ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເວເນຊູເອລາ ອະທິບາຍວ່າ ທາງເລືອກໃນ ການໃຊ້ທະຫານ ຂອງ ທ່ານ ທຣຳ ແມ່ນ "ບໍ່ໃຊ້ຫົວຄິດ"


ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ທ່ານ Jorge Arreaza ກ່າວຄຳປາໄສໃນລະຫວ່າງກອງປະຊຸມຂອງກຸ່ມ
ນັກການທູດໃນນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ. 12 ສິງຫາ, 2017.
ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ທ່ານ Jorge Arreaza ກ່າວຄຳປາໄສໃນລະຫວ່າງກອງປະຊຸມຂອງກຸ່ມ ນັກການທູດໃນນະຄອນຫຼວງ ຄາຣາຄັສ, ເວເນຊູເອລາ. 12 ສິງຫາ, 2017.

ລັດຖະບານ ເວເນຊູເອລາ ໄດ້ຕອບໂຕ້ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ,
ຜູ້ທີ່ໄດ້ລວມເອົາທາງເລືອກການໃຊ້ກຳລັງທະ ຫານ ໃນການປະຕິບັດການທີ່ອາດເປັນ
ໄປໄດ້ ໃນລະຫວ່າງການໃຫ້ຄຳປາໄສ ກ່ຽວກັບ ປະເທດທີ່ໄດ້ປ່ຽນເປັນລະບອບການ
ປົກຄອງສັງຄົມນິຍົມຢ່າງວ່ອງໄວນັ້ນ.

ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ທ່ານ Jorge Arreaza ໄດ້ກ່າວໃນວັນ
ເສົາວານນີ້, ໂດຍການອ່ານຖະແຫຼງການຈາກປະທາ ນາທິບໍດີ Nicolas Maduro ວ່າ
“ການຂົ່ມຂູ່ແບບບໍ່ໃຊ້ຫົວຄິດໂດຍປະທານາທິບໍດີ ດໍໂນລ ທຣຳ ໄດ້ມີຈຸດປະສົງທີ່ຈະລາ
ກເອົາ ອາເມຣິກາ ລາຕິນ ແລະ ເຂດທະເລ ຄາຣິບຽນ ເຂົ້າໃນຄວາມຂັດແຍ້ງ ທີ່ມັນຈະ
ປ່ຽນແປງຄວາມໝັ້ນຄົງ, ສັນຕິພາບ ແລະ ຄວາມປອດໄພໃນພາກພື້ນຂອງພວກເຮົາ
ຢ່າງຖາວອນ.”

ທ່ານ Arreaza ໄດ້ກ່າວຫາທ່ານ ທຣຳ ກ່ຽວກັບ “ການສົ່ງເສີມສົງ ຄາມ, ແລະ ໄດ້ກ່າວ
ວ່າ ຄຳເຫັນຂອງທ່ານ ທຣຳ ໄດ້ສະແດງໃຫ້ເຫັນ ເຖິງ“ການຮຸກຮານທີ່ເປັນລະບົບຕໍ່ ເວເນຊູເອລາ ຂອງ ສະຫະລັດ.”

ທ່ານ ທຣຳ ໄດ້ກ່າວໃນໜຶ່ງວັນ ກ່ອນໜ້ານັ້ນວ່າ ທາງເລືອກໃນການໃຊ້ກຳລັງທະຫານ
ຕໍ່ ເວເນຊູເອລາ ແມ່ນກຳລັງຖືກພິຈາລະນາ, ໂດຍອະທິບາຍສະຖານະການຢູ່ທີ່ນັ້ນວ່າ
ເປັນຄືກັນກັບ “ຄວາມສັບສົນທີ່ອັນຕະລາຍ.”

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ບ້ານພັກຕາອາກາດ ສະໜາມກ໊ອລຟ ຂອງທ່ານ
ໃນລັດ New Jersey ວ່າ “ພວກເຮົາມີຫຼາຍທາງເລືອກສຳລັບ ເວເນຊູເອລາ, ລວມທັງ
ທາງເລືອກຂອງຄວາມເປັນໄປໄດ້ໃນການໃຊ້ກຳລັງທະຫານ, ຖ້າມັນມີຄວາມຈຳເປັນ.”

ທ່ານ ທຣຳ ໄດ້ກ່າວວ່າ ທ່ານ “ຈະບໍ່ຕັດ” ທາງເລືອກເອົາການທະຫານອອກ ແລະ ໄດ້
ກ່າວເພີ່ມເຕີມວ່າ ມັນ “ແນ່ນອນແມ່ນບາງຢ່າງທີ່ພວກເຮົາຄວນດຳເນີນ." ທ່ານໄດ້ກ່າວ
ວ່າ ປະຊາຊົນ ເວເນຊູເອລາ ແມ່ນ “ກຳລັງທຸກທໍລະມານ ແລະ ພວກເຂົາເຈົ້າກຳລັງຈະ
ຕາຍ.”

ທ່ານໄດ້ກ່າວວ່າ “ພວກເຮົາມີກອງທັບຢູ່ທົ່ວໂລກ ໃນບ່ອນຕ່າງໆທີ່ໄກອອກໄປຫຼາຍ. ເວເນຊູເອລາ ແມ່ນບໍ່ໄດ້ໄກເລີຍ.”

ທ່ານ ທຣຳ ໄດ້ກ່າວວ່າ ວິກິດການໃນ ເວເນຊູເອລາ ແມ່ນໜຶ່ງໃນຫຼາຍຫົວຂໍ້ທີ່ຖືກປຶກສາ
ຫາລື ໃນລະຫວ່າງ ການເຈລະຈາເມື່ອວັນສຸກທີ່ຜ່ານມາໃນລັດ New Jersey ກັບລັດ
ຖະມົນຕີການຕ່າງປະເທດ ທ່ານ Rex Tillerson ແລະ ທູດ ສະຫະລັດ ປະຈຳອົງການ
ສະຫະປະຊາຊາດ ທ່ານນາງ Nikki Haley.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG