ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ບັນ​ຊາ​ການສູງ​ສຸດ​ຂອງກອງ​ທັບ ສ​ຫລ ເວົ້າ​ວ່າ ປ. ມາ​ດູ​ໂຣ ຂອງ​ເວ​ເນ​ຊູ​ເອ​ລາ ນັບ​ມື້ 'ຖືກ​ໂດດ​ດ່ຽວ'


​ປະ​ທ​າ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ ຂອງ​ເວ​ເນ​ຊູ​ເອ​ລາ ກ່າວ​ຄຳ​ປາ​ໄສຢູ່​ໃນ​ກອງ​ປະ​ຊຸມຖະ​ແຫລງ​ຂ່າວ​ຢູ່​ໃນ​ນະ​ຄອນ​ຫລວງ Caracas ຂອງ​ເວ​ເນ​ຊູ​ເອ​ລາໃນ​ວັນ​ທີ 30 ກັນ​ຍາ 2019
​ປະ​ທ​າ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ ຂອງ​ເວ​ເນ​ຊູ​ເອ​ລາ ກ່າວ​ຄຳ​ປາ​ໄສຢູ່​ໃນ​ກອງ​ປະ​ຊຸມຖະ​ແຫລງ​ຂ່າວ​ຢູ່​ໃນ​ນະ​ຄອນ​ຫລວງ Caracas ຂອງ​ເວ​ເນ​ຊູ​ເອ​ລາໃນ​ວັນ​ທີ 30 ກັນ​ຍາ 2019

ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງກອງ​ທັບ​ສະ​ຫະ​ລັດ ເວົ້າ​ວ່າ​ປະ​ທ​າ​ນາ​ທິ​ບໍ​ດີ ນິ​ໂກ​ລັ​ສ ມາ​ດູ​ໂຣ ຂອງ​ເວ​ເນ​ຊູ​ເອ​ລາ ທີ່​ກຳ​ລັງ​ດິ້ນ​ລົນຢູ່​ນັ້ນ ກຳ​ລັງ​ສູນ​ເສຍ​ຄວາມ​າ​ສ​າມາດຢ່າງ​ຊ້າຊ້າ ແຕ່​ວ່າ​ແນ່ນອນ​ໃນ​ການ​ກຳ​ອຳ​ນາດ​ຂອງ​ທ່ານໄວ້ ຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ອີງ​ອາ​ໄສ​ຕໍ່​ໄປະ​ເທດ​ອື່ນໆ​ເຊັ່ນ ຄິວ​ບາ ແລະ ຣັດ​ເຊຍ ແມ່ນ​ແຕ່ອາ​ໄສ​ພວກ​ຄ້າ​ຢາ​ເສບ​ຕິດ​ອີກ​ດ້ວຍ ເພື່ອ​ຊ່ວຍ​ໃຫ້​ທ່ານ​ສາ​ມາດ​ຄົງ​ຕົວ​ຢູ່​ໃນ​ຕຳ​ແໜ່ງ​ໄດ້​

ນາຍ​ພົນ​ເອກ​ເຄ​ຣັກ ຟອ​ລ​ເລີ ຜູ້​ບັນ​ຊາ​ການ​ໃນ​ຂົງ​ເຂດ​ທະ​ວີບ​ທາງ​ໃ​ຕ້​ຂອງ​ສະ​ຫະ​ລັດ ເວົ້າ​ຢູ່​ໃນ​ວັນ​ສຸກວານ​ນີ້​ວ່າ “ມາດ​ຕະ​ການ​ເຮັດ​ໃຫ້​ໂດດ​ດ່ຽວ​ແມ່ນ​ກຳ​ລັງ​ໃຊ້​ການ​ໄດ້” ຊຶ່ງ​ໝາຍ​ເຖິງ​ການ​ລົງ​ໂທດ​ດ້ານ​ເສດ​ຖະ​ກິດ​ຂອງ​ສາ​ກົນ ທີ່​ແນ​ໃສ່​ບັງ​ຄັບ​ທ່ານ​ມາ​ດູ​ໂຣ ລົງ​ຈາກ​ຕຳ​ແໜ່ງ.

ທ່ານ​ກ່າວ​ອີກວ່າ "ຈຸດ​ປະ​ສົງ​ຂອງ​ລັດ​ຖະ​ບານ​ສ​ະ​ຫະ​ລັດ​ກໍ​ຄື ​ຢາກ​ເຫັນ​ວ່າ​ມີ​ການ​ຫັນ​ປ່ຽນ​ຢ່າງ​ມີ​ປະ​ຊາທິ​ປະ​ໄຕ ໄປ​ຫາ​ລັດ​ຖະ​ບານ​ຊົ່ວ​ຄາວ​ ທີ່​ນຳ​ພາ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ​ຮ​ວານ ກວາ​ອີ​ໂດໃຊ້​ໄດ້​ຜົນ ດີ ໂດຍ​ເອີ້ນ​ທ່ານ​ມາ​ດູ​ໂຣວ່າ "​ກຳ​ລັງ​ຖືກ​ໂດ​ດ່ຽວ​ຂຶ້ນ​ນັບ​ມື້.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG