ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເວເນຊູເອລາ ຮຽກຮ້ອງ ໃຫ້ປະຊາຊົນ ໂຮມຊຸມນຸມ ສະໜັບສະໜຸນ ທ່ານ Chavez


ປະທານສະພາແຫ່ຊາດ ທ່ານ Diosdado Cabello (ຂວາມື) ຮຽກ ຮ້ອງໃຫ້ມີການເດີນຂະບວນຊຸກຍູ້ ປະທານາທິບໍດີ Hugo Chavezໃ
ປະທານສະພາແຫ່ຊາດ ທ່ານ Diosdado Cabello (ຂວາມື) ຮຽກ ຮ້ອງໃຫ້ມີການເດີນຂະບວນຊຸກຍູ້ ປະທານາທິບໍດີ Hugo Chavezໃ
ລັດຖະບານ​ເວ​ເນ​ຊູເອ​ລາ ຮຽກຮ້ອງໃຫ້​ຜູ້​ສະໜັບສະໜຸນປະທາ
ນາທິບໍດີ Hugo Chavez ຈົ່ງ​ພາກັນລົງໄປເດີນຂະ​ບວນຢູ່​ຕາມ
​ຖະໜົນ​ຫົນ​ທາງ ໃນ​ວັນ​ທີ່​ທ່ານ​ມີ​ແຜນສາບານ​ໂຕ​ເຂົ້າ​ຮັບ​ຕໍາ
​ແໜ່ງ​ເພື່ອສະ​ແດງເຖິງ​ການ ສະໜັບ​ສະ​ໜຸນ​ຢ່າງ​ໃຫຍ່​ຫຼວງຕໍ່
ປະທານາທິບໍດີທີ່​ກໍາລັງ​ເຈັບ​ປ່ວຍ​ຢູ່​ນັ້ນ.

ຜູ້​ນໍາ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ ທ່ານ Diosdado Cabello ກ່າວ​ວ່າ ປະທານາທິບໍດີຈາກ​ຫລາຍ​ປະ​ເທດ ກໍຈະ​ເຂົ້າ​ຮ່ວມ​ໃນ​ການ​ເດີນ​ຂະ​ບວນ ​ໃນ​ວັນ​ພະຫັດ​ຈະ​ມານີ້.

ທ່ານ Chavez ​ໄດ້​ຮັບ​ໄຊຊະນະໃນການ​ເລືອກ​ຕັ້ງ​ອີກຄັ້ງນຶ່ງ​ໃນ​ເດືອນ​ຕຸລາຜ່ານ​ມາ ​ແຕ່​ທ່ານ​ໄດ້​ໄປ​ປິ່ນ​ປົວ​ມະ​ເຮັງຢູ່ຄິວ​ບາ ​ແລະ​ບໍ່​ໄດ້ປະກົດ​ໂຕ​ຢູ່ໃນ​ທີ່ສາທາລະນະ​ເກືອ​ບນຶ່ງ​ເດືອນ​ແລ້ວ. ​ມັນ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ທ່ານຈະ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່ງ​ໃນ​ວັນ​ພະຫັດ​ນີ້ຫລື​ບໍ່.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ເວ​ເນ​ຊູ​ເອລາ​ໂຕ້​ຖຽງ​ວ່າ ບັນດາ​ຜູ້​ສະໜັບສະໜຸນ ທ່ານ Chavez ຈະ​ພາກັນ​ລະ​ເມີດຕໍ່​ລັດຖະທໍາ​ມະນູນ ຖ້າ​ຫາກ​ວ່າ​ເຂົາ ເຈົ້າ​ພາກັນພະຍາຍາມເລື່ອນ​ເວລາ​ໃນ​ການສາບານໂຕ​ເຂົ້າ​ຮັບ​ຕໍາແໜ່​ງ. ​ເຖິງ​ຢ່າງ​ໃດ​ກໍ​ດີບັນດາ​ພັນທະ​ມິດ​ຂອງທ່ານ Chavez ກ່າວ​ວ່າ ປະທາ ນາທິບໍດີສາມາດ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ຕາມ​ພາຍຫລັງ ໂດຍ​ສານ​ສູງ​ສຸດຂອງ​ປະ​ເທດ.

ບັນດາ​ຜູ້​ນໍາ​ຂອງສາສະໜາຄາ​ໂທ​ລິກຢູ່​ໃນ​ເວ​ເນ​ຊູ​ເອລາ ກ່າວໃນ​ວັນ​ຈັນ ​ວານນີ້ວ່າ ສະຖຽນ​ລະ​ພາບ​ຂອງ​ປະ​ເທດກໍ​ງລັງ​ຕົກ​ຢູ່​ໃນອັນຕະລາຍ ເນຶ່ອງຈາກ​ວິ​ກິດ​ການ ​ແລະ​ກ່າວ​ອີກ​ວ່າ ມັນ​ຈະ “​ເປັນທີ່​ຮັບ​ເອົາ​ບໍ່​ໄດ້ ທາງ​ດ້ານ​ສິນ​ທຳ” ທີ່​ຈະ​ບໍ່​ປະຕິບັດ​ຕາ​ມລັດຖະທໍາ​ມະນູນຂອງ​ປະ​ເທດ.
XS
SM
MD
LG