ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ພັກຝ່າຍຄ້ານຂອງ ເວເນຊູເອລາ ຖືກຍ້າຍ ໄປກັກບໍລິເວນ


ພວກຜູ້ສະໜັບສະໜູນ ແລະ ຕົວແທນສື່ມວນຊົນ ເຕົ້າໂຮມກັນຢູ່ນອກເຮືອນຂອງຜູ້ນຳພັກຝ່າຍຄ້ານທ່ານ Leopoldo Lopez, ໃນນະຄອນຫຼວງ ຄາຣາຄາສ, ເວເນຊູເອລາ. 8 ກໍລະກົດ, 2017. (C. Alcalde/VOA Spanish)
ພວກຜູ້ສະໜັບສະໜູນ ແລະ ຕົວແທນສື່ມວນຊົນ ເຕົ້າໂຮມກັນຢູ່ນອກເຮືອນຂອງຜູ້ນຳພັກຝ່າຍຄ້ານທ່ານ Leopoldo Lopez, ໃນນະຄອນຫຼວງ ຄາຣາຄາສ, ເວເນຊູເອລາ. 8 ກໍລະກົດ, 2017. (C. Alcalde/VOA Spanish)

ຫົວໜ້າພັກຝ່າຍຄ້ານທີ່ຖືກຂັງຄຸກ ທ່ານ Leopoldo Lopez ໄດ້ຖືກປ່ອຍຕົວອອກຈາກ
ຄຸກ ແລະ ຖືກສົ່ງໄປຂັງໃນເຮືອນ ຍ້ອນເຫດຜົນທາງສຸຂະພາບ, ຫຼັງຈາກໄດ້ໃຊ້ເວລາດົນ
ກວ່າ 3 ປີໃນຄຸກທະຫານ, ອີງຕາມການກ່າວຂອງທະນາຍຄວາມຂອງທ່ານ Lopez
ແລະ ສານສູງສຸດຂອງ ເວເນຊູເອລາ ໃນວັນເສົາວານນີ້.

ຖະແຫຼງການຂອງສານໄດ້ກ່າວວ່າ ທ່ານ Lopez ໄດ້ຮັບ “ມາດຕະການດ້ານມະນຸດສະ
ທຳ”
ສຳລັບເຫດຜົນທາງສຸຂະພາບ, ແລະ ໃນໜ້າ Twitter ຂອງພວກເຂົາເຈົ້ານັ້ນ ສານ
ໄດ້ກ່າວວ່າ ການເຄື່ອນ ໄຫວດັ່ງກ່າວ ແມ່ນໄດ້ຖືກອະນຸຍາດ ໂດຍປະທານຂອງສານ
ທ່ານ Maikel Moreno ໃນວັນສຸກທີ່ຜ່ານມາ.

ທ່ານ Lopez ອາຍຸ 46 ປີໄດ້ຖືກກັກຂັງໃນເດືອນກຸມພາ 2014 ສຳລັບການກ່າວຫາປຸກ
ລະດົມຄວາມຮຸນແຮງ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ເຊິ່ງມີປະຊາຊົນ
ສາມຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບຫຼາຍສິບຄົນ. ໜຶ່ງປີຕໍ່ມາ ທ່ານກໍຖືກຕັດສິນຂັງ
ຄຸກເກືອບ 14 ປີ.

ທະນາຍຄວາມຄົນ ສເປນ ຂອງທ່ານ Lopez, ທ່ານ Javier Cremades ໄດ້ກ່າວໃນນະຄອນຫຼວງ Madrid ວ່າ “ທ່ານ Leopoldo Lopez ແມ່ນຢູ່ເຮືອນຂອງທ່ານ ພ້ອມກັບ
ພັນລະຍາ ແລະ ລູກຂອງທ່ານ"
ໃນນະຄອນຫຼວງ ຄາຣາຄາສ, ທ່ານຍັງບໍ່ໄດ້ຖືກປ່ອຍເປັນອິດສະຫຼະເທື່ອ ແຕ່ຖືກກັກຂັງຢູ່ໃນເຮືອນ. ທ່ານໄດ້ຖືກປ່ອຍອອກຈາກຄຸກໃນຕອນ
ເຊົ້າໆມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG