວຸ້ນວາ​ຍຈຳ ນວນ​ນຶ່ງສະຫງົບ​ລົງ ​ແລະ​ການ​ລັກ​ລອບຕ່າງ. ​ແຕ່​ກໍໄດ້​ເຕືອນ​ວ່າ ທ່ານ​ບໍ່​ຕ້ອງ ການ ​ໃຫ້​ເວ​ເນ​ຊູ​ເອລາກາຍ​ເປັນ​ປະ​ເທດ​ຜະເດັດ​ການ​ທາງທະຫານ.

ທ່ານ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ “ມັນ​ບໍ່​ກ່ຽວ​ກັບ​ເລື້ອງ​ທະຫານ ຂ້າພະ​ເຈົ້າ​ບໍ່​ຢາກເຫັນ​ທະຫານ​ເຂົ້າມາ​ພົວພັນ​ຢູ່​ໃນຂົງ​ເຂດ​ທີ່ບໍ່​ແມ່ນ​ໜ້າ​ທີ່​ຂອງທະຫານ​ ​ແຕ່ນີ້​ເປັນ​ຄຳ​ຖາມດ້ານ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທ​ດ ​ແລະ​ປ້ອງ​ກັນ​ມາ​ຕຸພູມ.”

​ປະ​ເທດ​ເວ​ເນ​ຊູເອລາ ​ໄດ້​ລະມັດລະວັງ​ກ່ຽວ​ກັບສະພາບດ້ານ​ການ​ເງິນ ທີ່​ໄດ້​ຖືກ​ລົບ​ກວ​ນຢ່າງ​ຮ້າຍ​ແຮງໃນອາທິດ​ນີ້ ​ເວລາ​ລາ​ບໍລິ​ສັດ​ສະຫະລັດ ​Kimberly-Clark ຜູ້​ຜະລິດສິນ
ຄ້າ​ຢູ່​ທີ່​ນັ້ນ​ໄດ້​ປະກາດ​ວ່າ ຈະ​ປິດ​ໂຮງງານ​ຢູ່​ປະ​ເທດ​ເວ​ເນ​ຊູ​ເອລາ ​ແລະ​ທະນາຄານ Citi Bank ກໍ​ໃກ້​ເຂົ້າ​ທີ່​ຈະປີດ​ບັນຊີ​ການ​ໃຊ້ຈ່າຍ​ຢູ່​ຕ່າງປະ​ເທດ.

ລັດຖະບານ​ທ່ານ Maduro ​ໄດ້ເຂົ້າຄວບ​ຄຸມ​ເອົາ​ອະດີ​ດ​ໂຮງງານ Kimberly-Clark ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ແລະ​ສັ່ງ​ໃຫ້ພວກພະນັກງານກັບ​ຄືນ​ໄປ​ເຮັດ​ວຽກ ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ນຳພາ​ເວ​ເນ​ຊູ​ເອລາ​ໃຫ້​ກ້າວ​ໄປ​ໜ້າ “ພ້ອມ​ດ້ວຍ ຫລື​ປາດ​ສະ​ຈາກບໍລິສັດ Kimberly.”

ລະຫວ່າງ​ການ​ຖະ​ແຫລ​ງຜ່ານ​ທາງ​ໂທລະພາບ ທ່ານ​ກ່າວ​ວ່າ “ບໍ່​ມີ​ໃຜ​ຈະ​ມາ​ຢຸດ​ຢັ້ງ​ເວ​ເນ​ຊູ​ເອລາ​ໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG