ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປ. ເວ​ເນ​ຊູ​ເອ​ລາ ​ກ່າວ​ວ່າ ການ​ເຈ​ລະ​ຈາ ກັບ​ຝ່າຍ​ຄ້ານ ​ທີ່​ນໍ​ເວ ​ແມ່ນເພື່ອ​ຊອກ​ຫາ​​ທາງ ​ສ້າງ​ແຜນ​ການຢ່າງສັນ​ຕິ ແກ້​ໄຂວິ​ກິດ​ການ


ອົງ​ການ​ຂ່າວ Miraflores Press Office, ປະ​ທາ​ຍາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂ​ຣ, ຂວາ, ​ທີ່​ຄຽງ​ຂ້າງ​ໂດຍ ລັດ​ຖະ​ມົນ​ຕີ Vladimir Padrino Lopez, ທີ່​ຍົກ​ມື ໃຫ້​ຝູງ​ຊົນ ໃນເມືອງ​ທ່າ Fort Tiuna, ​ນະ​ຄອນ​ກາ​ຣາ​ກັ​ສ, ເວ​ເນ​ຊູ​ເອ​ລາ, 2 ພຶດ​ສະ​ພາ 2019.
ອົງ​ການ​ຂ່າວ Miraflores Press Office, ປະ​ທາ​ຍາ​ທິ​ບໍ​ດີ ນິ​ໂຄ​ລັ​ສ ມາ​ດູ​ໂ​ຣ, ຂວາ, ​ທີ່​ຄຽງ​ຂ້າງ​ໂດຍ ລັດ​ຖະ​ມົນ​ຕີ Vladimir Padrino Lopez, ທີ່​ຍົກ​ມື ໃຫ້​ຝູງ​ຊົນ ໃນເມືອງ​ທ່າ Fort Tiuna, ​ນະ​ຄອນ​ກາ​ຣາ​ກັ​ສ, ເວ​ເນ​ຊູ​ເອ​ລາ, 2 ພຶດ​ສະ​ພາ 2019.

ການ​ເຈ​ລະ​ຈາ ທີ່​ປະ​ເທດ​ນໍເວ ໃນ​ສັບ​ປະ​ດາ​ນີ້ ລະ​ຫວ່າງ​ບັນ​ດາຜູ້​ຕາງ​ໜ້າ​ຂອງ​
ລັດ​ຖະ​ບານເວ​ເນ​ຊູ​ເອ​ລາ ແລະພວກຝ່າຍ​ຄ້ານ ​ແມ່ນ​ຊອກ​ຫາ​ຊ່ອງ​ທາງ “​ເພື່ອສ້າງ​
ແຜນ​ການຢ່າງສັນ​ຕິ”
ສຳ​ລັບແກ້​ໄຂ​ວິ​ກິດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ​ໃຕ້
​ແຫ່ງ​ນີ້ ນັ້ນ​ຄື​ຄຳ​ເວົ້າ​ຂອງປະ​ທາ​ນາ​ທິ​ບໍ​ດີນິ​ໂກ​ລັ​ສ ມາ​ດູ​ໂຣ ໄດ້​ກ່າວໃນ​ວັນ​ສຸກວານ​ນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ນໍເວ ທີ່ມີ​ປະ​ຫວັດ​ໃນ​ການ​ໄກ່​ເກ່ຍ​ບັນ​ຫາ​ຂັດ​ແຍ້ງ
ນັ້ນ, ​ໄດ້​ກ່າວ​ໃນ​ເຊົ້າ​ວັນ​ສຸກວານ​ນີ້​ວ່າ ການ​ເຈ​ລະ​ຈາແມ່ນຢູ່​ໃນ “ຂັ້ນ​ຕອນ​ການ
ສຳ​ຫຼວດ​ຮຽນ​ຮູ້.”

ບັນດາ​ຜູ້​ຕາງ​ໜ້າ​ຂອງ​ແຕ່​ລະ​ຝ່າຍ ໄດ້​ໄປ​ຮອດ​ໄປ​ເຖິງ ປະ​ເທດ​ນໍ​ເວ ໃນ​ສັບ​ປະ​ດາ​ນີ້,
ຊຶ່ງ​ເປັນ​ສັນ​ຍານ ເຖິງ​ການ​ເອົາ​ບາດ​ກ້າວ​ອັນ​ໃໝ່ ເພື່ອ​ຍຸ​ຕິ​ຄວາມ​ເຄັ່ງ​ຕຶງ​ທີ່​ມີມາ​ເປັນ
​ເວ​ລາ​ຫຼາຍໆ​ເດືອນ ຫຼັງ​ຈາກ​ທີ່​ໄ​ດ້ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ໃນ​ການ​ຮຽກ​ຮ້ອງໂດຍ
​ຜູ້​ນຳ​ຝ່າຍ​ຄ້ານ ທ່ານ​ຮວນ ກວາ​ອີ​ໂດ ​ໃຫ້​ພວກ​ທະ​ຫານ​ລຸກ​ຮື​ຂຶ້ນ ກໍ່​ລັດ​ຖະ​ປະ​ຫານ
ເພື່ອ​ໂຄ່ນລົ້ມ​ທ່ານ​ມາ​ດູ​ໂຣ ໃນ​ເດືອນ​ແລ້ວນີ້.

ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ແລະແມ່ນຜູ້ປະກາດຕົນວ່າເປັນປະທານາທິບໍດີ ໃນໄລຍະຂ້າມຜ່ານ ທ່ານ ຮວນ ກວາອີໂດ ກ່າວໃນກອງປະຊຸມ ກັບພວກພະນັກງານໂຮງງານກັ່ນນ້ຳມັນ ໃນມະຫາວິທະຍາໄລ ເມໂທຣໂພລິຕັນ, ນະຄອນກາຣາກັສ, ເວຊູເອລາມ 3 ພຶດສະພາ 2019.
ຜູ້ນຳຝ່າຍຄ້ານຂອງເວເນຊູເອລາ ແລະແມ່ນຜູ້ປະກາດຕົນວ່າເປັນປະທານາທິບໍດີ ໃນໄລຍະຂ້າມຜ່ານ ທ່ານ ຮວນ ກວາອີໂດ ກ່າວໃນກອງປະຊຸມ ກັບພວກພະນັກງານໂຮງງານກັ່ນນ້ຳມັນ ໃນມະຫາວິທະຍາໄລ ເມໂທຣໂພລິຕັນ, ນະຄອນກາຣາກັສ, ເວຊູເອລາມ 3 ພຶດສະພາ 2019.

​ມາ​ຮອດ​ດຽວ​ນີ້ ມີ​ສິບກວ່າ​ຄົນ ໄດ້​ຖືກ​ສັງ​ຫານ ໃນ​ການ​ປະ​ທ້ວງ​ຂອງ​ຝ່າຍ​ຄ້ານຕໍ່​ຕ້ານ
​ລັດ​ຖະ​ບານ​ຂອງ​ທ່ານ​ມາ​ດູ​ໂຣ. ​ສະ​ພາບ​ເ​ສດ​ຖະ​ກິດ​ທີ່​ຕົກ​ຕ່ຳ​ລົງ ໄດ້ພາ​ໃຫ້​ຊາວ​ເວ​ເນ
​ຊູ​ເອ​ລາ ຫຼາຍກວ່າ 3 ລ້ານ​ຄົນ ຕ້ອງ​ໄດ້​ອົບ​ພະ​ຍົບ​ຫລົບ​ໜີ ​ຈາກສະ​ພາ​ບເງິນ​ເຟີ້ ​
ໄປ​ຕ່າງປະ​ເທດ ແລະ​ການ​ຂາດ​ແຄນ​ເຂົ້າ​ປາ​ອາ​ຫານ​ແລະ​ຢຸກ​ຢາອື່ນໆ.

ພັກ​ສັງ​ຄົມ​ນິ​ຍົມ ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ນີ້ ທີ່​ໄດ້​ກ່າວ​ມາ​ດົນ​ນານ​ນັ້ນວ່າ
ຕົນ​ແມ່ນ​ເປີດ​ກ້ວາງ ເພື່ອ​ການ​ເຈ​ລະ​ຈາ ​ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການເຈ​ລະ​ຈາ​
ກັນ​ນັ້ນ. ແຕ່​ຫຼາຍ​ພາກ​ສ່ວນ​ຂອງ​ຝ່າຍ​ຄ້ານ ​ທີ່ຍັງບໍ່ມີ​ຄວາມ​ໝັ້ນ​ໃຈ, ໂຕ້​ຖຽງ​ວ່າ
ທ່ານ​ມາ​ດູ​ໂຣ ໃນ​ອະ​ດີດ ແມ່ນ​ໃຊ້​ການ​ເຈ​ລະ​ຈາ ​ເພື່ອ​ເປັນກົນ​ລະ​ຍຸດ ໃນ​ການ​ກຳ​
ອຳ​ນາດ​ຕໍ່​ໄປ ໃນ​ຂະ​ນະ​ທີ່ມາດ​ຕະ​ຖານການ​ຄອງ​ຊີບ​ແມ່ນ​ນັບ​ມື້​ນັບ​ຕົກ​ຕ່ຳ​ລົງ
ໃນ​ປະ​ເທດ​ທີ່​ອຸດົມ​ຮັ່ງ​ມີໄປ​ດ້ວຍ​ນ້ຳ​ມັນ​ແຫ່ງ​ນີ້.

“ນໍເວ ປະ​ກາດໄປ​ວ່າ ຕົນ​ແມ່ນ​ໄດ້​ຕິດ​ຕໍ່​ພົວ​ພັນ​ໃນຂັ້ນ​ຕົ້ນກັບ​ບັນ​ດາ​ຜູ້​ຕາງ​ໜ້າ ​
ຂອງ​ພັກ​ຝ່າຍ​ການ​ເມືອງ​ຫຼັກ​ຂອງ​ເວ​ເນ​ຊູ​ເອ​ລາ ​ໃນ​ຖາ​ນະ​ທີ່ເປັນ​ພາກ​ສ່ວນ​ນຶ່ງ
​ຂອງ​ຂັ້ນ​ຕອນ​ການ​ສຳ​ຫຼວດ​ຮຽນ​ຮູ້​ນີ້,”
ອີງ​ຕາມ​ຖະ​ແຫຼງ​ການ ​ທີ່​ທາງ​ກະ​ຊ​ວງ​ໄດ້
ປະ​ກາດ​ໄປ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG