ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເວເນຊູເອລາ ອິນເດຍ ລົງນາມ ໃນຂໍ້ຕົກລົງ ຜະລິດນໍ້າມັນ ມູນຄ່າ 1 ພັນ 450 ລ້ານໂດລາ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro (ກາງ) ແລະຜູ້ບໍລິຫານບໍລິສັດນໍ້າມັນ ແລະແກັສ ທ່ານ Narendra Kumar Verma
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro (ກາງ) ແລະຜູ້ບໍລິຫານບໍລິສັດນໍ້າມັນ ແລະແກັສ ທ່ານ Narendra Kumar Verma

ເວ​ເນ​ຊູ​ເອລາ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຜະ​ລິດ​ນໍ້າມັນ ກັບ​ອິນ​ເດຍ ​ແລະ​ບໍລິສັດ​ທ້ອງ​ຖິ່ນ​ ໃນ​ວັນ​ສຸກ​ວານ​ນີ້ ທີ່ມີ​ມູນ​ຄ່າ​ທັງ​ໝົດ​ເກືອບ 1 ພັນ 450 ລ້ານ​ໂດ​ລາ​ຢູ່ໃນ​ຂໍ້​ຕົກລົງ​ການ​ເງິນ ຄັ້ງນີ້.

ບໍລິສັດນ້ຳມັນ​ຂອງ​ເວ​ເນ​ຊູ​ເອລາ ຫຼື PDVSA ​ແລະບໍລິສັດ​ນໍ້າມັນແລະ​ແກັສ ຂອງ​ອິນ​ເດຍ ຫຼື ONGC ​ແລະ​ບໍລິສັດ​ການເງິນ BV ຂອງເວ​ເນ​ຊູ​ເອລາ ທີ່ ນຳພາ​ໂດຍ​ບໍລິສັດ​ທ້ອງ​ຖິ່ນ Delta Petroleum ມີ​ກຳນົດ​ວ່າພ້ອມ​ແລ້​ວທີ່​ຈະ ​ເພີ້​ມການ​ຜະລິດ​ນໍ້າມັນ.

ປະທານາທິບໍດີ Nicolas Maduro ກ່າວ​ຕໍ່​ບັນດາ​ຄູ່​ຮ່ວ​ມງານ​ໃນ​ວັນ​ສຸກ​ວານ​ນີ້​ວ່າ “ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ໃນ​ຄວາມ​ເຊື່ອໝັ້ນ ຕໍ່​ອຸດສາຫະກໍາ​ນໍ້າມັນ ​ຂອງພວກ​ເຮົາ ຄວາມ​ເຊື່ອໝັ້ນ​ຂອງ​ທ່ານ ​ຢູ່​ໃນ​ປະ​ເທດ​ຂອງພວກ​ເຮົາ ​ແລະ​ຢາກບອກ​ໃຫ້​ທ່ານ​ຮູ້​ວ່າ ພວກ​ເຮົາ​ເປັນ​ຄູ່​ຮ່ວ​ມງານທີ່​ໄວ້​ວາງໃຈ​ໄດ້ ​ໃນ​ການ​ສືບ​ຕໍ່ປະຕິບັດ​ງານ ຜະລິດ ​ແລະສືບ​ຕໍ່​ໄດ້​ຮັບ​ໄຊຊະນະ​ກັບ​ບັນດາ​ຄູ່​ຮ່ວມ​ງານ​ເຫລົ່າ​ນີ້.”

ຂໍ້​ຕົກລົງດັ່ງກ່າວ ​ໄດ້​ມີ​ຂື້ນ​ທ່າມ​ກາງທີ່​ເກີດ​ວິ​ກິດ​ການ​ດ້ານ​ເສດຖະກິດຢ່າງ​ຮ້າຍ​ແຮງໃນເວ​ເນ​ຊູ​ເອລາ ອັນ​ເປັ​ນຊ່ອງທາງ​ຊຸກຍູ້​ການ​ຜະລິດນໍ້າມັນ ຈ່າຍ​ຄ່າ​ໜີ້​ສີິນ ​ໄດ້​ຮັບ​ເງິນທຶນ​ຈາກ​ບັນດາ​ຄູ່​ຮ່ວມ​ງານ​ຕ່າງປະ​ເທດ ​ແລະເພີ້​ມລາຍໄດ້ ດ້ານນໍ້າ ມັນ​ເຂົ້າປະ​ເທດ.

ການ​ຮ່ວມມືລະຫວ່າງ​ອິນ​ເດຍກັບ​ເວ​ເນ​ຊູ​ເອລາທີ່ເລີ້ມ​ຂຶ້ນ​ໃນ​ປີ 2009 ​ແມ່ນຄາດ​ວ່າ​ ຈະ​ເພີ້​ມການ​ຜະລິດ​ນໍ້າ​ມັນ ຢູ່​ທີ່​ບໍ່ San Cristobal ຂຶ້ນ​ເປັນ​ສອງ​ເທົ່າຈາກ 20,000 ຖັງ​ເປັນ 40,000 ຖັງ​ໃນ​ແຕ່​ລະມື້.

ບໍລິສັດ​ນໍ້າມັນ​ທ້ອງ​ຖິ່ນ Delta Petroleum ຍັງ​ໄດ້​ກາຍ​ມາ​ເປັນ​ຄູ່​ຮ່ວມ​ງານກັບ ບໍລິສັດ​ນ້ຳມັນ PVDSA ຫລັງ​ຈາກ​ໄດ້​ຊື້ບໍລິສັດ Harvest Natural Resources ທີ່​ມີ​ສຳນັກງານ​ຢູ່​ນະຄອນ Houston​.

ບໍລິສັດ PDVSA ມີ​ແຜນ​ທີ່​ຈະ​ເພີ້​ມການຜະລິດ​ຢູ່ບໍລິສັດ Petrodelta ຊຶ່ງ​ປັດ​ຈຸ​ບັນ​ນີ້ ​ເປັນ​ເຈົ້າ​ຂອງ 40 ​ເປີ​ເຊັນ ​ໂດຍບໍລິສັດ Delta Petroleum ຈາກ 40,000 ຖັງຕໍ່​ມື້ ​ຂຶ້ນ​ເປັນ 110,00 ຖັງ​ຕໍ່​ມື້.

ບັນດາ​ເຈົ້າ​ໜ້າ​ທີ່ເວ​ເນ​ຊູ​ເອລາ ກ່າວ​ວ່າ ​ຂໍ້​ຕົກລົງ​ເຫລົ່າ​ນີ້ ​ແມ່ນ​ເຊັນ​ໂດ​ບບັນດາ​ບໍລິສັດ​ນໍ້າມັນ​ລັດ ​ແມ່ນ​ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ສາມາດ​ແລະ​ແລະ​ຊັບພະຍາ​ກອນຂອງ​ພວກ​ເຂົາ​ເຈົ້າ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela India
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG