ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ເຈົ້າ​ໜ້າ​ທີ່​ສືບລັບ ຂອງກະຊວງປ້ອງ​ກັນ​ປະ​ເທດ ສຫລ ໄປເຕົ້າໂຮມກັນ ​ໃນ​ເວ​ເນ​ຊູ​ເອ​ລາ


ຮອງ​ລັດ​ຖະ​ມົນ​ຕີ ຮັກ​ສາ​ການ​ຊົ່ວ​ຄາວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ Patric Shanahan ກ່າວ​ໃນ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ, 19 ເມ​ສາ 2019.
ຮອງ​ລັດ​ຖະ​ມົນ​ຕີ ຮັກ​ສາ​ການ​ຊົ່ວ​ຄາວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ Patric Shanahan ກ່າວ​ໃນ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ, 19 ເມ​ສາ 2019.

ຮອງ​ລັດ​ຖະ​ມົນ​ຕີ ຮັກ​ສາ​ການ​ຊົ່ວ​ຄາວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ
ທ່ານ Patric Shanahan ຮັບ​ຜິດ​ຊອບຮວບ​ຮວມເກັບ​ກຳ​ຂໍ້​ມູນ​ລັບ​ຂອງ​ເວ​ເນ​ຊູ​ເອ​ລາ
ຫຼັງ​ຈາກ​ທີ່​ຜູ້​ນຳ​ທ່ານ​ຮວນ ກວາ​ອີ​ໂດ ທີ່​ສະ​ຫະ​ລັດ ສະ​ໜັບ​ສະ​ໜຸນ ໄ​ດ້ລົ້ມ​ແຫຼວ
ຕໍ່​ການດົນ​ໃຈ​ຕໍ່​ພວກ​ທະ​ຫານ​ຢ່າງ​ໃຫຍ່ ໃນ​ຕົ້ນ​ສັບ​ປະ​ດານີ້.

ທ່ານ Shanahan ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຮູ້​
ສຶກວ່າ ພວກ​ເຮົາ ມີ​ຊ່ອງ​ຫວ່າງ ໃນ​ຂໍ້​ມູນ​ລັບ. ຂ້າ​ພະ​ເຈົ້າ ຄິດ​ວ່າ ພວກ​ເຮົາ​ມີການ
​ເກັບ​ກຳ​ລາຍ​ງານໄດ້​ດີ,”
ຕອນ​ຖືກ​ຖາມ​ເຖິງຄວາມ​ເປັນ​ໄປ​ໄດ້ ໃນ​ການ​ເຮັດ​ຂໍ້​ມູນ​ລັບ
​ຮົ່ວ​ໄຫຼນັ້ນ.

ທ່ານ​ຮວນ ກວາ​ອີ​ໂດ ຜູ້​ຊຶ່ງ​ສະ​ຫະ​ລັດ ແລະອີກ 50 ປະ​ເທດ ​ທີ່ໄດ້​ຮັບ​ຮູ້ທ່ານ​ວ່າເ​ປັນ
​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເວ​ເນ​ຊູ​ເອ​ລາ ໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ທະ​ຫານ​ໂຄ່ນ​ລົ້ມ ຜູ້​ນຳ​ລັດ​ຖະ​
ບານ ທ່ານ​ນິ​ໂກ​ລັ​ສ ມາ​ດູ​ໂຣ.

ການ​ລຸກ​ຮື​ຂຶ້ນ ໄດ້​ພັກ​ດັນ​ໃຫ້ມີ​ການ​ປະ​ຕິ​ຫວັດ ແຕ່​ວ່າ ຕິດ​ຕາມ​ມາ​ດ້ວຍ ການ​ປະ​ທະ​ກັນ
ຂອງ​ພວກ​ປະ​ທ້ວງ ແລະ​ຕຳ​ຫຼວດ ໃນ​ທົ່ວ​ຫົວ​ເມືອງ​ໃຫຍ່ໆ ໃນປະ​ເທດ ທີ່​ເຮັດ​ໃຫ້​ມີ​ການ
​ບາດ​ເຈັບ​ລົ້ມ​ຕາຍ ຊຶ່ງ​ໄດ້​ມີ​ຢ່າງ​ນ້ອຍ 1 ຄົນ ເສຍ​ຊີ​ວິດ.

ທ່ານ​ກວາ​ອີ​ໂດ ໄດ້​ຮຽກ​ຮ້ອງ​ໃນ​ວັນ​ສຸກວານ​ນີ້ ຕໍ່​ພວກ​ປະ​ທ້ວງ ທີ່​ໂຮມ​ຊຸມ​ນຸມ​ຂ້າງນອກ​
ຄ້າຍ​ທະ​ຫານ ໃນ​ວັນ​ເສົາ ມື້​ນີ້ ເພື່ອ​ຊັກ​ຊວນ ໃຫ້​ພວກ​ທະ​ຫານ ທີ່​ສະ​ໜັບ​ສະ​ໜຸນ
ພວກ​ເຂົາ​ເຈົ້າ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້ ພວກ​ພະ​ນັກ​ວານ​ອຸດ​ສາ​ຫະ​ກຳ ເອົາ​ບາດ​ກ້າວ
ໃນ​ການ​ນຳ​ພາ ການ​ປະ​ທ້ວງ ໃນ​ທົ່ວ​ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຜູ້ນຳຝ່າຍຄ້ານ ທ່ານຮວນ ກວາອີໂດ ກ່າວ ຕໍ່ພວກທີ່ສະໜັບສະໜຸນທ່ານ ໃນນະ​ຄອນກາຣາກັສ, ເວເນຊູເອລາ, 01 ພຶດສະພາ 2019.
ຜູ້ນຳຝ່າຍຄ້ານ ທ່ານຮວນ ກວາອີໂດ ກ່າວ ຕໍ່ພວກທີ່ສະໜັບສະໜຸນທ່ານ ໃນນະ​ຄອນກາຣາກັສ, ເວເນຊູເອລາ, 01 ພຶດສະພາ 2019.

XS
SM
MD
LG